ເອົາໃຈຊ່ວຍ ມະໂນລົມ ພົມສຸວັນ ຄວາມຫວັງ ລາວ-ທ໊ອບ ເອັຟຊີ ລຸ້ນຕິດ 1 ໃນ 4 ລາວລີກ 2

165

ເປັນຂ່່າວດີສໍາລັບ ລາວ-ທ໊ອບ ເອັຟຊີ ເມື່ອໄດ້ ມະໂນລົມ ພົມສຸວັນ ອະດິດນັກເຕະ ທີມຊາດລາວ ທັງເປັນອະດິດກອງກາງ ລາວ ໂຕໂຢຕ້າ ເອັຟຊີ ທີມຊັ້ນນໍາ ໃນລາວລີກ 1 ມາຊ່ວຍທີມລຸຍລາຍການ ຄອມມານໂດ ລາວລີກ 2 ( ລີກຮອງຈາກລີກສູງສຸດຂອງ ສປປ ລາວ ) ລະດູການ 2020 ເຮັດໃຫ້ເປົ້າໝາຍຕິດ 1 ໃນ 4 ຂອງທີມມີໂອກາດສໍາເລັດສູງຂຶ້ນ.

ທ່ານ ພັນທະວິໄລ ນວນຮຸ່ນ ປະທານສະໂມສອນ ລາວ-ທ໊ອບ ເອັຟຊີ ພ້ອມທັງເປັນຮອງອໍານວຍການວິທະຍາໄລ ລາວ-ທ໊ອບ ໃຫ້ສໍາພາດໃນທ້າຍອາທິດ ທີ່ຜ່ານມາວ່າ: ແນ່ນອນການທີ່ໄດ້ ມະໂນລົມ ພົມສຸວັນ ນັກເຕະທີ່ມີປະສົບການທັງໃນທີມຊາດ ແລະ ສະໂມສອນໃຫຍ່ໃນລາວ ຈະສາມາດຊ່ວຍທີມພວກເຮົາໄປສູ່ຜົນສໍາເລັດໄດ້. ມະໂນລົມ ເປັນນັກເຕະມີປະສົບການ, ມີຄວາມຕັ້ງໃຈ ແລະ ເປັນກໍາລັງໃຈກັບນັກເຕະຮຸ່ນນ້ອງ ສະແດງອອກໃນການຝຶກຊ້ອມໃນອາທິດ ທີ່ຜ່ານມາ ລາວໄດ້ເອົາຈິງເອົາຈັງ, ນອກນັ້ນ ສິ່ງສໍາຄັນຄື ລາວຈະສາມາດປັ້ນນັກເຕະຮຸ່ນນ້ອງ ແລະ ຄວາມຫວັງຂວັນກໍາໃຈໃຫ້ກັບນ້ອງໆຮ່ວມທີມ ລວມເຖິງສ້າງຄວາມກະຕຸ້ນໃຫ້ກັບນ້ອງໆມີແຮງຫຶດສູ້ຈົນສາມາດຕິດ 1 ໃນ 4 ໃຫ້ປະສົບຜົນສໍາເລັດ ;ເຊື່ອວ່າການມາຂອງ ມະໂນລົມ ຈະເຮັດໃຫ້ລາວລີກ 2 ປີນີ້ເບີກບານມ່ວນຊື່ຍິ່ງຂຶ້ນ ພ້ອມທັງຈະເຮັດໃຫ້ວົງການບານເຕະກັບມາຄຶກຄື້ນເພີ່ມຂຶ້ນ.

ຂະນະທີ່ ມະໂນລົມ ພົມສຸວັນ ນັກເຕະຕົວຄວາມຫວັງຂອງ ລາວ-ທ໊ອບ ເອັຟຊີ ເປີດໃຈວ່າ: ມີຄວາມຮູ້ສຶກຍິນດີຫຼາຍກັບການມາຫຼິ້ນໃຫ້ລາວ-ທ໊ອບ ເອັຟຊີ ລຸຍລາວລີກ 2 ລະດູການ 2020 ແລະ ໄດ້ຮູ້ຈັກຮັກແພງແບບອ້າຍນ້ອງ ພາຍໃນທີມ ລວມເຖິງມີຄູບາອາຈານທີ່ຊ່ວຍເຫຼືອເຊິ່ງກັນ. ສໍາລັບການຊ້ອມອາທິດ ທີ່ຜ່ານມາ ກໍເປັນການເລີ່ມຕົ້ນທີ່ດີ ນັກເຕະທຸກຄົນກໍມີຄວາມເອົາໃຈໃສ່ ແລະ ຫ້າວຫັນ ທັງນັກເຕະເກົ່າ ແລະ ໃໝ່ ເຊິ່ງທຸກຄົນມີພອນສະຫວັນ ແຕ່ຕ້ອງໃຊ້ເວລາປັບຕົວເຂົ້າກັບລະບົບທີມ ແລະ ສະພາບແວດລ້ອມຕ່າງໆທີ່ຕ້ອງໄດ້ປັບຕົວໃຫ້ໄດ້ໄວ. ແນ່ນອນ ການມາຫຼິ້ນໃຫ້ກັບ ລາວ-ທ໊ອບ ເອັຟຊີ ກໍຢາກຊ່ວຍທີມ ແລະ ຢາກປັ້ນນັກເຕະຮຸ່ນນ້ອງໃຫ້ປະສົບຜົນສໍາເລັດສູງທີ່ສຸດກໍຄືພາທີມເຂົ້າຮອບໃຫ້ໄດ້.

ສຳລັບ ມະໂນລົມ ພົມສຸວັນ ເປັນນັກເຕະລາວທີ່ມີປະສົບການສູງ ເຄີຍລົງຫຼິ້ນໃຫ້ ເອັສຣາ ເອັຟຊີ ເມື່ອປີ 2010-2011, ໜອງຄາຍ ເອັຟຊີ (Nong Khai FC) ເມື່ອປີ 2011-2013, ເລີຍ ຊີຕີ້ (Loei City) ເມື່ອປີ 2014, ລ້ານຊ້າງ ຢູໄນເຕັດ ເມື່ອປີ 2015 -2016, ລາວໂຕໂຍຕ້າ ແຕ່ປີ 2018 ແລະ ປີ 2019 ແມ່ນຫຼິ້ນໃຫ້ກັບ ອີໂວ ຢູໄນເຕັດ ເຄິ່ງລະດູການ ແລະ ອະຍຸດທະຍາ ເອັຟຊີ ທີມໃນລີກໄທ ເຄິ່ງລະດູການ, ສ່ວນທີມຊາດລາວ ເຄີຍຕິດມາແຕ່ປີ 2010-2018 ເກືອບວ່າຄົບທຸກໆຊຸດ.

ສໍາລັບ ການແຂ່ງຂັນບານເຕະລາວລີກ 2 ລະດູການ 2020, ປັດຈຸບັນແມ່ນມີ 14 ສະໂມສອນ ເຂົ້າຮ່ວມ ປະກອບດ້ວຍ: ເຄວສ ຢູໄນເຕັດ, ທຣີນີຕີ ເອັຟຊີ, ແຄນລາວ ຢູໄນເຕັດ, ເອັສອີຊີ ຢູໄນເຕັດ, ເຄພີເອັສ ເອັຟຊີ, ລາວທ໊ອບ ເອັຟຊີ, ນະຄອນຫຼວງ ເອັຟຊີ, ບີແຄນ ຢູໄນເຕັດ, ເຮັສບີທີ 941 ເອັຟຊີ, ກອງທັບ ເອັຟຊີ, ວຽງຈັນ ຢູໄນເຕັດ, ເອັສທີທີ ເອັຟຊີ, ກະຣຸດາ ເອັຟຊີ ແລະ ເມືອງຫາດ ຢູໄນເຕັດ. ສ່ວນມື້ແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 25 ກໍລະກົດ 2020 ແຂ່ງຂັນແບບແບ່ງກຸ່ມ ແລະ ເຕະຄັດອອກແບບ 2 ນັດໄປ-ກັບໃນຮອບຮອງ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.