ໂອນສະໜາມບິນ ທົ່ງໄຫຫີນມາຂຶ້ນກັບກະຊວງປ້ອງກັນປະເທດໂດຍກົງ

292

ສະໜາມບິນແຂວງຊຽງຂວາງ ຫຼື ທີ່ຮູ້ກັນດີໃນກຸ່ມຄົນທ້ອງຖິ່ນວ່າສະໜາມບິນທົ່ງໄຫຫີນ ນັບແຕ່ວັນທີ 12 ມິຖຸນາ 2020 ເປັນຕົ້ນໄປແມ່ນໄດ້ໂອນມາຂຶ້ນກັບ ກະຊວງປ້ອງກັນປະເທດເປັນຜູ້ຮັບຜິດຊອບໂດຍກົງ ຫຼັງມີພີທີເຊັນສັນຍາມອບ-ຮັບຢ່າງເປັນທາງການແລ້ວ.

ພິທີມອບ-ໂອນສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງໄດ້ຈັດຂຶ້ນ ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ, ໂດຍການ ກ່າວມອບຂອງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວ ຮັບແມ່ນ ສະຫາຍ ພັນໂທ ແສງ ຖະໜອມ ບຸດຕະວົງ ຫົວໜ້າ ຫ້ອງການກອງບັນຊາການທະຫານອາກາດ, ໂດຍການເຂົ້າ ຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ, ທ່ານ ບຸນຈັນ ສີວົງພັນ ຮອງເຈົ້າແຂວງຊຽງຂວາງ, ມີ ຜູ້ຕາງໜ້າກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບອ້ອມ ຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ບຸນແຕງ ສີມູນ ກ່າວ ວ່າ: ສະໜາມບິນທົ່ງໄຫຫີນຊຽງ ຂວາງ ໃນເມື່ອກ່ອນແມ່ນສ້າງຂຶ້ນມາ ເພື່ອຮັບໃຊ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຕ່ ເພື່ອເຮັດໃຫ້ການນໍາໃຊ້ສະໜາມ ບິນດັ່ງກ່າວໃຫ້ມີຜົນປະໂຫຍດສູງສຸດ ເພື່ອຮັບໃຊ້ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງປະ ເທດ ແລະ ຂອງແຂວງຊຽງ ຂວາງ ຈຶ່ງໄດ້ມອບ-ໂອນໃຫ້ກະ ຊວງປ້ອງກັນປະເທດຮັບຜິດ ຊອບໂດຍກົງ.

ຕະຫຼອດໄລຍະ 22 ປີ ທີ່ມີ ການນໍາໃຊ້ສະໜາມບິນຮ່ວມກັນ, ກົມການບິນພົນລະເຮືອນ ໄດ້ສ້າງ ກົດໝາຍ, ລະບຽບການ ແລະ ຄູ່ ມືໃນການຄຸ້ມຄອງວຽກງານການ ບິນໃນຂອບເຂດທົ່ວປະເທດ ເຊິ່ງ ໃນນັ້ນສະໜາມບິນທົ່ງໄຫຫີນ ກໍ ແມ່ນສະໜາມບິນແຫ່ງໜຶ່ງທີ່ຢູ່ ພາຍໃຕ້ການຄຸ້ມຄອງທີ່ສອດຄ່ອງ ກັບສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອເຮັດໃຫ້ການບໍລິການວຽກງານການບິນພົນລະ ເຮືອນຢູ່ສະໜາມບິນທົ່ງໄຫຫີນ ສາມາດຈັດຕັ້ງປະຕິບັດສອດ ຄ່ອງ ຕາມມາດຕະຖານສາກົນ, ກົມ ການບິນພົນລະເຮືອນ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາສອງກອງວິຊາ ການຄື:

ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາ ກາດລາວ ລວມທັງບໍລິສັດສາຍ ການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມ ບິນ, ການບໍລິການພາກພື້ນດິນ, ລົດດັບເພີງ, ໄຟຟ້າ, ການປ້ອງ ກັນຄວາມປອດໄພການບິນ, ປັບ ປຸງເດີ່ນຫຍ້າ ແລະ ການພັດທະ ນາດ້ານບຸກຄະລາກອນໃຫ້ໄດ້ ມາດຕະຖານ, ດ້ານວຽກງານຈະ ລາຈອນອາກາດ ໄດ້ມີການພັດ ທະນາລະບົບການບໍລິການຈະລາ ຈອນອາກາດເຊັ່ນ: ຕິດຕັ້ງລະບົບ ວິທະຍຸສື່ສານ, ວິທະຍຸນໍາທາງ, ວິທະຍຸຕິດຕາມເປົ້າໝາຍ, ລະ ບົບອຸຕຸນິຍົມການບິນ, ການຍົກລະ ດັບຂີດຄວາມສາມາດດ້ານບຸກ ຄະລາກອນນັກບັນຊາຈະລາ ຈອນອາກາດ ແລະ ນາຍຊ່າງ ສ້ອມແປງວິທະຍຸການບິນ ແລະ ອື່ນໆ.

ດ້ານການບໍລິການສາຍ ການບິນ, ໄດ້ມີການຍົກລະດັບ ການບໍລິການຂົນສົ່ງຜູ້ໂດຍສານ ດ້ວຍການນໍາໃຊ້ເຮືອບິນທີ່ມີ ຄວາມທັນສະໄໝລະດັບ 70 ບ່ອນ ນັ່ງທີ່ສ້າງຄວາມເຊື່ອໝັ້ນໃຫ້ ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກການພັດທະນາວຽກ ງານການບິນທີ່ນັບມື້ນັບມີການ ຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ ການບິນພົນລະເຮືອນ ແລະ ກອງ ທັບ ໄດ້ສືບຕໍ່ພັດທະນາໃຫ້ມີຄວາມ ເຂັ້ມແຂງຂຶ້ນເລື້ອຍໆ ໂດຍປະຕິ ບັດຕາມທິດຊີ້ນຳຂອງລັດຖະ ບານກໍຄືແຈ້ງການຂອງຫ້ອງ ວ່າການສຳນັກງານນາຍົກລັດ ຖະມົນຕີ ສະບັບເລກທີ 01/ຫສນຍ, ລົງວັນທີ 12 ກຸມພາ 2020.

ດັ່ງ ນັ້ນ, ກົມການບິນພົນລະເຮືອນ ຈຶ່ງມອບຄືນຄວາມຮັບຜິດຊອບ ການຄຸ້ມຄອງວຽກງານການບິນ ໃນເຂດສະໜາມບິນທົ່ງໄຫຫີນ ໃຫ້ໄປຂຶ້ນກັບຄວາມຮັບຜິດຊອບ ໂດຍກົງຂອງກອງບັນຊາການທະ ຫານອາກາດກະຊວງປ້ອງກັນ ປະເທດ, ເພື່ອເຮັດໃຫ້ສະໜາມ ບິນແຫ່ງນີ້ ໄດ້ມີການສືບຕໍ່ພັດທະ ນາ ແລະ ສາມາດຮັບປະກັນຄວາມ ປອດໄພດ້ານຕ່າງໆ ສອດຄ່ອງ ຕາມລະບຽບການ ແລະ ມາດຕະ ຖານສາກົນ ເພື່ອສ້າງໃຫ້ສະໜາມ ບິນແຫ່ງນີ້ ເປັນສະໜາມບິນໃຊ້ ຮ່ວມກັນ ແລະ ສືບຕໍ່ພັດທະນາ ວຽກງານການບິນຮ່ວມກັນ ແນ ໃສ່ຮັບປະກັນໃນການປະຕິບັດ ການບິນມີຄວາມສະດວກ, ວ່ອງ ໄວ ແລະ ປອດໄພສູງສຸດ.

ທ່ານ ພັນໂທ ແສງຖະໜອມ ບຸດຕະວົງ ກ່າວວ່າ: ໂດຍປະ ຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືຂອງກະຊວງ ປ້ອງກັນປະເທດໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ມີແບບແຜນທີ່ທັນສະໄໝ ໄປຄຽງ ຄູ່ກັບການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງເຫຼົ່າຮົບວິຊາສະເພາະຂອງ ກອງທັບໃຫ້ນັບມື້ ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ໃນນີ້ ເຫຼົ່າຮົບທະຫານອາກາດກໍແມ່ນ ເຫຼົ່າຮົບໜຶ່ງທີ່ມີພາລະບົດບາດ ແລະ ໜ້າທີ່ອັນສໍາຄັນໃນການປະ ຕິບັດເຮັດໜ້າທີ່ວິຊາສະເພາະ ຂົງເຂດວຽກງານການບິນ ເພື່ອ ປົກປັກຮັກສາເຂດນ່ານຟ້າຂອງ ປະເທດໃຫ້ມີຄວາມສະຫງົບ, ຮັບ ໃຊ້ການລຳລຽງຂົນສົ່ງທາງອາ ກາດ ກໍຄືການບິນຮັບໃຊ້ການນໍາ ພັກ-ລັດ, ຮັບໃຊ້ສັງຄົມ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນໃນການນໍາ ໃຊ້ເດີ່ນບິນທົ່ງໄຫຫີນແຫ່ງນີ້ ເພື່ອ ຮອງຮັບເຂົ້າໃນວຽກງານເຝິກ ແອບຮໍ່າຮຽນການບິນ ແລະ ນໍາ ໃຊ້ເຂົ້າໃນວຽກງານຍຸດທະສາດ ການທະຫານຂອງກອງທັບ ປະ ຊາຊົນລາວ ແລະ ຈະນໍາໃຊ້ສະ ໜາມບິນແຫ່ງນີ້ ໃຫ້ເກີດປະໂຫຍດ ສູງສຸດໃນການລິບໍລິການສັງ ຄົມ ແລະ ກຽມພ້ອມປົກປ້ອງ ນ່ານຟ້າ ສປປ ລາວ.

ຂ່າວຈາກ: Lao people’s Army News