ມອບ-ຮັບ ຢ່າງເປັນທາງການ ຕຳແໜ່ງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ

258

ໃນວັນທີ 16 ມິຖຸນາ 2020 ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບຳນານ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອຳນວຍການລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່), ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມບັນດາຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີອັນມີຄວາມໝາຍນີ້ນອກຈາກ ມີການມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ແລ້ວ ທ່ານລັດຖະມົນຕີກະຊວງການເງິນຍັງໄດ້ຕົກລົງ ແຕ່ງຕັ້ງ ຮອງຜູ້ອໍານວຍການເພີ່ມຕື່ມ 04 ທ່ານ ຄື: ທ່ານ ຄໍາເພັງ ທິນນະກອນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງີນ ເປັນຮອງຜູ້ອໍານວຍການ, ທ່ານ ເຄນ ເທບວົງສາ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ເປັນຮອງຜູ້ອໍານວຍການ, ທ່ານ ຄູນ ບົວແພງພັນ ວ່າການຫົວໜ້າຝ່າຍຄຸ້ມຄອງສາຍສົ່ງ ແລະ ສະຖານີ ເປັນຮອງຜູ້ອໍານວຍການ ແລະ ແຕ່ງຕັ້ງ ທ່ານ ຟອງປະສິດ ເພັດສີສຸກ ວ່າການຫົວໜ້າຝ່າຍເຕັກນິກ ເປັນຮອງຜູ້ອໍານວຍການຕື່ມອີກ.


ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄື ລັດວິສາຫະກິດໄຟຟ້າລາວເທື່ອນີ້ ແມ່ນມີຄວາມສຳຄັນຫຼາຍ ຈຸດປະສົງແມ່ນແນໃສ່ການນຳພາ, ການຄຸ້ມຄອງບໍລິຫານຢູ່ໃນການຄຸ້ມຄອງມະຫາພາກ ກໍ່ຄືການຄຸ້ມຄອງວິສາຫະກິດໄຟຟ້າລາວ ໃຫ້ມີຄວາມສອດຄ່ອງກັບລະບຽບກົດໝາຍ ພ້ອມປັບປຸງໃຫ້ມີສະພາບທີ່ດີຂຶ້ນກວ່າເກົ່າ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນໄລຍະໃໝ່ ເຮັດໃຫ້ການຄຸ້ມຄອງບໍລິຫານຂອງລັດກໍ່ຄືຄຸ້ມຄອງທຸລະກິດໄປຕາມການນຳພາຂອງພັກໃນໄລຍະໃໝ່ທີ່ມີປະສິດທິພາບ ແລະ ປະສິດທິຜົນໃຫ້ຫຼາຍຂຶ້ນກວ່າເກົ່າ.


ທ່ານ ຮອງນາຍົກ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການນຳຊຸດໃໝ່ຂອງລັດວິສາຫະກິດໄຟຟ້າລາວເຮົາຈະຜ່ານຜ່າຄວາມຫຍຸ້ງຍາກໃນການແກ້ໄຂບັນຫາຕ່າງໆນາໆທີ່ທາງສັງຄົມ ກໍ່ຄືພໍ່ແມ່ປະຊາຊົນຢາກໃຫ້ຊ່ວຍພິຈາລະນາແກ້ໄຂໃຫ້ມີທ່າອ່ຽງດີຂຶ້ນ ເຊິ່ງກ່ອນອື່ນໝົດກໍ່ຢາກສະເໜີໃຫ້ອ້າຍນ້ອງພະນັກງານທັງບໍລິສັດໃຫຍ່ ລວມທັງທຸກສາຂາໃນທົ່ວປະເທດຈົ່ງສະໜັບສະໜູນໃຫ້ການຮ່ວມມືກັບຄະນະອຳນວຍການຊຸດໃໝ່ໃນການແກ້ໄຂບັນຫາຕ່າງໆ, ບັນຫາໃດທີ່ເປັນຂໍ້ຫຍຸ້ງຍາກຂາດຕົກບົກຜ່ອງແມ່ນຕ້ອງໄດ້ພາກັນແກ້ໄຂໃຫ້ທັນເວລາ, ເນື່ອງຈາກວຽກງານໄຟຟ້າແມ່ນຕິດພັນກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ.


ໃນໂອກາດດັ່ງກ່າວ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອຳນວຍການລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໄດ້ກ່າວວ່າ: ຂອບໃຈພັກ-ລັດຖະບານທີ່ໄວ້ວາງໃຈໃຫ້ພວກຂ້າພະເຈົ້າໄດ້ດຳລົງຕຳແໜ່ງທີ່ສຳຄັນນີ້ ແລະ ໃຫ້ຄຳໂອວາດຕັກເຕືອນ, ຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານອັນໃໝ່ ບໍ່ວ່າຈະເປັນເລື່ອງການແກ້ໄຂບັນຫາຫາງສຽງສັງຄົມທີ່ຕໍ່ວ່າເລື່ອງລາຄາໄຟ, ການແກ້ໄຂບັນຫາໜີ້ສິນທີ່ສະສົມມາຫຼາຍປີ ແລະ ອື່ນໆ.

ທ່ານກ່າວອີກວ່າ: ພວກຂ້າພະເຈົ້ານ້ອມຮັບເອົາຄຳຊີ້ນຳຢ່າງເຖິງຖອງຮ່ວມກັບອ້າຍນ້ອງ ກຳມະກອນໄຟຟ້າລາວທຸກຄົນ ເພື່ອໃຫ້ພາລະກິິດທີ່ໄດ້ຮັບມອບໝາຍບັນລຸຕາມລະດັບຄາດໝາຍ ແລະ ຈຸດປະສົງຂອງພັກ-ລັດຖະບານທີ່ຫວັງຢາກໃຫ້ລັດວິສາຫະກິດໄຟຟ້າລາວມີຄວາມເຂັ້ມແຂງ, ໃຫ້ການບໍລິການສະໜອງໄຟຟ້າທີ່ມີຄຸນນະພາບໃຫ້ກັບຜູ້ຊົມໃຊ້ໃນລາຄາທີ່ສົມເຫດສົມຜົນ, ໃຫ້ເປັນວິສາຫະກິດທີ່ສ້າງກຳໄລໃຫ້ລັດ ແລະ ກາຍເປັນທ່າແຮງຍູ້ໜູນຂະແໜງອື່ນໆໃນສັງຄົມເພື່ືອຂັບເຄື່ອນເສດຖະກິດຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.