ນະຄອນຫຼວງຍັງພົບຄວາມທ້າທາຍໃນການເກັບມ້ຽນຂີ້ເຫຍື້ອ

252

ປະລິມານຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ ( ນວ ) ມີເກືອບ 500 – 600 ໂຕນຕໍ່ມື້ ແຕ່ສາມາດເກັບມ້ຽນໄປບຳບັດຢູ່ຫຼັກ 32 ໄດ້ພຽງແຕ່ 300 – 350 ໂຕນຕໍ່ມື້ເທົ່ານັ້ນ, ສ່ວນທີ່ເຫຼືອກໍແມ່ນຖືກຖິ້ມຊະຊາຍລົງຕາມແຄມແມ່ນ້ຳ, ຕາມຖະໜົນຫົນທາງ, ຕາມຮ່ອງລະບາຍນ້ຳເຫຼົ່ານີ້ເປັນຕົ້ນ.


ໃນກອງປະຊຸມປຶກສາຫາລືກ່ຽວກັບຍຸດທະສາດ ແລະ ແຜນຈັດຕັ້ງປະຕິບັດການບໍລິຫານຈັດການຂີ້ເຫຍື້ອແບບ ຍືນຍົງຢູ່ນະຄອນຫຼວງວຽງຈັນ ( ນວ ) ຈັດຂຶ້ນວັນທີ 12 ມິຖຸນາ 2020 ຢູ່ໂຮງແຮມຄຣາວ ພລາຊາ ໂດຍການເປັນປະທານຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ມີທ່ານ ນາງ ຢົງ ຈອງ ຄິມ ຕາງໜ້າອົງການກອຍກາ ປະຈຳ ສປປ ລາວ, ທ່ານ ເຈ ຊັນ ລີ ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ ( GGGI ) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູຂົງ ບັນນະວົງ ກ່າວວ່າ: ນະຄອນຫຼວງວຽງຈັນ ເປັນສູນກາງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມ ແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ບັນຫາສະພາບແວດລ້ອມກຳລັງເປັນບັນຫາໜຶ່ງທີ່ພວກເຮົາຫຼີກລຽງບໍ່ໄດ້ ເປັນຕົ້ນ ແມ່ນຂີ້ເຫຍື້ອຈາກຄົວເຮືອນ, ຈາກຕະຫຼາດ, ສຳນັກງານອົງການ, ໂຮງຈັກ, ໂຮງງານແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍປະລິມານຂີ້ເຫຍື້ອໃນທຸກມື້ນີ້ ຢູ່ ນວ ແມ່ນເກືອບ 500 – 600 ໂຕນຕໍ່ມື້ ແຕ່ພວກເຮົາເອົາໄປບຳບັດຢູ່ຫຼັກ 32 ກໍໄດ້ພຽງແຕ່ 300 – 350 ໂຕນຕໍ່ມື້ເທົ່ານັ້ນ ສ່ວນທີ່ເຫຼືອກໍແມ່ນຖືກຖິ້ມຊະຊາຍລົງຕາມແຄມແມ່ນ້ຳຕາມຖະໜົນຫົນທາງ, ຕາມຮ່ອງລະບາຍນ້ຳເຫຼົ່ານີ້ເປັນຕົ້ນ.


ຍ້ອນເຫັນໄດ້ຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມ ເຫັນຄວາມສຳຄັນໃນການສ້າງນະຄອນຫຼວງໃຫ້ເປັນເມືອງໜ້າຢູ່ຕາມທິດສີຂຽວ ແລະ ຍືນຍົງ ໂດຍສະເພາະແມ່ນເພື່ອບັນລຸ 6 ສ ທີ່ ນວ ໄດ້ຈັດຕັ້ງເປົ້າໝາຍໄວ້ ເຮັດແນວໃດເພື່ອໃຫ້ຂີ້ເຫຍື້ອກາຍເປັນເງິນເປັນຄຳ ເຮັດໃຫ້ຂີ້ເຫຍື້ອນັບມື້ໜ້ອຍລົງ ວິຊາການພວກເຮົາຕ້ອງມີການຄົ້ນຄວ້າຊອກຫາວິທີການກຳຈັດທີ່ສົມເຫດສົມຜົນຈາກພາຍໃນ ແລະ ຕ່າງປະເທດເຂົ້າມານຳໃຊ້ຢູ່ໃນ ນວ.


ສຳລັບຮ່າງແຜນຍຸດທະສາດນີ້ ຖືວ່າມີຄວາມສຳຄັນຫຼາຍ ພາຍຫຼັງຮ່າງແຜນຍຸດທະສາດສະບັບນີ້ໄດ້ຖືກຮັບຮອງແລ້ວ ພວກເຮົາກໍຈະມີບ່ອນອີງໃນການສືບຕໍ່ສ້າງລະບຽບການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນຕໍ່ໜ້າ. ສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງສຳມະນາກອນທັງຫຼາຍຈົ່ງພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃສ່ຮ່າງຍຸດທະສາດນີ້ໃຫ້ມີເນື້ອໃນສົມບູນ ຄົບຖ້ວນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງ ນວ ເພື່ອນຳໄປແກ້ໄຂບັນຫາຂີ້ເຫຍື້ອໃນຕົວເມືອງທີ່ມີປະລິມານເພີ່ມຂຶ້ນໃນແຕ່ລະປີໃຫ້ຫຼຸດໜ້ອຍຖອຍລົງ.


ທີ່ມາ: ໜັງສືພິມວຽງຈັນໃໝ່