ປະຊາຊົນຮຽກຮ້ອງຫຼາຍ! ລັດຖະບານມີແຈ້ງການ ໃຫ້ຄົ້ນຄວ້າປັບປຸງລາຄາໄຟຟ້າຄືນໃໝ່

294

ເປັນກະແສທີ່ສັງຄົມວິພາກວິຈານມາຢ່າງຕໍ່ເນື່ອງ ກ່ຽວກັບລາຄາໄຟຟ້າທີ່ແພງຂຶ້ນ ອັນສ້າງຄວາມເດືອດຮ້ອນໃຫ້ແກ້ຜູ້ຊົມໃຊ້ທັງຫຼາຍ, ຫຼ້າສຸດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່.

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 637/ຫສນຍ, ລົງວັນທີ 9 ມິຖຸນາ 2020 ເຖິງທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເລື່ອງທິດຊີ້ນໍາກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່. ໂດຍໃນແຈ້ງການໃຫ້ຮູ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍແຈ້ງການຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີດັ່ງນີ້:

1 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດລາຄາໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

2 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສ ທີ່ລັດຖະບານໄດ້ຮັບຮອງເອົາແລ້ວຜ່ານມາ ຕາມແຈ້ງການສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ຄືນໃໝ່ ໂດຍສະເພາະລາຄາໄຟຟ້າ ຂອງກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກການປັບປຸງລາຄາໄຟຟ້າ ແລ້ວລາຍງານຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ມິຖຸນາ 2020.