ຜ່ານໄປ 5 ເດືອນ ບໍ່ແກ້ວເກັບລາຍຮັບໄດ້ພຽງ 29% ຂອງແຜນການ

73

ບໍ່ແກ້ວເປັນພຽງ 1 ໃນ 3 ແຂວງທີ່ເກັບລາຍຮັບໄດ້ລື່ນແຜນໃນປີຜ່ານມາ ທຸກຢ່າງກຳລັງດີພັດມາພົບວິກິດຈາກໂຄວິດ-19 ເຮັດໃຫ້ 5 ເດືອນໃນປີ 2020 ທົ່ວແຂວງເກັບລາຍຮັບໄດ້ພຽງ 131,733 ຕື້ກີບ ເທົ່າກັບ 29,37% ຂອງແຜນການ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ລາຍງານຕໍ່ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ເມື່ອວັນທີ 5 ມິຖຸນາ ຜ່ານມາວ່າ: ການພັດທະນາເສດຖະກິດ-ສັງຄົມ 5 ເດືອນຜ່ານມາບໍ່ບັນລຸຄາດໝາຍທີ່ວາງໄວ້ ຍ້ອນມີຜົນກະທົບຕໍ່ຫຼາຍບັນຫາເປັນຕົ້ນ ການລະບາດຂອງພະຍາດໂຄວິດ 19, ໄພແຫ້ງແລ້ງ, ບົ້ງຝູງທໍາຮ້າຍເຄື່ອງປູກ, ລົມພາຍຸ ເຂົ້າ 4 ຄັ້ງ ແລະ ບັນຫາອື່ນໆ.

ຂະນະທີ່ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານຂອງແຂວງ ໄດ້ 131,733 ຕື້ກີບ ເທົ່າກັບ 29,37% ຂອງແຜນການ ທຽບໃສ່ໄລຍະດຽວກັນ ຫຼຸດລົງ 19,48%. ລາຍຮັບສູນກາງປະຕິບັດໄດ້ 88,425 ຕຶື້ກີບ, ເທົ່າກັບ 31,28% ທຽບໃສ່ໄລຍະດຽວກັນ ຫຼຸດລົງ 1,23%; ລາຍຮັບທ້ອງຖິ່ນປະຕິບັດໄດ້ 43,308 ຕື້ກີບ ເທົ່າກັບ 26,12 %, ທຽບໃສ່ປີຜ່ານມາ ຫຼຸດລົງ 12,38%.

ດ້ານລາຍຈ່າຍປະຕິບັດໄດ້ 44,12 %, ປີ 2020 ໄດ້ຮັບອະນຸມັດການລົງທຶນຂອງລັດ ທັງໝົດ 119 ໂຄງການ ມູນຄ່າ 85.857,19 ລ້ານກີບ ທຶນພາຍໃນມູນຄ່າ 21.519,73 ລ້ານກີບ; ທຶນຕ່າງປະເທດ ມູນຄ່າ 64.337,46 ລ້ານກີບ ປະຕິບັດໄດ້ 23 ໂຄງການມີມູນຄ່າ 5.333 ລ້ານກີບ ເທົ່າກັບ 24,78% ຂອງແຜນການ; ຊຳລະຜ່ານຄັງເງິນປະຕິບັດໄດ້ 4.304 ລ້ານກີບ.

ນອກຈາກນີ້, ໄດ້ອະນຸມັດການລົງທຶນໃນກິດຈະການທົ່ວໄປ ມີ 4 ໂຄງການ, ມູນຄ່າການລົງທຶນ 6,72 ລ້ານໂດລາ, ລະດົມເງິນຝາກໄດ້ 1.759,45 ລ້ານກີບ, ປ່ອຍສິນເຊື່ອໄດ້ 404,68 ລ້ານກີບ, ຊຸກຍູ້ການຜະລິດຂອງປະຊາຊົນໃນລະດູແລ້ງ: ການຜະລິດເຂົ້ານາແຊງ ໃນເນື້ອທີ່ 1.122 ເຮັກຕາ ຄາດຄະເນຜົນຜະລິດໄດ້ 14.100 ໂຕນ ປັດຈຸບັນສຳເລັດເກັບກ່ຽວ 100%, ປູກພືດເປັນສິນຄ້າໃນເນື້ອທີ່ 1.278,73 ເຮັກຕາ ປັດຈຸບັນເຫັນວ່າຫຼາຍພາກສ່ວນກໍ່ໄດ້ເປັນເຈົ້າການໃນການປູກພືດຜັກ ເພື່ອສະໜອງຄົວເຮືອນຂອງໃຜລາວ.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ