ທ່ານນາຍົກຮ່ວມປະກາດໄຊຊະນະບາດກ້າວທຳອິດ ຍົກຜົນງານເປັນຂອງທົ່ວປວງຊົນ

239

ຄືດັ່ງທີ່ທຸກຄົນຮູ້ແລ້ວວ່າໃນວັນທີ 9 ມິຖຸນາ 2020 ສປປ ລາວເຮົາໄດ້ປົວໝົດທັງ 19 ຜູ້ຕິດເຊື້ອໂຄວິດ-19 ແລະ ສົ່ງຄົນສຸດທ້າຍກັບສູ່ຄອບຄົວ ເຊິ່ງເປັນຄວາມພາກພູມໃຈຫາແນວທຽບບໍ່ໄດ້, ໃນຄວາມຈີງແລ້ວຜູ້ຕິດເຊື້ອທັງໝົດໄດ້ກັບສູ່ບ້ານເຮືອນຢ່າງປອດໄພແມ່ນຍ້ອນຄວາມມຸ້ງໝັ້ນເອົາໃຈໃສ່ຂອງເຫຼົ່ານັກຮົບເສື້ອຂາວທີ່ເປັນກຳລັງແຖວໜ້າໃນການຕໍ່ສູ້ກັນສັດຕູໂຕຮ້າຍໂຄວະດຊຸດນີ້ ແຕ່ທ່ານນາຍົກລັດຖະມົນຕີ ຕີລາຄາວ່າທັງໝົດນີ້ແມ່ນຜົນງານການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນລາວທັງຊາດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວໃນຄຳຖະແຫຼງ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບາງຕອນວ່າ:

ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກໂຄວິດ-19 ໃນມື້ນີ້ນັ້ນ, ກໍ່ໝາຍຄວາມວ່າ : ບັ້ນຮົບທີ 1 ທີ່ໄດ້ເປີດສາກ ນັບແຕ່ມີຄໍາສັ່ງ 06/ນຍ, ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ 2020, ຊຶ່ງເປັນຄຳສັ່ງ ທີ່ທຸກໆຄົນໃນສັງຄົມລາວ ເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ, ສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນເບື້ອງຕົ້ນ ແລະ ເປັນບາດກ້າວທີ 1 ທີ່ສຳຄັນຍິ່ງ.

ທ່ານນາຍົກໄດ້ຕີລາຄາເບື້ອງຕົ້ນຂອງຜົນສຳເລັດ ຄັ້ງນີ້ວ່າ: ທີ່ພວກເຮົາກ້າວມາຮອດມື້ນີ້ໄດ້ຍ້ອນໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ : ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ … ເປັນຕົ້ນ. ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆ ຢ່າງມີການຄິດໄລ່;ພ້ອມດຽວກັນນີ້ ການນຳຂັ້ນສູງສຸດກໍ່ໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່.

ອັນສຳຄັນໄປກວ່ານັ້ນ ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດ ຊອບສູງແທ້; ປະຊາຊົນທຸກຖ້ວນໜ້າ ເຂົ້າຮ່ວມຢ່າງມີສະຕິ ດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸຸປັດໄຈ, ກຳລັງແຮງ ທັງກາຍ ແລະ ໃຈ ຫຼາຍຮູບ ຫຼາຍວິທີ ທີ່ກວ້າງຂວາງ, ປະດິດສ້າງ ທີ່ອຸດົມສົມບູນ ເຂົ້າໃນການຕໍ່ສູ້ກັບໂຄວິດ-19 ນີ້ ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ.

ທີ່ຂາດບໍ່ໄດ້ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກ ງານ ສາທາລະນະສຸກທຸກຂັ້ນ ເປັນຕົ້ນ: ແພດໝໍ ທີ່ໄດ້ຂະໜານນາມວ່າ: “ ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ, …” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ ບໍ່ພຽງເທົ່ານີ້ພວກເຮົາໄດ້ຮັບການສະໜັບສະໜູນ ຢ່າງທັນການ ແລະ ມີປະສິດທິຜົນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.

ແນວໃດກໍ່ຕາມທ່ານນາຍົກກ່າວວ່າ: ເຖິງວ່າ ພວກເຮົາໄດ້ມີຜົນສຳເລັດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ດັ່ງກ່າວມານັ້ນແລ້ວ ກໍ່ຕາມ, ແຕ່ກໍ່ໃຫ້ຖືວ່າເປັນໄຊຊະນະ ແລະ ຜົນສຳເລັດເບື້ອງຕົ້ນ ໃນບັ້ນຮົບທີ 1 ເທົ່ານັ້ນ, ປະຈຸບັນ ແລະ ຕໍ່ໜ້າ ພວກເຮົາ ກໍ່ຍັງຢູ່ໃນສະພາບການທີ່ທ້າທາຍ ແລະ ຫຼໍ່ແຫຼມຫຼາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫຼີງ ແລະ ເຜີຕົວໄດ້ ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ, ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ. ລັດຖະບານ ຈະຕິດຕາມ, ປະເມີນສະຖານະການ ທຸກໆໄລຍະ ເພື່ອຈະມີການປັບປຸງ ປ່ຽນແປງ ໄປຕາມສະພາບການ ຢ່າງສົມເຫດ ສົມຜົນ ເພື່ອສ້າງໂອກາດໃຫ້ປະຊາຊົນ ແລະ ຜູ້ປະກອບການ ໄດ້ດຳລົງຊີວິດ ທໍາມາຫາກິນ ແລະ ດຳເນີນກິດຈະການ ຢ່າງເປັນປົກກະຕິໄວ ເທົ່າທີ່ຈະໄວໄດ້.