u-money ໃຊ້ບໍລິການຫຍັງໄດ້ແດ່ ?

342

u-money ແມ່ນເຄື່ອງໝາຍການຄ້າ ສໍາລັບການດໍາເນີນທຸລະກິດ ຂອງ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ເຊິ່ງເປັນ ບໍລິສັດລູກ ຂອງ ບໍລິສັດ ສະຕາ ໂທລະຄົມ ( ຢູນີເທວ ).

ບໍລິສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດຢ່າງເປັນທາງການໃນການບໍລິການທາງດ້ານກະເປົາເງິນເອເລັກໂຕຣນິກ ຈາກທະນາຄານແຫ່ງ ສປປ ລາວ ແລະ ໄດ້ເລີ່ມດໍາເນີນການບໍລິການຕັ້ງແຕ່ປີ 2017 ເພື່ອເຮັດໃຫ້ການນຳໃຊ້ບໍລິການສະດວກຍິ່ງຂຶ້ນ ບໍລິສັດ ສະຕາ ຟີນເທັກໄດ້ເຊັນສັນຍາ ຮ່ວມມືກັບບັນດາທະນາຄານ ເຊັ່ນ: ທະນາຄານ ລາວ-ຫວຽດ, ທະນາຄານ ຫຸ້ນສ່ວນການຄ້າ ທະຫານ ສາຂາລາວ (MB Bank ), ທະນາຄານການຄ້າຕ່າງປະເທດລາວ ວ່າດ້ວຍ E-commerce, ທະນາຄານ ມາຣູຮານ ເຈແປນລາວ ເພື່ອເພີ່ມຊ່ອງທາງໃນການຊຳລະໃຫ້ແກ່ລູກຄ້າ. ປັດຈຸບັນການນໍາໃຊ້ບໍລິການ ດ້ານກະເປົາເງິນ ເອເລັກໂຕຣນິກ ເພື່ອຊຳລະຄ່າ ບໍລິການຕ່າງໆ ແບບອອນລາຍເປັນບໍລິການທີ່ມີຄົນນິຍົມຊົມໃຊ້ຫລາຍ, ເຊິ່ງການໃຊ້ບໍລິການດ້ານກະເປົາເງິນເອເລັກໂຕຣນິກນີ້ ແມ່ນເປັນທີ່ຮູ້ຈັກ ບໍ່ສະເພາະໃນລາວທີ່ຫັນມາໃຊ້, ແຕ່ທົ່ວໂລກໃນຫຼາຍໆປະເທດກໍ່ໄດ້ຫັນປ່ຽນມານໍາໃຊ້ການຊໍາລະແບບນີ້ເຊັ່ນດຽວກັນ ເຊິ່ງສະເພາະຢູ່ລາວເຮົາ ກໍ່ມີຜູ້ໃຫ້ສະໜອງດ້ານກະເປົາເງິນເອເລັກໂຕຣນິກນັ້ນຄື u-money.

ບໍລິການ u-money ເປັນບໍລິການ ດ້ານກະເປົາເງິນເອເລັກໂຕຣນິກເຊິ່ງລູກຄ້າ ສາມາດນຳໃຊ້ u-money ເຂົ້າໃນການໂອນເງິນ – ຖອນເງິນ ສົດໄດ້ຢ່າງສະດວກ ວ່ອງໄວ, ປອດໄພ ໂດຍລູກຄ້າສາມາດປະຕິບັດຂັ້ນຕອນໄດ້ເອງ. ການນຳໃຊ້ບໍລິການ ຢູມັນນີ ທຸກຄັ້ງແມ່ນ ຕ້ອງຢືນຢັນດ້ວຍລະຫັດ ເຮັດໃຫ້ເພີ່ມລະດັບຄວາມປອດໄພຂ້ອນຂ້າງສູງ ສະນັ້ນລູກຄ້າບໍ່ຕ້ອງເປັນກັງວົນກັບຄວາມປອດໄພຕໍ່ການນຳໃຊ້.


ນອກນັ້ນ ການຊໍາລະຄ່າ ບໍລິການຕ່າງໆ ຂອງ Unitel ຜ່ານ ບໍລິການ u-money ບໍ່ວ່າຈະເປັນການ ເຕີມມູນຄ່າໂທສຳລັບເບີເຕີມເງິນ ແມ່ນຈະໄດ້ຮັບສ່ວນຫລຸດ 5% ທຸກຄັ້ງ; ການຊໍາລະເບີ ລາຍເດືອນ, ການຊໍາລະຄ່າອິນເຕີນັດຢູ່ເຮືອນແມ່ນຈະໄດ້ຮັບສ່ວນຫລຸດ 2% . ນອກນັ້ນ ລູກຄ້າຍັງສາມາດ ຊື້ຫວຍພັດທະນາ ຜ່ານບໍລິການ u-money ໄດ້ນຳອີກ.
ກະເປົາເງິນເອເລັກໂຕຣນິກ u-money ຍັງເໝາະສົມ ກັບບັນດາ ບໍລິສັດ ວິສາຫະກິດ ເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານໃນອົງກອນ ພິເສດແມ່ນບັນດາພະນັກງານທີ່ຢູ່ເຂດຫ່າງໄກ ສອກຫລີກ ເພາະການນຳໃຊ້ u-money ແມ່ນບໍ່ຈຳເປັນຕ້ອງໄດ້ໃຊ້ອິນເຕີເນັດ ມີພຽງສັນຍານ ຢູນີເທວເທົ່ານັ້ນກໍ່ເຮັດທຸລະກຳໄດ້.