ເຖິງແມ່ນວ່າປັດຈຸບັນ ສປປ ລາວ ຈະມີຂ່າວດີ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມປິ່ນປົວຜູ້ຕິດເຊື້ອທັງ 19 ຄົນ ຫາຍດີ ອອກໂຮງໝໍໝົດທຸກຄົນແລ້ວ, ແຕ່ລັດຖະບານກໍ່ບໍ່ໄດ້ລະເຫຼີງໃຈ ຍັງສືບຕໍ່ເຂັ້ມງວດຕໍ່ມາດຕະການຕ່າງໆ ໂດຍສະເພາະແມ່ນການຈໍາກັດບໍລິເວນບັນດາແຮງງານລາວທີ່ກັບເຂົ້າປະເທດ ເຊິ່ງປັດຈຸບັນຍັງມີສູນຈໍາກັດບໍລິເວນທັງໝົດ 94 ສູນ ພ້ອມຜູ້ຖືກຈຳກັດບໍລິເວນ ຈໍານວນ 3.449 ຄົນ.
ໃນວັນທີ 15 ມິຖຸນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ຖະແຫຼ່ງຂ່າວລາຍງານສະພາບການ ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ ນາງ ລັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນເຂົ້າຮ່ວມ.
ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ປັດຈຸບັນມີສູນຈໍາກັດບໍລິເວນ ທັງໝົດ 94 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.449 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 14 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 854 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 625 ຄົນ, ແຮງງານໄທ 04 ຄົນ, ແຮງງານຈີນ 165 ຄົນ, ແຮງງານຫວຽດນາມ 56 ຄົນ ແລະ ກໍລະນີສົງໄສ 4 ຄົນ ເຊິ່ງຜົນກວດທັງໝົດລ້ວນບໍ່ພົບເຊື້ອ.
ໝາຍຄວາມວ່າໃນວັນທີ 14 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 14 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 11.000 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (64 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
ທ່ານກ່າວຕື່ມວ່າ: ພວກເຮົາຕີລາຄາວ່າສະພາບການລະບາດຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ, ຍົກເວັ້ນ ສປ ຈີນ ມີການລະບາດຄືນໃໝ່. ສະເພາະຢູ່ ສປປ ລາວ 64 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ.