ລາວ-ຍີ່ປຸ່ນຈະຊ່ວຍກັນປະເມີນຜົນກະທົບຈາກໂຄວິດພ້ອມວາງແຜນໄລຍະຍາວ

140

ການລະບາດຂອງພະຍາດໂຄວິດ19 ກະທົບໄປທົ່ວໜ້າບັນດາສະໜາມບິນຈາກທົ່ວໂລກລວມທັງສະໜາມບິນສາກົນວັດໄຕຂອງລາວເຮົາ ດັ່ງນັ້ນ, ເພື່ອປະເມີນຜົນກະທົບທີ່ເກີດຂຶ້ນເປັນຕົ້ນດ້ານເສດຖະກິດຕໍ່ສະໜາມບິຍວັດໄຕ ແລະວາງແຜນສຳລັບໄລຍະຍາວນັ້ນ ທາງອົງການໄຈກາຈະຮ່ວມມືກັບກົມການບິນ ສ້າງແຜນແຕ່ນີ້ໄປອີກ 20-30 ປີ ເພື່ອສ້າງສະໜາມບິນວັດໄຕໃຫ້ເປັນໄປຕາມຄວາມຕ້ອງການຂອງແຕ່ລະຍຸກສະໄໝ.

ເພື່ອສ້າງແຜນພັດທະນາສະໜາມບິນສາກົນວັດໄຕ ໃນໄລຍະກາງແລະໄລຍະຍາວ ທາງອົງການໄຈກາ ແລະກົມການບິນພົນລະເຮືອນ ເຊິ່ງຕາງໜ້າໃຫ້ແກ່ກະຊວງໂຍທາທິການແລະຂົນສົ່ງ ໄດ້ເຊັນບົດບັນທຶກເພື່ອຈັດຕັ້ງປະຕິບັດ “ໂຄງການຊ່ວຍເຫຼືອທາງດ້ານວິຊາການໃນການສືບຕໍ່ປັບປຸງສະໜາມບິນສາກົນວຽງຈັນ” ໃນວັນທີ 10 ມິຖຸນາທີ່ຜ່ານມາ.

ທັ້ງນີ້ກແມ່ນອີງໃສ່ ໃນຊຸມປີຜ່ານມາ ຈໍານວນຜູ້ໂດຍສານທີ່ນໍາໃຊ້ສະໜາມບິນວັດໄຕ ແມ່ນໄດ້ເພີ່ມຂຶ້ນຢ່າງໄວວາ, ແຕ່ປະຈຸບັນທ່າອ່ຽງດັ່ງກ່າວແມ່ນເລີ່ມມີການປ່ຽນແປງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.  ໃນໂຄງການດັ່ງກ່າວ ຈະໄດ້ດໍາເນີນການສຶກສາດ້ານຄວາມຕ້ອງການໃນໄລຍະ 20-30ປີຕໍ່ໜ້າ ໂດຍພິຈາລະນາຜົນກະທົບຂອງພະຍາດໂຄວິດ ແລະຈະສ້າງເປັນແຜນໄລຍະກາງແລະໄລຍະຍາວໃນການຂະຫຍາຍແລະປັບປຸງສະໜາມບິນສາກົນວັດໄຕໃນອະນາຄົດ.