ເວີນສະຫວັນ ຈາກນັກເຕະສູ່ຄູຝຶກ ສ້າງນັກກີລາຮຸ່ນສືບທອດ

246

ທ່ານ ເວີນສະຫວັນ ອະດີດນັກກີລາທີ່ມີຊື່ສຽງ ໄລຍະເວລາລ່ວງເລີຍການເປັນນັກເຕະ ແຕ່ກໍຍັງຫັນມາເປັນຄູຝຶກ, ຫຼ້າສຸດໄດ້ເປີດສອນນັກເຕະເຍົາວະຊົນເພື່ອສ້າງນັກກີລາຮຸ່ນສືບທອດ ຫຼ້າສຸດ STT FC ທີມໃນລາວລີກ 2 ປະກາດດຶງ ທ່ານ ເວີນສະຫວັນ ມາເປັນຄູຝຶກ ກຽມຕິດຕາມຜົນງານໃນລາວລີກ 2 ປີນີ້

ທ່ານ ເວີນສະຫວັນ ສີວິໄຊ ເລົ່າວ່າ: ເສັ້ນທາງການກ້າວເປັນນັກເຕະໃນເມື່ອກ່ອນ ແມ່ນເລີ່ມຈາກສາຍເລືອດ ເພາະພໍ່ກໍເຄີຍເປັນນັກເຕະ ແລະ ມີຄວາມຜູກພັນກັບກີລາບານເຕະນັບຕັ້ງແຕ່ຍັງນ້ອຍໆ ຈົນມາເຖິງປີ 1985 ໄດ້ຕິດທີມລະດັບໂຮງຮຽນ ແລະ ທີມລະດັບເມືອງກ່ອນທີ່ຈະໄປສຶກສາຕໍ່ທີ່ປະເທດຣັດເຊຍ. ໃນປີ 1988 ພາຍຫຼັງສໍາເລັດການສຶກສາກໍໄດ້ມາຫລິ້ນໃຫ້ກັບທີມ ກະຊວງການເງິນ ໃນປີ 1991-1992 ແລະ ຫຼິ້ນໃຫ້ກັບທີມນະຄອນຫຼວງວຽງຈັນ ໃນປີ 1993.

“ ຈົນມາເຖິງປີ 1995 ໄດ້ຫັນມາເປັນທັງຄູຝຶກ ແລະ ນັກເຕະໃຫ້ກັບທີມ ກ່ອນທີ່ປີ 1998 ຈະຫັນມາເປັນຄູຝຶກຢ່າງເຕັມຕົວ. ແນ່ນອນໃນໄລຍະການເປັນຄູຝຶກໄດ້ປັ້ນນັກເຕະ ປະສົບຜົນສໍາເລັດສູງເປັນຕົ້ນແມ່ນ ວັນນາ ບຸນຫລໍ່ວົງສາ, ວຽງອາຄົມ ວິລະວົງ, ໄຊຍະສິດ ສິງສະຫວ່າງ, ອາມີໄຊ ເກດຕະວົງ, ທານິນ ພັນທະວົງ ແລະ ໄກສອນ ສຸຂະວົງ. ແນ່ນອນປັດຈຸບັນ ເຖິງຈະບໍ່ໄດ້ຮັບໜ້າທີ່ເປັນຄູຝຶກທີມໃຫຍ່ໆ ແຕ່ຕົວເອງກໍຈະສືບຕໍ່ເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະລາວຕໍ່ໄປ ດ້ວຍການເປີດສະໂມສອນ ພີວີ ເອັຟຊີ ເພື່ອຝຶກສອນນັກເຕະເຍົາວະຊົນລາວ ເຊິ່ງໄດ້ກັບມາເປີດສອນອີກຄັ້ງໃນວັນທີ 4 ມິຖຸນາ 2020 ຫຼັງກ່ອນໜ້ານີ້ແມ່ນປິດ ເນື່ອງຈາກການລະບາດຂອງ ໂຄວິດ-19 ” ທ່ານ ເວີນສະຫວັນ ກ່າວ.

ທ່ານ ເວີນສະຫວັນ ກ່າວວ່າ: ສໍາລັບ ການເປັນຄູຝຶກ ທີມຊາດລາວ ແມ່ນເລີ່ມຈາກການເປັນຜູ້ຊ່ວຍຄູຝຶກ ທີມຊາດລາວຊຸດໃຫຍ່ ລຸຍລາຍການ ໄທເກີ ຄັບ ທີ່ປະເທດໄທ ໃນປີ 2000, ປີ 2001 ເປັນຜູ້ຊ່ວຍຄູຝຶກທີມຊາດລາວ ຊຸດຄັດບານໂລກ ແລະ ຊີເກມ ທີ່ປະເທດມາເລເຊຍ ກ່ອນທີ່ຈະເປັນຫົວໜ້າຄູຝຶກທີມຊາດລາວ ຢູ 17 ໃນປີ 2002 ລຸຍລາຍການທີ່ປະເທດມຽນມາ ລວມເຖິງຫຼາຍລາຍການຈົນເຖິງປີ 2016 ເປັນຫົວໜ້າຄູຝຶກທີມຊາດລາວຊຸດ ຊູຊູກີຄັບທີ່ ປະເທດກຳປູເຈຍ.

ສໍາລັບ ທ່ານ ເວີນສະຫວັນ ສີວິໄຊ ເກີດ 22 ມີນາ 1966 ປັດຈຸບັນເປັນ ພະນັກງານ ທະນາຄານແຫ່ງ ສປປລາວ, ຈົບຄູຝຶກລະດັບ ເອ ລາຍເຊັນຂອງ ສະຫະພັນບານເຕອາຊີ ( ເອເອັຟຊີ ). ນັບແຕ່ປີ 2000-ປັດຈຸບັນ ເປັນຄູຝຶກ ແລະເຈົ້າຂອງ ສະໂມສອນ ພີວີ ເອັຟຊີ ( PV.FC ) ເພື່ອສ້າງນັກເຕະຮຸ່ນສືບທອດຕໍ່ໄປ. ນອກນັ້ນ ທ່ານຍັງເຄີຍເຮັດວຽກກັບ ສະຫະພັນບານເຕະແຫ່ງຊາດລາວ ຄືປີ 2004-2007 ເປັນຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ປີ 2009 – 2019 ເປັນຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.

ສ່ວນຜົນງານເດັ່ນທີ່ຜ່ານມາໃນການຄຸມທີມລາຍການພາຍໃນ ແລະ ຕ່າງປະເທດມີລາຍລະອຽດດັ່ງນີ້:

1.ລາຍການພາຍໃນປະກອບມີ

– ປີ 1997 ນຳພາທີມ ທະນາຄານໄດ້ແຊັມຂັນວັນຊາດທີ 2 ທັນວາ

– ປີ 2000 ນຳພາທີມ ທະນາຄານໄດ້ແຊັມຂັນວັນທ່ອງທ່ຽວແຫ່ງຊາດ

– ປີ 2001 ນຳພາທີມ ທະນາຄານໄດ້ແຊັມຂັນລາວລີກ

– ປີ 2000 ນຳພາທີມ ທະນາຄານໄດ້ແຊັມຂັນປີທ່ອງທ່ຽວລາວ

– ປີ 2008 ນຳພາທີມ ທະນາຄານໄດ້ແຊັມຂັນນາຍົກລັດຖະມົນຕີ

– ປີ 2010 ນຳພາທີມ ທະນາຄານໄດ້ແຊັມຂັນລາວລີກ

– ປີ 2011 ນຳພາທີມ ທະນາຄານໄດ້ແຊັມຂັນວັນສ້າງຕັ້ງພັກ

– ປີ 2014 ນຳພາທີມ ພີວີເອັຟຊີ ຄວ້າຮອງແຊັມຂັນນາຍົກລັດຖະມົນຕີ

– ປີ 2014 ນໍາພາທີມ ພິວີເອັຟຊີ ຄວ້າຮອງແຊັມນະຄອນຫຼວງລີກ

– ປີ 2014 ນຳພາທີມ ສະຖາບັນການທະນາຄານໄດ້ຮອງ ຊະນະເລີດການແຂ່ງຂັນບານເຕະຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ.

– ປີ 2015 ນໍາພາທີມSHB VIENTIANEໄດ້ອັນດັບ 3 ລາວພລີເມຍລີກ

2.ລາຍກາຍລະດັບສາກົນ ປະກອບມີ – ປີ 2002 ຮອງຊະນະເລີດ ຊີງແຊັມເຍົາວະຊົນອາຊຽນ U16

– ປີ 2010 ຮອງຊະນະເລີດ ມະຫາວິທະຍາໄລອາຊຽນ

– ປີ 2014 ອັນດັບ 4 ມະຫາວິທະຍາໄລອາຊຽນ

– ປີ 2018 ອັນດັບ 4 ມະຫາວິທະຍາໄລອາຊຽນ

ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວງ ແລະ PV FC