ແຈກສູດ “ວຸ້ນໝາກພ້າວນ້ຳຫອມ”

232

ມື້ນີ້ແອັດມິນຈະມານຳສະເໝີອາຫານຫວານທີ່ເຮັດງ່າຍ ກິນໄດ້ຕະຫຼອດ ກິນແລ້ວຈະສົດຊື່ນ ພ້ອມທັງເກັບໄວ້ໄດ້ດົນ ວິທີເຮັດກໍງ່າຍ ສາມາດເຮັດໄດ້ໃນໝໍ້ຫຸງເຂົ້າ.

ສ່ວນປະສົມ

ຜົງວຸ້ນ 1 ຊອງ 25 ກຣາມ

ໝາກພ້າວນ້ຳຫອມ 2 ໜ່ວຍ

ນ້ຳຕານ

ເກືອ

ນ້ຳດື່ມສະອາດ

ຂັ້ນຕອນ

1 ຕົ້ມນ້ຳໃສ່ເກືອເລັກໜ້ອຍ ໃສ່ຜົງວຸ້ນເຄິ່ງຊອງ ຫຼັງຈາກນັ້ນເທນ້ຳຕານລົງໄປໃນປະລິມານທີ່ພໍດີ ເພາະນ້ຳໝາກພ້າວແມ່ນມີຄວາມຫວານຢູ່ແລ້ວ.

2 ຈາກນັ້ນໃສ່ນ້ຳໝາກພ້າວ ພ້ອມດ້ວຍຊີ້ນໝາກພ້າວ ຕົ້ມໄປເລື່ອຍໆ ແລະ ຄົນບໍ່ໃຫ້ຜົງວຸ້ນຕິດໝໍ້ ຖ້າໃຫ້ໝໍ້ຟົດພ້ອມທັງຜົງວຸ້ນ ແລະ ນ້ຳຕານລະລາຍ.

3 ຫຼັງຈາກນັ້ນເທໃສ່ພາຊະນະເພື່ອໃຫ້ວຸ້ນແຂງໂຕ ຫຼື ຈະເອົາເຂົ້າຕູ້ເຢັນກໍໄດ້ ເພາະຈະເຮັດໃຫ້ວຸ້ນແຂງໂຕໄວພ້ອມທັງເຮັດໃຫ້ເຢັນເວລາກິນກໍຈະສົດຊື່ນ.