ກ່ອນໜ້ານີ້ ມີຫາງສຽງ ແລະ ຄໍາຖາມເຂົ້າມາຫຼາຍກ່ຽວກັບເງິນອຸດໜູນວ່າງງານທີ່ຈະໄດ້ຮັບຈາກປະກັນສັງຄົມ ວ່າມີເງື່ອນໄຂແນວໃດແນ່, ໃຜແນ່ທີ່ມີສິດໄດ້ຮັບ ແລະ ຕ້ອງເຮັດແນວໃດເພື່ອໃຫ້ໄດ້ເງິນຈໍານວນນີ້, ມື້ນີ້ແອັດມິນໄດ້ຫາຂໍ້ມູນມາໃຫ້ແລ້ວ ໂດຍລະບຸລະອຽດເຖິງເງື່ອນໄຂທີ່ຕ້ອງປະຕິບັດຕາມ ຈຶ່ງຈະສາມາດຮັບເງິນດັ່ງກ່າວໄດ້.
ສຳລັບກຸ່ມເປົ້າໝາຍທີ່ຈະໄດ້ຮັບເງິນອຸດໜູນວ່າງງານແມ່ນ ຜູ້ປະກັນຕົນທີ່ເຮັດວຽກຢູ່ຫົວໜ່ວຍແຮງງານ ທີ່ໄດ້ຢຸດກິດຈະການຊົ່ວຄາວ ຫຼື ຖືກໃຫ້ພັກວຽກ ໂດຍບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານນັບແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນມາ.
ເອກະສານປະກອບມີ ໜັງສືສະເໜີຂອງຫົວໜ່ວຍແຮງງານເຖິງອົງການປະກັນສັງຄົມແຫ່ງຊາດ, ໃຫ້ຕົວແທນຫົວໜ່ວຍວິສາຫະກິດມາພົວພັນໂດຍກົງກັບອົງການປະກັນສັງຄົມແຫ່ງຊາດ, ມີໃບຢັ້ງຢືນທາງການຈາກພາກສ່ວນກ່ຽວຂ້ອງໃນການຢຸດດຳເນີນກິດຈະການຊົ່ວຄາວ (ສຳລັບຫົວໜ່ວຍແຮງງານທີ່ນອນໃນຂົງເຂດທຸລະກິດທີ່ສືບຕໍ່ໃຫ້ປິດການດຳເນີນກິດຈະການ ຕາມຄຳສັ່ງບໍ່ຈຳເປັນຕ້ອງມີການຢັ້ງຢືນ), ແຈ້ງບັນຊີພະນັກງານລວມທັງເລກລະຫັດປະກັນສັງຄົມ ແລະບັນຊີທະນາຄານຂອງພະນັກງານແຕ່ລະຄົນ
ພາຍຫຼັງຍື່ນເອກະສານແລ້ວ ອົງການປະກັນສັງຄົມຈະກວດສອບຂໍ້ມູນແລ້ວແຈ້ງຢັ້ງຢືນຈຳນວນຜູ້ທີ່ຄົບເງື່ອນໄຂໄດ້ຮັບອຸດໜູນເຖິງຫົວໜ່ວຍແຮງງານ. ອັນສຳຄັນຜູ້ຈະໄດ້ອຸດໜູນວ່າງງານຕ້ອງຈ່າຍເງິນສົມທົບ 12 ເດືອນຂຶ້ນໄປ, ສ່ວນຜູ້ເປັນສະມາຊິກປະກັນຕົນແບບສະໝັກໃຈແມ່ນບໍ່ຢູ່ໃນເງື່ອນໄຂຮັບອຸດໜູນວ່າງງານ.
ສຳລັບຜູ້ທີ່ມີເງື່ອນໄຂໄດ້ອຸດໜູນວ່າງງານສະເພາະຫົວໜ່ວຍວິສາຫະກິດທີ່ໄດ້ຮັບຜົນກະທົບໃນໄລຍະການແຜ່ລະບາດ ໂຄວິດ-19 ໃຫ້ຫົວຫນ່ວຍວິສາຫະກິດເຂົ້າມາດຳເນີນເອກະສານໃຫ້ພະນັກງານຂອງຕົນ ຫລີກລ່ຽງບໍ່ໃຫ້ບຸກຄົນມາເອງ (ຮັກສາໄລຍະຫ່າງ) ຖ້າມີຄຳຖາມເພີ່ມເຕີມໂທໄດ້ທີ່ ສາຍດ່ວນ 1508 / 021 225042, 021 225043, 021 241280.
ຂໍ້ມູນຈາກ: ອົງການປະກັນສັງຄົມແຫ່ງຊາດ