ດ່ວນ! ກະຊວງສຶກສາ ແຈ້ງລະອຽດກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ ປີນີ້

488

ກາຍເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈ ພ້ອມຕັ້ງຄໍາຖາມເປັນຈໍານວນຫຼາຍ, ຫຼັງ ສປປ ລາວ ໄດ້ປະຕິບັດມາດຕະການໂຈະການຮຽນ-ການສອນໄປໄລຍະໜຶ່ງ ແຕ່ປັດຈຸບັນກໍ່ເລີ່ມເປີດຄືນແລ້ວ ແນວໃດກໍ່ດີເນື່ອງຈາກໄລຍະເວລາພັກດົນ ຈຶ່ງເຮັດໃຫ້ຫຼາຍຄົນຂ້ອງໃຈເຖິງໄລຍະເວລາການສອບເສັງຂອງບັນດາໂຮງຮຽນ ຫຼື ສະຖາບັນຕ່າງໆ ໂດຍສະເພາະແມ່ນສາຍສາມັນສຶກສາ, ຫຼ້າສຸດ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງ ກ່ຽວກັບການສອບເສັງຈົບຊັ້ນສາຍສາມັນສຶກສາ ປະຈໍາສົກຮຽນ 2019-2020 ແລ້ວ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກີລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ:
ຊັ້ນປະຖົມສຶກສາ

1 ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື ພາສາລາວ(ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ.

2 ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.

ພາບປະກອບຂ່າວເທົ່ານັ້ນ

3 ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ5.

4 ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ.

5 ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກີລາ.

ພາບປະກອບຂ່າວເທົ່ານັ້ນ

ຊັ້ນມັດທະຍົມສຶກສາ

ການກະກຽມ

1 ໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຢ່າງພຽງພໍ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ຜົນສໍາເລັດທີ່ມີປະສິດທິພາບໃນການສອບເສັງ, ພິເສດໃຫ້ສືບຕໍ່ແຕ່ງຕັ້ງ ໜ່ວຍສະເພາະກິດເພື່ອກວດກາ, ຕິດຕາມ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນການສອບເສັງ.

2 ໃຫ້ຈັດຕັ້ງເຜີຍແຜ່ລະບຽບການສອບເສັງ ໃຫ້ແກ່ຄະນະກໍາມະການ, ຄູ, ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ.

3 ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ມ4, ມ7, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງສົງ, ນັກສອບເສັງຫ້ອງສອງພາສາລາວຝຣັ່ງ, ຈໍານວນຫ້ອງສອບເສັງ, ສູນສອບເສັງ, ຫົວບົດສອບເສັງຈົບຊັ້ນ ມ4 ແລະ ມ7 ຂັ້ນແຂວງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.

4 ໃຫ້ສົ່ງຊື່ນາມສະກຸນ, ຕໍາແໜ່ງ, ທີ່ຢູ່, ເບີໂທລະສັບ, ອີເມວຂອງຄະນະກໍາມະການຮັບຜິດຊອບການສອບເສັງ, ຜູ້ທີ່ຈະຮັບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020.

ສ່ວນດ້ານການຈັດຕັ້ງປະຕິບັດສອບເສັງ ກໍານົດເອົາວັນທີ 10-31 ກໍລະກົດ ພະນັກງານຂັ້ນແຂວງ, ນະຄອນຫຼວງ ເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4 ແລະ ຕອນປາຍ ມ7. ກໍານົດເອົາວັນທີ 22-24 ກໍລະກົດ ສອບເສັງຈົບຊັ້ນ ມ4; ກໍານົດເອົາ 29-31 ກໍລະກົດ ສອບເສັງຈົບຊັ້ນ ມ7 ແລະ ສອບເສັງຄືນ ມ4.

ທັງນີ້ ສໍາລັບການສອບເສັງຄືນ ສໍາລັບ ມ4 ທີ່ຂາດສອບເສັງໂດຍມີເຫດຜົນພຽງພໍ ໃຫ້ນໍາໃຊ້ບົດສອບເສັງສໍາຮອງ. ສ່ວນການສອບເສັງຄືນຊັ້ນ ມ7 ກໍານົດເອົາວັນທີ 3-5 ສິງຫາ ສໍາລັບຜູ້ທີ່ມີເຫດຜົນພຽງພໍ ແລະ ໃຫ້ນໍາໃຊ້ຫົວບົດສອບເສັງສໍາຮອງເຊັ່ນກັນ.

ສຸດທ້າຍ ອາທິດທີ 3 ຂອງເດືອນສິງຫາ 2020 ສະຫຼຸບຜົນການສອບເສັງຂອງ ມ4 ແລະ ມ7 ສົ່ງກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ.