ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນທີ 24 ມິຖຸນານີ້

246

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນພຸດ, ວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນພະຫັດ, ວັນທີ 02 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນ ກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ).

ພາບປະກອບຂ່າວເທົ່ານັ້ນ ບໍ່ແມ່ນຮູບກ່ຽວກັບເນື້ອໃນຂ່າວໂດຍກົງ

ຕາມການຖະແຫຼງຂອງທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII
ໃນວັນທີ 17 ມິຖຸນາ 2020 ນີ້ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງ ການລາຍງານ, ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້:

ພາກລາຍງານຂອງລັດຖະບານ: ແມ່ນຈະໄດ້ຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດ ສຸມ 6 ເດືອນທ້າຍປີ 2020; ການຊີ້ແຈງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ຕໍ່ຄໍາຊັກຖາມຂອງກອງປະຊຸມສະພາ ແຫ່ງຊາດຈໍານວນໜຶ່ງ.

ພາບປະກອບຂ່າວເທົ່ານັ້ນ ບໍ່ແມ່ນຮູບກ່ຽວກັບເນື້ອໃນຂ່າວໂດຍກົງ

ພາກລາຍງານຂອງສະພາແຫ່ງຊາດ: ທີ່ປະຊຸມຈະໄດ້ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງ ບຸກຄະລາກອນພາຍໃນສະພາແຫ່ງຊາດ; ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ; ບົດລາຍງານ ຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການສໍາຫຼວດ ແລະການຂຸດຄົ້ນແຮ່ທາດ, ຫີນແຮ່ ແລະຫີນຜາ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມດຽວກັນນີ້ກອງປະຊຸມຈະໄດ້ ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ; ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນ ແຂວງ; ຮ່າງກົດໝາຍວ່າດ້ວຍ ພາສີ; ແລະ ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ ແລະກົດໝາຍວ່າດ້ວຍ ນໍ້າ ແລະຊັບພະຍາກອນນໍ້າ.

ເຊິ່ງໃນຕົວຈີງຂອງກອງປະຊຸມບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຈະສະເໜີບັນຫາໃດໃຫ້ລັດຖະບານຊີ້ແຈງ ແລະຍັງມີບັນຫາໃດທີ່ທ່ານຍັງຄ້າງຄາໃຈຢາກຮູ້ຄຳຕອບຈາກລັດຖະບານກໍ່ຢ່າລືມຕິດຕາມການດຳເນີນກອງປະຊຸມຄັ້ງສຳຄັນນີ້ຢ່າງໃກ້ຊິດ.

ພາບປະກອບຂ່າວເທົ່ານັ້ນ ບໍ່ແມ່ນຮູບກ່ຽວກັບເນື້ອໃນຂ່າວໂດຍກົງ

ໃນໄລຍະດຳເນີນກອງປະຊຸມສະພາ ແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ສະພາແຫ່ງຊາດໃນຄັ້ງນີ້; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມ ໄດ້ຕາມວິທີລຸ່ມນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານ ໝາຍເລກ: 021 413528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662; ສົ່ງອີເມວ: na_session@na.gov.la