ນະຄອນຫຼວງ ມີ ແຮງງານ 50 ພັນກວ່າຄົນເຮັດວຽກຢູ່ຕາມໂຮງງານອຸດສາຫະກຳປຸງແຕ່ງ

232

ນະຄອນຫຼວງວຽງຈັນແມ່ນເປັນສູນກາງດ້ານການເມືອງ, ເສດຖະກິດ, ການສຶກສາ ລວມເຖິງບັນດາໂຮງງານການຜະລິດ ອີງຕາມສະຕິຖິໃນທ້າຍປີ 2019 ທົ່ວນະຄອນຫຼວງມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 3.139 ແຫ່ງ ມີທຶນທັງໝົດ 4 ພັນຕື້ກວ່າກີບ, ມີຈໍານວນແຮງງານທັງໝົດ 53.374 ຄົນ ມີກໍາລັງແຮງມ້າ 171.986 HP.


ກອງປະຊຸມແລກປ່ຽນບົດຮຽນພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ ນວ ) ແລະ ພະແນກ ອຄ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2020 ທີ່ພະແນກ ອຄ ນວ ນະຄອນຫຼວງວຽງຈັນ ທ່ານ ນາງ ວັນມະນີ ພິມມະສານ ກ່າວວ່າ: ໃນປີ 2019 ໄດ້ອອກໃບອະນຸຍາດດໍາເນີນກິດຈະການໃໝ່ມີຈໍານວນທັງໝົດ 281 ໂຮງງານ, ມີທຶນທັງໝົດ 118.552.720.000 ກີບ, ມີແຮງງານທັງໝົດ 1.020 ຄົນ ຍິງ 591 ຄົນ, ມີກໍາລັງເຄື່ອງຈັກ ຈໍານວນ 3.567,06 HP, ປະເພດກິດຈະການໂຮງງານດ້ານ: ຜະລິດເມັດຢາງພລາສຕິກ, ຜະລິດໄມ້ປ່ອງ, ຜະລິດລິບໄຟຟ້າ, ນໍ້າດື່ມ, ດິນບ໋ອກ, ຕັດຫຍິບຂະໜາດນ້ອຍ ແລະ ຜະລິດປະເພດອາຫານ.

ໃນປີ 2019 ໄດ້ມີໂຮງງານຢຸດເຊົາກິດຈະການ ຈໍານວນ 170 ໂຮງງານ, ຍ້ອນມີການດັດສົມໂຮງງານເຟີນີເຈີ, ໂຮງງານນໍ້າດື່ມ ແລະ ຈຳນວນໜຶ່ງແມ່ນຂາດທຶນໝູນວຽນ, ຂາດອໍເດີຈາກລູກຄ້າ ເປັນໂຮງງານຂະໜາດນ້ອຍຂັ້ນເມືອງອະນຸຍາດ.
ມາຮອດທ້າຍປີ 2019 ສະຖິຕິໂຮງງານອຸດສາຫະກໍາປຸງ ແຕ່ງ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ ມີທັງໝົດ 3.139 ແຫ່ງ ມີທຶນທັງໝົດ 4,6 ພັນກວ່າຕຶ້ກີບ, ມີຈໍານວນແຮງງານທັງໝົດ 53.374 ຄົນ ຍິງ 31.649 ກີບ, ມີກໍາລັງແຮງມ້າ 171.986 HP ທຽບໃສ່ປີ 2018 ມີຈໍານວນ 3.028 ໂຮງງານ ເຫັນວ່າເພີ່ມຂຶ້ນ 111 ໂຮງງານ ເທົ່າກັບ 3,66%.

ສຳລັບແຜນວຽກ ແລະ ໂຄງການຈຸດສຸມໃນສົກປີ 2020 ຈະສູ້ຊົນເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວຕໍ່ເນື່ອງບໍ່ໃຫ້ຫຼຸດ 12,5%, ການຜະລິດຫັດຖະກໍາຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ໃຫ້ຫຼຸດ 8%, ມູນຄ່າສົ່ງອອກສິນຄ້າເພີ່ມຂຶ້ນ ບໍ່ໃຫ້ຫຼຸດ 18% ແລະ ມູນຄ່າສິນຄ້ານຳເຂົ້າເພີ່ມຂຶ້ນ ບໍ່ໃຫ້ເກີນ 8%.


ທ່ານ ບຸນຍະເດດ ທອງສະຫວັນ ກ່າວວ່າ: ການເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເພື່ອປຶກສາຫາລືຖອດຖອນບົດຮຽນການຄຸ້ມຄອງ, ສົ່ງເສີມດ້ານວິຊາການຂົງເຂດອຸດສາຫະກຳ ແລະ ການຄ້າ ເປັນຕົ້ນແມ່ນການຄຸ້ມຄອງການນຳເຂົ້າ – ສົ່ງອອກ, ຄຸ້ມຄອງອຸດສາຫະກຳ ແລະ ຫັດຖະກຳ, ຄຸ້ມຄອງທະບຽນວິສາຫະກິດ, ການຄຸ້ມຄອງການຄ້າພາຍໃນ ເຊັ່ນ: ບົດບັນທຶກຊ່ວຍຈຳ ເພື່ອການພັດທະນາອຸດສາຫະກຳ ແລະ ການຄ້າ ລົງທັດສະນະສຶກສາຢ້ຽມຢາມສະຖານທີ່ການຜະລິດ ແລະ ຈຳໜ່າຍສິນຄ້າ ເປັນຕົ້ນແມ່ນຕະຫຼາດຈຳໜ່າຍຜະລິດຕະພັນກະສິກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນສະບຽງອາຫານ ແລະ ກຸ່ມຫັດຖະກຳຂະໜາດນ້ອຍແບບຄອບຄົວ.
ຂ່າວ: ສົມລົດ