ກະຊວງແຮງງານ ອອກຄໍາແນະນໍາປະຕິບັດເງິນອຸດໜູນແກ່ຜູ້ວ່າງງານສອງປະເພດ

361

ດີໃຈນຳຜູ້ປະກັນກຕົນ ໃນພາກວິສາຫະກິດ ແລະ ສະໝັກໃຈທີ່ຈະໄດ້ຮັບນະໂຍບາຍອຸໜູນວ່າງງານຈາກອົງການປະກັນສັງຄົມ ເປັນການທົດແທນລາຍໄດ້ທີ່ເສຍໄປໃນລະຫວ່າງທີ່ເກີດການລະບາດຂອງພະຍາດໂຄວິດ-19.

ອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກຄໍາແນະນໍາ ກ່ຽວກັບການປະຕິບັດນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ພ້ອມອະທິບາຍລະອຽດເງື່ອນໄຂການໄດ້ຮັບສິດເງິນອຸດໜູນວ່າງງານ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມ ຄຳແນະນຳ ຈາກອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 1302/ອປຊ ລົງວັນທີ 11 ມິຖຸນາ 2020 ກ່ຽວກັບການປະຕິບັດນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ໃຫ້ຮູ້ວ່າ:

ການຈັດຕັ້ງປະຕິບັດການອຸດໜູນວ່າງງານສະເພາະ ແມ່ນເພື່ອທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນໃນລະບົບປະກກັນສັງຄົມພາກວິສາຫະກິດທີ່ໄດ້ຮັບຜົນກະທົບໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ອົງການປະກັນສັງຄົມແຫ່ງຊາດໃນແຕ່ລະຂັ້ນຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດການອຸດໜຸນວ່າງງານສະເພາະ ເພື່ອແກ້ໄຂນະໂຍບາຍໃນການທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດ, ນະໂຍບາຍກ່ຽວການມອບເງິນສົມທົບຂອງຫົວໜ່ວຍແຮງງານ ແລະ ຜູ້ສະໝັກໃຈ ທີ່ໄດ້ຮັບຜົນກະທົບໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມເປັນເອກະພາບດັ່ງນີ້:

ພາບປະກອບຂ່າວເທົ່ານັ້ນ

1 ການພິຈາລະນາເງື່ອນໄຂຂອງການອຸດໜູນວ່າງງານສະເພາະການຢັ້ງຢືນທາງການຈາກພາກ່ສວນກ່ຽວຂ້ອງກ່ຽວກັບການຢຸດດຳເນີນທຸລະກິດຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງບັນດາຫົວໜ່ວຍແຮງງານທີ່ຮ້ອງຂໍການອຸດໜູນວ່າງງານສະເພາະນັ້ນຕ້ອງແມ່ນການຈັດຕັ້ງໃດໜຶ່ງທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼື ໃຫ້ການຄຸ້ມຄອງເປັນຜູ້ຢັ້ງຢືນ.

ສຳລັບຫົວໜ່ວຍແຮງງານທີ່ນອນໃນຊົງເຂດທຸລະກິດທີ່ຖືກສືບຕໍ່ສັ່ງໃຫ້ປິດການດຳເນີນກິດຈະການຊົ່ວຄາວຕາມຄຳສັ່ງ ຫຼື ລະບຽບການຕ່າງໆທີ່ກ່ຽວຂ້ອງແມ່ນບໍ່ຈຳເປັນຕ້ອງມີຫຍັງຢັ້ງຢືນ.

ການພິຈາລະນາກໍລະນີຫົວໜ່ວຍແຮງງານທີ່ຍັງສືບຕໍ່ດຳເນີນກິນຈະການແບບບໍ່ເຕັມສ່ວນ ເຊິ່ງຈຳເປັນໃຫ້ພະນັກງານສ່ວນໃດສ່ວນໜຶ່ງພັກວຽກ ແລະ ບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານການຂໍນະໂຍບາຍເງິນອຸດໜູນວ່າງງານສະເພາະໃຫ້ແກ່ຜູ້ປະກັນຕົນທີ່ພັກວຽກ ແລະ ບໍ່ໄດ້ຮັບຄ່າແຮງງານເຫຼົ່ານັ້ນ ຕ້ອງໄດ້ປະກອບເອກະສານບັນຊີເງິນເດືອນຂອງຜູ້ອອກແຮງງານທັງໝົດພາຍໃນເດືອນໂດຍແຍກໃຫ້ເຫັນຈຳນວນຜູ້ອອກແຮງງານທີ່ຖືກພັກວຽກຈຳນວນວັນທີ່ຖືກໃຫ້ພັກວຽກ ແລະ ຫຼັກຖານກ່ຽວກັບການພັກວຽກໂດຍບໍ່ໄດ້ຮັບຄ່າແຮງງານເພື່ອທຽບກັບຖານຂໍ້ມູນທີ່ໄດ້ແຈ້ງໃນການປະກັນຕົນຈາກກອງທຶນປະກັນສັງຄົມ.

ກ່ອນຈະພິຈາລະນາການຈ່າຍເງິນອຸດໜູນວ່າງງານສະເພາະດັ່ງກ່າວນີ້ຕ້ອງກວດເບິ່ງຖານຂໍ້ມູນເງິນສົມທົບເພື່ອຮັບປະກັນວ່າຫົວໜ່ວຍແຮງງານໄດ້ທອບເງິນຢ່າງເປັນປົກກະຕິ ຫຼື ຄ້າງມອບເງິນສົມທົບບໍ່ເກີນ 6 ເດືອນໂດຍນັບຈາກເດືອນເມສາ 2020 ຄືນຫຼັງ ຫຼື ຢ່າງໜ້ອຍໄດ້ມອບເງິນສົມທົບຮອດເດືອນຕຸລາ 2019.

ຖ້າຫົວໜ່ວຍແຮງງານຫາກຄ້າງມອບເງິນສົບທົບເກີນ 6 ເດືອນຈະເກີດສິດຮັບການອຸດໜູນໄດ້ກໍ່ຕໍ່ເມື່ອໄດ້ມອບເງິນສົມທົບຄ້າງຈ່າຍຕາມຈຳນວນທີ່ເກີນ 6 ເດືອນນັ້ນກ່ອນເປັນຢ່າງໜ້ອຍ (ໝາຍວ່າຕ້ອງມີເງິນສົມທົບຮອດເດືອນຕຸລາ 2019) ຫຼື ໃນກໍລະນີຫົວໜ່ວຍແຮງງານມີຄວາມຫຍຸ້ງຍາກທາງດ້ານການເງິນກໍ່ສາມາດແນະນຳໃຫ້ເຂົາເຈົ້າເຮັດໜັງສືທາງການ ເພື່ອຢັ້ງຢືນກ່ຽວກັບການຄ້າງຈ່າຍ ພ້ອມທັງກຳນົດໄລຍະເດືອນທີ່ຈະມອບເງິນສົມທົບທີ່ຄ້າງຈ່າຍທັງໝົດກ່ອນຈິ່ງພິຈາລະນາ.

ຜູ້ປະກັນຕົນທີ່ຈະເກີດສິດໃນການຮັບນະໂຍບາຍດັ່ງກ່າວຕ້ອງຍັງສັງກັດຢູ່ຫົວໜ່ວຍແຮງງານທີ່ກ່າວມາຂ້າງເທິງ ແລະ ຕ້ອງມີເງິນສົມທົບເຂົ້າກອງທຶນປະກັນສັງຄົມຢ່າງໜ້ອຍສິບສອງ (12) ເດືອນໃນໄລຍະຊາວສີ່ (24) ເດືອນຄືນຫຼັງກ່ອນເດືອນເມສາ 2020 ເຊິ່ງຜູ້ກ່ຽວຕ້ອງໄດ້ພັກວຽກ ແລະ ບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ຈາກຫົວໜ່ວຍແຮງງາທີ່ຕົນສັງກັດເທົ່ານັ້ນ.