ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນອາຊຽນ-ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

153

ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນປະທານຮ່ວມກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນພິທີເປີດປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກໃນວັນທີ 12 ມີຖຸນາ 2020ຜ່ານມາ.  ເຂົ້າຮ່ວມໃນຄັ້ງນີ້ ມີບັນດາລັດຖະມົນຕີ ດິຈິຕອນ ອາຊຽນ, ເລຂາທິການໃຫ່ຍອາຊຽນ ແລະ ບັນດາເຈົ້າໜ້າທີອາວຸໂສ ດິຈິຕອນ ຂອງອາຊຽນ ແລະ ສປ ຈີນ.

ພິທີເປີດປີສົ່ງເສີມເສດຖະກິດໃນຄັ້ງນີ້ ແມ່ນພາຍໃຕ້ຄຳຂວັນ “ການຮ່ວມມືກັນ ເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດ COVID-19 ໂດຍການນຳໃຊ້ ໄອຊີທີ ແລະ ການພັດທະນາດິຈິຕອນ” ຊຶ່ງເປັນການເນັ້ນຢ້ຳຄວາມສຳຄັນ ຂອງການຮ່ວມມື ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ແລະ ເປັນການກຳນົດຂໍ້ລິເລີ່ມຂອງການຮ່ວມມື, ສະໜັບສະໜູນການພັດທະນາດິຈິຕອນຂອງ ອາຊຽນ ແລະ ສປ ຈີນ ເປັນຕົ້ນແມ່ນການສົ່ງເສີມການນຳໃຊ້ເຕັກໂນໂລຊີ ດິຈິຕອນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໂຄວິດ 19, ສ້າງຄວາມເຂັ້ມແຂງໃນການກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ສະໜັບສະໜູນຜູ້ປະກອບການ, ນະວັດຕະກຳ ແລະ ການຫັນເປັນອຸດສາຫະກຳດິຈິຕອນ. ຊຶ່ງພິທີດັ່ງກ່າວນີ້ ແມ່ນເປັນການຜັນຂະຫຍາຍ ຜົນຂອງກອງປະຊຸມ TELMIN19 ທີ່ ສປປ ລາວ ເປັນເຈົ້າພາບ ໃນເດືອນ ຕຸລາ 2019 ຜ່ານມາ ແລະ ໄດ້ຮັບຮອງເອົາປີ 2020 ເປັນປີແຫ່ງການຮ່ວມມືເສດຖະກິດ ດິຈິຕອນ ອາຊຽນ-ສປ. ຈີນ.


ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ກ່າວເປີດພິທີ ແລະ ສະແດງຄວາມຊົມເຊີຍ ສປ. ຈີນ ທີ່ໄດ້ເອົາໃຈໃສ່ ໃນການກະກຽມງານດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປ. ຈີນ ຕໍ່ການຮ່ວມມືກັບອາຊຽນ ໃນໄລຍະຜ່ານມາ ຈົນເຖິງປະຈຸບັນ, ທ່ານ ໄດ້ກ່າວຢືນຢັນວ່າ ບັນດາປະເທດສະມາຊິກໃນອາຊຽນ ຈະສືບຕໍ່ການຮ່ວມມື ກັບ ສປ ຈີນ ກໍຄືບັນດາປະເທດຄູ່ຮ່ວມມືຂອງອາຊຽນ ເພື່ອສາມາດຜັນຂະຫຍາຍ ແລະ ຊຸກດັນບັນດາແຜນງານຕ່າງໆດ້ານໄອຊີທີ/ດິຈິຕອນ ໃຫ້ບັນລຸຕາມຄາດໝາຍທີ່ອາຊຽນ ໄດ້ວາງອອກ ໃຫ້ທັນກັບສະພາບການ ແລະ ຄວາມຕ້ອງການຕົວຈິງຂອງສັງຄົມ. ທ່ານ ຍັງໄດ້ ຊົມເຊີຍ ຕໍ່ຄວາມພະຍາຍາມຂອງ ບັນດາ ປະເທດໃນອາຊຽນ ແລະ ສປ. ຈີນ ທີ່ໄດ້ເອົາໃຈໃສ່ຊີ້ນຳ ເຮັດໃຫ້ແຜນວຽກ 2020 ຂອງຂະແໜງການແມ່ນເປັນໄປຕາມແຜນການ ເຖິງຈະມີສະພາບການພະຍາດໂຄວິດ-19 ກໍ່ຕາມ. ພ້ອມທັງ ການປະກອບສ່ວນຊ່ວຍປະເທດ ແລະ ສັງຄົມ ຂອງ ແຕ່ລະກະຊວງ ຢູ່ປະເທດ ຂອງຕົນ ໃນໄລຍະທີ່ທ້າທາຍນີ້.


ນອກນີ້, ໃນພິທີດັ່ງກ່າວ ບັນດາລັດຖະມົນຕີ ດິຈິຕອນ ຂອງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ສປ ຈີນ ໄດ້ກ່າວຊົມເຊີຍ, ປະກອບຄຳຄິດເຫັນ ແລະ ພ້ອມທັງຢືນຢັນຈະຮ່ວມມືຢ່າງສະໜິດແໜ້ນ ເພື່ອເຮັດໃຫ້ປີແຫ່ງການສົ່ງເສີມເສດຖະກິດດິຈິຕອນ ອາຊຽນ-ຈີນ ໄດ້ຮັບໝາກຜົນຢ່າງຈົບງາມ.

 

ຂ່າວໂດຍ: ກົມແຜນການ ແລະ ການຮ່ວມມື