ເພື່ອຄວາມເປັນລະບຽບຈະຮື້ຖອນ ຊຸມສາຍທີ່ບໍ່ຈຳເປັນອອກຈາກເສົາໄຟຟ້າ

119

ບັນດາຊຸມສາຍຢູ່ບ້ານເຮົາ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຫຼາຍຈຸດແມ່ນບໍ່ຈັກສາຍຫຍັງຕໍ່ສາຍຫຍັງຫຍຸ້ງເຫຍິງໄປໝົດ ສະນັ້ນ ເພື່ອແກ້ໄຂຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ ການນຳນະຄອນຫຼວງວຽງຈັນມີທິດຊີ້ນຳໃຫ້ເອົາຊຸມສາຍທີ່ບໍ່ຈຳເປັນອອກຈາກເສົາໃຫ້ໝົດ. ຫຼ້າສຸດໃນວັນທີ 11 ມິຖຸນາຜ່ານມາ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມການແກ້ໄຂຊຸມສາຍຕາມເສັ້ນທາງສາຍຫຼັກ.


ການລົງຕິດຕາມແກ້ໄຂຊຸມສາຍຄັ້ງນີ້ ໄດ້ກວດກາສະພາບຊຸມສາຍຕົວຈິງ ເປັນຕົ້ນແມ່ນສາຍໂທລະຄົມ, ອິນເຕີເນັດ, ໂທລະສັບ, ສາຍເຄເບິນ ແລະ ສາຍອື່ນໆ ທີ່ເກາະຫ້ອຍຕາມເສົາໄຟຟ້າ ບາງສາຍຂາດ ຢ່ອນຍານ ເກາະຕາມຕົ້ນໄມ້ຕ່າງໆ ເຊິ່ງບັນດາສາຍເຫຼົ່ານັ້ນຈຳນວນໜຶ່ງແມ່ນບໍ່ໄດ້ນຳໃຊ້ແລ້ວ ແຕ່ບໍ່ມີການຮື້ຖອນອອກ ເຮັດໃຫ້ເປັນຂີ້ເຫຍື້ອ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ເຊິ່ງບໍ່ເໝາະສົມກັບນະໂຍບາຍ 6 ສ ໂດຍສະເພາະແມ່ນ ສ.ສະເໜ່ ເຖິງແມ່ນວ່າໄລຍະຜ່ານມາ ຈະໄດ້ເອົາໃຈໃສ່ແກ້ໄຂສຳເລັດໂດຍພື້ນຖານ 4 ເສັ້ນທາງ ຄື: ເສັ້ນທາງສຸພານຸວົງ ( ແຕ່ສະໜາມບິນວັດໄຕ ຮອດໄຟອຳນາດວັດອິນແປງ ), ເສັ້ນທາງເຈົ້າອານຸວົງ ( ແຕ່ວັດຈັນຫາໄຟອຳນາດໂຮງກາຍະສິນ ), ເສັ້ນທາງໄກສອນ ພົມວິຫານ ( ເຂດປະຕູໄຊ ຫາ ໂພນເຄັງ ), ເສັ້ນທາງ 13 ເໜືອ ( ໄຟອຳນາດສະໜາມບິນ ຫາ ໄຟອຳນາດໜອງແຕ່ງ.

ພາຍຫຼັງລົງຕິດຕາມກວດກາຕົວຈິງແລ້ວ ກໍໄດ້ມີການປະຊຸມເພື່ອໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄໍາເຫັນເພື່ອຊອກຫາວິທີການແກ້ໄຂ ເຊິ່ງຫຼາຍພາກສ່ວນກໍເຫັນດີໃຫ້ຮື້ຖອນບັນດາສາຍທີ່ບໍ່ໃຊ້ແລ້ວອອກ ມັດເຂົ້າໃຫ້ເປັນລະບົບດຽວກັນ ໃຊ້ສາຍສະລິງເກາະຕາມສາຍທີ່ໄຟຟ້າຮັບປະກັນຄວາມປອດໄພ.


ທ່ານຮອງເຈົ້າຄອງກໍໄດ້ຊີ້ນຳໃຫ້ບັນດາບໍລິສັດຜູ້ປະກອບການດ້ານໃຊ້ສາຍ ເປັນເຈົ້າການປັບປຸງແກ້ໄຂໄລຍະສັ້ນ ຫຼື ໄລຍະຍາວ. ສ່ວນພາກລັດກໍຕ້ອງໄດ້ສ້າງປັບປຸງນິຕິກຳ ຫຼື ຂໍ້ຕົກລົງໃນການຄຸ້ມຄອງກ່ຽວກັບວຽກງານດັ່ງກ່າວໃຫ້ຄວາມຄົບຖ້ວນສົມບູນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເປັນເອກະພາບ ຖ້າເປັນໄປໄດ້ຄວນໃຫ້ບໍລິສັດທີ່ມີຄວາມພ້ອມທາງດ້ານເຕັກນິກເປັນບໍລິສັດກາງ ເພື່ອເປັນຜູ້ແກ້ໄຂບັນຫາດັ່ງກ່າວ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນໃຫ້ບັນດາຜູ້ຊົມໃຊ້ເປັນຮັບຜິດຊອບຕາມປະລິມານການຊົມໃຊ້ຂອງບັນດາບໍລິສັດຮື້ຖອນບັນດາສາຍທີ່ບໍ່ໄດ້ໃຊ້ອອກ ປັບປຸງມ້ຽນມັດຄືນໃໝ່ ແລະ ອື່ນໆ.