ສຳເລັດແລ້ວ ໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງເອເລັກໂຕຣນິກ

118

ກະຊວງພາຍໃນ ໄດ້ຈັດກອງປະຊຸມ ກວດກາໜ້າວຽກຄັ້ງທີສາມ ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ ເພື່ອກວດກາຄວາມສຳເລັດຮຽບຮ້ອຍຂອງບັນດາໜ້າວຽກໃນໂຄງການສ້າງຖານຂໍ້ມູນກ່ອນ ມອບຄືນໃຫ້ກະຊວງພາຍໃນເປັນຜູ້ຮັບຜິດຊອບ.

ກອງປະຊຸມ ແລະ ພິທີມອບ-ຮັບ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2020 ທີ່ກະຊວງ ພາຍໃນ ນະຄອນຫຼວງວຽງຈັນ ເຊິ່ງຕາງໜ້າມອບໂດຍທ່ານ ລິວ ແມ້ງຮ່າ ຜູ້ອຳນວຍການບໍລິສັດ ສະຕາໂທລະຄົມ ແລະ ຮັບໂດຍທ່ານນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ເຊິ່ງໃຫ້ກຽດ ເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງ ພາຍໃນ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ກະຊວງພາຍໃນ ໄດ້ພັດທະນາໂຄງການລະບົບຄຸ້ມ ຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ເພື່ອສັງລວມ, ຮັກສາ, ປັບປຸງ ແລະ ຊອກຫາຂໍ້ມູນກ່ຽວກັບການ ຈົດທະບຽນພົນລະເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງເພື່ອປ້ອນຂໍ້ມູນ ແລະ ແລກປ່ຽນຂໍ້ມູນ ພ້ອມກັນນັ້ນ ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະ ເມືອງ, ນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນພັດທະນາເສດຖະກິດ ສັງຄົມໃນແຕ່ລະໄລຍະ.

ດັ່ງນັ້ນ, ລັດຖະບານໄດ້ອະນຸມັດງົບປະມານ ໃນການລົງທຶນເພື່ອພັດທະນາລະບົບຄຸ້ມຄອງພົນລະເມືອງເອເລັກໂຕຣນິກ ເຊິ່ງແມ່ນບໍລິສັດ ສະຕາໂທລະຄົມເປັນຜູ້ພັດທະນາ ແລະ ໄດ້ກວດກາໜ້າວຽກຕາມ ທີ່ໄດ້ກຳນົດໄວ້ໃນສັນຍາແລ້ວ 2 ຄັ້ງຄື: ຄັ້ງທີໜຶ່ງ 30% ແລະ ຄັ້ງທີສອງ 70%.

ສະນັ້ນ, ກອງປະຊຸມ ກວດກາໜ້າວຽກຄັ້ງທີສາມ ຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງ ພົນລະເມືອງເອເລັກໂຕຣນິກ ຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບການພັດທະນາລະບົບ ຈາກຫົວໜ້າກົມຄຸ້ມຄອງພົນລະເມືອງເຈົ້າຂອງໂຄງການ ແລະ ບໍລິສັດສະຕາໂທລະຄົມຜູ້ຮັບເໝົາໂຄງການ ພ້ອມມອບ-ຮັບໂຄງການດັ່ງກ່າວຄືນໃຫ້ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ.