ແຮງງານ ເຂດເສດຖະກິດພິເສດ 50 ພັນກວ່າຄົນ ຈະໄດ້ຮັບການກວດສຸຂະພາບ

233

ເພື່ອຮັບປະກັນໄດ້ຄວາມປອດໄພ ແລະ ການມີສຸຂະພາບທີ່ດີຂອງຜູ້ອອກແຮງງານ ໂດຍສະເພາະແມ່ນບັນດາແຮງງານໃນ ເຂດເສດຖະກິດພິເສດ (ຂສພ), ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ) ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຮ່ວມມືກັບສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມິດຕະພາບ ກະຊວງສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດວຽກງານການກວດສຸຂະພາບປະຈໍາປີ ໃຫ້ແຮງງານຢູ່ ຂສພ ໃນຂອບເຂດທົ່ວປະເທດ.

ພິທີເຊັນບົດບັນທຶກການຮ່ວມມືຈັດຂຶ້ນໃນວັນທີ 12 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ຕາງໜ້າລົງນາມໂດຍທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າ (ຫຂສພ) ແລະ ທ່ານ ນາງ ມະນີລັກ ຈັນທະບູລີ ປະທານສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມິດຕະພາບ; ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ມີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ມະນີລັກ ຈັນທະບູລີ ປະທານສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມິດຕະພາບ ໃຫ້ຮູ້ວ່າ: ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເປັນໃຈກາງຮັບຜິດຊອບໃນການບໍລິການກວດສຸຂະພາບແຮງງານລາວທັງພາຍໃນ ແລະ ຕ່າງປະເທດ ພ້ອມນີ້ຍັງສ້າງຖານຂໍ້ມູນເພື່ອຕິດຕາມແຮງງານ ແລະ ອາການຂອງພະຍາດຕ່າງໆ ອາດຈະແຜ່ລະບາດ ຫຼື ມີໄພຕໍ່ແຮງງານ ກໍ່ຄືປະຊາຊົນ ແລະ ລູກຫຼານໃນອະນາຄົດ.

ການກວດສຸຂະພາບຂອງຜູ້ອອກແຮງງານ ເປັນການກວດຮ່າງກາຍຕາມຫຼັກການແພດ ເພື່ອໃຫ້ຮັບຮູ້ເຖິງຄວາມສົມບູນຂອງຮ່າງກາຍ ແລະ ຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານ, ດັ່ງນັ້ນການກວດສຸຂະພາບຂອງເຂົາເຈົ້າ ເປັນການປ້ອງກັນ ແລະ ເຝົ້າລະວັງປັດໄຈຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກພະຍາດອາຊີບໃນສະພາບແວດລ້ອມຂອງສະຖານທີ່ເຮັດວຽກຕ່າງໆຂອງຜູ້ອອກແຮງງານ. ທັງນີ້, ການກວດສຸຂະພາບແຮງງານ ຕ້ອງອີງໃສ່ປັດໃຈຄວາມສ່ຽງທີ່ອາດຈະເກີດຈາກຜົນກະທົບທີ່ຜູ້ອອກແຮງງານ ໄດ້ສໍາຜັດບໍ່ວ່າຈະເປັນສານເຄມີ, ຝຸ່ນລະອອງ, ສະຖານທີ່ສຽງດັງ ແລະ ອື່ນໆ.

ຂະນະດຽວກັນ ທ່ານ ຈໍາປາ ຄໍາສຸກໃສ ກ່າວວ່າ: ສປປ ລາວ ປະກອບມີເຂດເສດຖະກິດພິເສດທັງໝົດ 12 ເຂດ ແຈກຢາຍຢູ່ 6ແຂວງ ແລະ 1 ນະຄອນຫຼວງ; ໃນນີ້ມີຈໍານວນຜູ້ລົງທຶນ ແລະ ຈົດທະບຽນແລ້ວ ຈໍານວນ 845 ບໍລິສັດ (ລວມທັງຜູ້ພັດທະນາ) ເປັນການລົງທຶນຂອງຕ່າງປະເທດ 712 ບໍລິສັດ, ພາຍໃນ 92 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 41ບໍລິສັດ, ມີແຮງງານທັງໝົດ 55.771 ຄົນ(ເພີ່ມຂຶ້ນ 20.858ຄົນ ທຽບໃສ່ແຮງງານປີ 2018 ທີ່ມີ 34.913 ຄົນ), ເປັນແຮງງານຕ່າງປະເທດ 43.175 ຄົນ ແລະ ແຮງງານລາວ 12.596 ຄົນ.