ຜົນວິໄຈຊີ້ ພິດໂຄວິດ ເຮັດໃຫ້ປະຊາກອນເກືອບເຄິ່ງໂລກຢູ່ໃຕ້ເສັ້ນແບ່ງຄວາມທຸກຍາກ

80
People reach out to get a charity food handout during a lockdown after Pakistan shut all markets, public places and discouraged large gatherings amid an outbreak of the coronavirus disease (COVID-19), in Karachi, Pakistan, March 30, 2020. REUTERS/Akhtar Soomro

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການທົດຖອຍຂອງເສດຖະກິດໂລກ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ຄົນຕົກຢູ່ໃນສະພາບທຸກຈົນທີ່ສຸດເພີ່ມຂຶ້ນອີກຫຼາຍກວ່າ 395 ລ້ານຄົນ ເຊິ່ງສົ່ງຜົນເຮັດໃຫ້ຕົວເລກຂອງຜູ້ທຸກຍາກທີ່ໃຊ້ຈ່າຍເງິນບໍ່ເຖິງ 2 ໂດລາ/ມື້ ເພີ່ມຂຶ້ນເປັນ 1,1 ຕື້ຄົນ ໃນທົ່ວໂລກ.


ລາຍງານດັ່ງກ່າວໄດ້ຖືກຕີພິມໂດຍ UNU-WIDER ເຊິ່ງເປັນສ່ວນໜຶ່ງຂອງມະຫາວິທະຍາໄລສະຫະປະຊາຊາດ ໄດ້ນໍາສະຖານະການຫຼາຍຢ່າງມາປະກອບພິຈາລະນາ ລວມເຖິງຕົວເລກເສັ້ນແບ່ງຄວາມທຸກຍາກຂອງທະນາຄານໂລກ ເຊິ່ງມີຂີດເສັ້ນແບ່ງລະຫວ່າງກຸ່ມທີ່ຢູ່ໃນສະຖານະການທຸກຍາກທີ່ສຸດທີ່ດຳລົງຊີວິດ ໂດຍໃຊ້ເງິນປະມານ 1,90 ໂດລາ/ມື້ ຫຼື ໜ້ອຍກວ່ານັ້ນ ກັບກຸ່ມທີ່ຖືວ່າຍັງຢູ່ໃນເກນຄວາມທຸກຍາກທີ່ໃຊ້ເງິນໜ້ອຍກວ່າ 5,5 ໂດລາ/ມື້.


ພາຍໃຕ້ສະຖານະການດັ່ງກ່າວນີ້ເຮັດໃຫ້ລາຍໄດ້ຂອງປະຊາກອນຫຼຸດລົງ ແລະ ການບໍລິໂພກກໍຫຼຸດລົງເຖິງ 20% ຈຳນວນຕົວເລກຜູ້ທີ່ຢູ່ໃນສະຖານະທຸກຍາກທີ່ສຸດຈະເພີ່ມຂຶ້ນເປັນ 1,12 ຕື້ຄົນ, ສ່ວນຕົວເລກຜູ້ທີ່ຢູ່ໃນສະຖານະທຸກຍາກທີ່ໃຊ້ເງິນບໍ່ເກີນ 5,5 ໂດລາ/ມື້ ໃນກຸ່ມປະເທດທີ່ມີລາຍໄດ້ປານກາງຈະເພີ່ມຂຶ້ນເປັນ 3,7 ຕື້ຄົນ ຫຼື ອາດເວົ້າໄດ້ວ່າປະຊາກອນເກືອບເຄິ່ງໜຶ່ງຂອງໂລກຈະດຳລົງຊີວິດຢູ່ຕ່ຳ ກວ່າເສັ້ນແບ່ງ ຄວາມທຸກຍາກ.


ທ່ານ ແອນດີ ຊຳເມີ ໜຶ່ງໃນຜູ້ຂຽນລາຍງານດັ່ງກ່າວເປີດເຜີຍວ່າ: ການຄາດການຈໍານວນຜູ້ທຸກຍາກໃນໂລກ ຖືວ່າເປັນຕົວເລກທີ່ໜ້າເປັນຫ່ວງ. ດັ່ງນັ້ນ, ລັດຖະບານຂອງແຕ່ລະປະເທດຕ້ອງມີແຜນ, ນະໂຍບາຍທີ່ດີ ແລະ ລົງມືປະຕິບັດໃຫ້ໄວທີ່ສຸດ ເພື່ອຊ່ວຍເຫຼືອການສູນເສຍລາຍໄດ້ທີ່ຄົນທຸກຍາກກຳລັງປະເຊີນ.