ໃນສະຫະລັດ ອາເມຣິກາ ມີຜູ້ປ່ວຍໂຄວິດ-19 ຫຼາຍກວ່າ 2 ລ້ານຄົນແລ້ວ

62

ສະຖິຕິຜູ້ຕິດເຊື້້ອໂຄວິດ-19 ໃນອາເມຣິກາ ເພິ່ມຂຶ້ນເປັນຫຼາຍກວ່າ 2 ລ້ານຄົນ ແລະ ເສຍຊີວິດກວ່າ 1,1 ແສນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນ ພຸດ ທີ 10 ມິຖຸນາ ວ່າ ສູນຂໍ້ມູນກ່ຽວກັບການຕິດເຊື້ອໂຄໂຣນາຂອງມະຫາວິທະຍາໄລຈອນ ຮອບກິນສ໌ ໃນລັດແມຣີແລນຂອງສະຫະລັດ ລາຍງານສະພາບການຂອງໂຄວິດ-19 ທົ່ວໂລກໃນຮອບໜຶ່ງວັນ ຜ່ານມາ ຈົນຮອດຕອນແລງວັນພຸດ ຕາມເວລາທ້ອງຖິ່ນ ໃນນະຄອນຫຼວງວໍຊິງຕັນ ວ່າ ຈຳນວນຜູ້ປ່ວຍສະສົມທົ່ວໂລກມີຫຼາຍກວ່າ 7,3 ລ້ານຄົນ, ປິ່ນປົວເຊົາແລ້ວປະມານ 3,7 ລ້ານຄົນ ແຕ່ເສຍຊີວິດຫຼາຍກວ່າ 4,16 ແສນຄົນ.

ທັງນີ້, ສະຫະລັດ ອາເມຣິກາ ຍັງເປັນປະເທດທີ່ມີຜູ້ປ່ວຍສະສົມຫຼາຍທີ່ສຸດ ເກີນ 2 ລ້ານຄົນແລ້ວ, ເສຍຊີວິດເກືອບ 1,13 ແສນຄົນ ແລະ ຍັງມີຜູ້ປ່ວຍໃນລະບົບຫຼາຍກວ່າ 1,1 ລ້ານຄົນ ອີງຕາມສະຖິຕິຂອງມະຫາວິທະຍາໄລຈອນ ຮອບກິນສ໌.

ຂະນະທີ່ ທ່ານດຣ.ແອນໂທນີ ເຟົາຊີ ຜູ້ອຳນວຍການສະຖາບັນພະຍາດຕິດຕໍ່ ແລະ ພູມແພ້ແຫ່ງຊາດຂອງສະຫະລັດ (NIH: National Institutes of Health) ກ່າວວ່າ ໃນໄລຍະ 4 ເດືອນຜ່ານມາ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ຢຶດຄອງ ແລະ ທຳລາຍໂລກ” ສະແດງໃຫ້ເຫັນເຖິງຄວາມວ່ອງໄວຂອງເຊື້ອໂຣກ ໃນການແຜ່ລະບາດຈາກຄົນໜຶ່ງໄປຫາອີກຄົນໜຶ່ງ “ຢ່າງງ່າຍດາຍ” ແລະ ມີຮູບແບບການຕິດເຊື້ອທີ່ແຕກຕ່າງຈາກເຊື້ອໄວຣັສຊະນິດອື່ນ ເຊັ່ນ: ໄວຣັສອີໂບລາ ບໍ່ໄດ້ລະບາດງ່າຍແບບນີ້ ແລະ ມີຄວາມເປັນໄປໄດ້ໜ້ອຍຫຼາຍທີ່ເຊື້ອຊະນິດນີ້ ຈະຍົກລະດັບເປັນເຊື້ອລະບາດລະດັບໂລກ ພ້ອມທັງຢ້ຳວ່າ ການຮຽນຮູ້ຂອງມະນຸດກ່ຽວກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ເປັນ “ພຽງການເກືອບເຂົ້າສູ່ລະດັບເລິ່ມຕົ້ນ” ເທົ່ານັ້ນ.