65 ມື້ບໍ່ມີຜູ້ຕິດເຊື້ອໂຄວິດ-19 ຂະນະທີ່ແຮງງານລາວ ຍັງເດີນທາງກັບປະເທດຢ່າງຕໍ່ເນື່ອງ

162

ນັບເປັນເວລາ 65 ມື້ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19, ຍອດຜູ້ຕິດເຊື້ອຍັງສະສົມພຽງ 19 ຄົນ ແລະ ທັງໝົດແມ່ນປິ່ນປົວຫາຍດີອອກໂຮງໝໍຄົບທຸກຄົນແລ້ວ, ສະເພາະວັນທີ 14 ມິຖຸນາ 2020 ໄດ້ເກັບຕົວຢ່າງກວດຫາເຊື້ອທັງໝົດ 93​ຄົນ ເຊິ່ງຜົນກວດທັງໝົດລ້ວນເປັນລົບ.

ວັນທີ 16 ມິຖຸນາ 2020 ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ ວ່າ: ການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຮອດເວລາ 17 ໂມງ ຂອງວັນທີ 15 ມິຖຸນາ 2020 ມີຜູ້ເດີນທາງເຂົ້າມາທັງໝົດ 1.628 ຄົນ, ຜ່ານດ່ານຊາຍແດນ ລາວ-ໄທ 1.011 ຄົນ, ໃນນັ້ນຜ່ານດ່ານຂົວມິດຕະພາບແຫ່ງທີ I ມີ ແຮງງານລາວ 100 ຄົນ, ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີ ແຮງງານລາວ 17 ຄົນ, ຜ່ານດ່ານຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 52 ຄົນ.

ພ້ອມນີ້ ກໍ່ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີແຮງງານລາວ 21 ຄົນ ແລະ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 821 ຄົນ, ຜ່ານດ່ານລາວ – ຈີນ 17 ຄົນ ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຜ່ານດ່ານລາວ-ຫວຽດນາມ 479 ຄົນ, ໃນນັ້ນ ມີຄົນຫວຽດນາມເຂົ້າມາວຽກລັດຖະການ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ 1 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ຜ່ານສະໜາມບິນສາກົນວັດໄຕ 121 ຄົນ (ຄົນລາວ 2 ຄົນ, ຈີນ 114 ຄົນ, ຝຣັ່ງ 3 ຄົນ, ເນເທີແລນ 1 ຄົນ ແລະ ເຢຍລະມັນ 01 ຄົນ) ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ໃຫ້ຮູ້ຕື່ມອີກວ່າ: ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອໃນວັນທີ 15 ມິຖຸນາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 93 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 63 ຄົນ, ແຮງງານໄທ 15 ຄົນ ແລະ ກໍລະນີສົງໄສ 15 ຄົນ ເຊິ່ງຜົນກວດຂອງແຮງງານລາວ, ແຮງງານໄທ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 65 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່, ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 15 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 11.093 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍທັງໝົດແລ້ວ.