ນາຍົກລັດຖະ​ມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບ ນາຍົກ ອິນເດຍ

252

ໃນຕອນແລງຂອງວັນທີ 12 ມິຖຸນາ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ໃນການສົນທະນາດັ່ງກ່າວ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບ ກັບ ພະນະທ່ານນາຍົກລັດ​ຖະ​ມົນຕີ ນາເຣັນດຣາ ໂມດີ ພາຍຫຼັງທີ່ ໄດ້ພົບກັບພະນະທ່ານ ໃນປີ 2018 ເວລາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ ນິວແດນລີ. ໂອກາດນີ້, ພະນະທ່ານນາ​ຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດໄລ​ຍະເວລາ 64 ປີ (02.02.1956-02.02.2020) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ, ເຫັນໄດ້ຈາກການນຳຂັ້ນສູງຂອງສອງປະເທດ ໄດ້ມີການແລກ​ປ່ຽນການຢ້ຽມຢາມຢ່າງເປັນປົກກະຕິໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ດີໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນປີ 2021 ຈະເປັນປີ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ​-ອິນເດຍ, ຊຶ່ງສອງປະເທດຈະໄດ້ຮ່ວມກັນຈັດກິດ​ຈະກຳເພື່ອສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍສຳຄັນ ແລະ ສ່ອງແສງໃຫ້ເຫັນເຖິງມູນເຊື້ອ ແຫ່ງການພົວ ພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ.


ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວ​ກັບ ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະໄດ້ສະແດງຄວາມຊົມ​ເຊີຍຕໍ່ຜົນສຳເລັດໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ການກຳນົດມາດຕະການອັນເໝາະ​ສົມ, ທັນການ ແລະ ມີປະສິດທິພາບຊຶ່ງສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີຜົນສໍາເລັດສູງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບເຂົ້າສູ່ສະພາບປົກກະຕິໂດຍໄວ. ເຖິງຢ່າງໃດກໍ່ຕາມ, ການແຜ່ລະ​ບາດພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມໃນທຸກໆປະເທດໃນໂລກ ລວມທັງ ສປປ ລາວ, ເຊິ່ງລັດຖະບານລາວ ໄດ້ສືບຕໍ່ຢ່າງໃກ້ສິດເອົາໃຈໃສ່ຕິດຕາມ ແລະ ມີມາດຕະການຮັບມືເປັນຢ່າງດີ.

ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ການຮ່ວມມືໃນຂອບອາຊຽນ-ອິນເດຍ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມື ອາຊຽນ-ອິນ ເດຍ ໃນໄລຍະຜ່ານມາ ທີ່ກວມລວມເອົາ 3 ເສົາຄໍ້າຂອງການສ້າງປະຊາຄົມອາຊຽນ ອັນໄດ້ນຳຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນອັນ​ໃຫຍ່ຫຼວງເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ຕີລາຄາສູງຕໍ່ບົດບາດອັນສໍາຄັນຂອງອິນເດຍ ທີ່ໄດ້ເຮັດໃຫ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານຂອງພາກພື້ນ (RCEP) ຕະຫລອດໄລຍະ 7 ປີຜ່ານມາ ໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ພິເສດ ແມ່ນໄດ້ຊ່ວຍໃນການປົກປ້ອງສິດຜົນປະໂຫຍດຂອງປະເທດກຳລັງພັດທະນາ ແລະ ດ້ອຍພັດ​ທະນາ ລວມທັງ ສປປ ລາວ.


ໃນຕອນທ້າຍ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ພະນະທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳ ເລັດເປັນຢ່າງດີໃນຄວາມພະຍາຍາມສະກັດກັ້ນ ແລະ ຄວບ​ຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ອິນເດຍ ແລະ ເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂື້ນໃນອະນາຄົດ.

ຂ່າວ,​ພາບ: ກົມປະຊາສຳພັນ ສນຍ