61 ມື້! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຂະນະທີ່ແຮງງານລາວເຮົາຍັງກັບຄືນປະເທດຢ່າງຕໍ່ເນື່ອງ

121

ມາຮອດວັນທີ 12 ມິຖຸນາ 2020 ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ແມ່ນຄົບຮອບ 61 ມື້ແລ້ວທີ່ຜົນກວດຕົວຢ່າງບໍ່ພົບຜູ້ຕິດເຊື້ອເພີ່ມ, ຫຼ້າສຸດ, ວັນທີ 11 ມິຖຸນາ ໄດ້ເກັບຕົວຢ່າງກວດຫາເຊື້ອຈໍານວນ 249 ຕົວຢ່າງ ແມ່ນບໍ່ພົບຜູ້ຕິດເຊື້ອ. ຂະນະດຽວກັນສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 9.676 ຕົວຢ່າງ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສນປປ ລາວ ໃນວັນທີ 12 ມິຖຸນາ 2020 ວ່າ: ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.910 ຄົນ; ຈຸດຜ່ານດ່ານລາວ-ໄທ 1.283 ຄົນ ຜ່ານດ່ານ ຂົວມິດຕະພາບແຫ່ງທີ II ມີ ແຮງງານລາວ 40 ຄົນ; ຜ່ານດ່ານ ຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 44 ຄົນ; ແຮງງານລາວເຂົ້າມາ ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 54 ຄົນ ເຫຼືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ 1,140 ຄົນ

ຈຸດຜ່ານດ່ານລາວ -ຈີນ 31 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ; ຈຸດຜ່ານດ່ານລາວ – ຫວຽດນາມ 596 ຄົນ, ຄົນຫວຽດນາມເຂົ້າມາວຽກລັດຖະການຜ່ານດ່ານປາງຫົກ, ແຂວງຜົ້ງສາລີ 2 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 594 ຄົນ.ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານກ່າວຕື່ມວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 11 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 249 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 224 ຄົນ, ແຮງງານໄທ 15 ຄົນ, ແຮງງານຈີນ 5 ຄົນ ແລະ ກໍລະນີສົງໄສ 5 ຄົນ. ຜົນກວດຂອງ ແຮງງານລາວ, ແຮງງານໄທ, ແຮງງານຈີນ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 11 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 9.676 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (61 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສ່ວນການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.032 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບທັງໝົດ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ.