ຕົ້ມຈືດເຕົາຫູ້ຜັກຫວານ ເມນູແນະນຳສຳລັບຄົນຮັກສຸຂະພາບ

159

ແກງຈືດເປັນອາຫານທີ່ກິນງ່າຍ ເຮັດງ່າຍ ແຖມດີຕໍ່ຮ່າງກາຍ ເພາະໃນແກງຈືດຈະມີສ່ວນປະກອບຂອງ ຜັກ ເນື້ອສັດ ແລະ ວັດຖຸດິບຕ່າງໆທີ່ມີປະໂຫຍດຕໍ່ຮ່າງກາຍ ຈຶ່ງເປັນອີກເມນູໜຶ່ງທີ່ທຸກຄົນນິຍົມ ເຊິ່ງເມນູທີ່ຜູ້ຂຽນເອົາມາແນະນຳຕໍ່ໄປນີ້ກໍແມ່ນແກງຈືດເຕົາຫູ້ຜັກຫວານທີ່ຫຼາຍຄົນມັກກິນ ມາພ້ອມວິທີເຮັດທີ່ງ່າຍແສນງ່າຍ ວັດຖຸດິບກໍຫາຊື້ຕາມທ້ອງຕະຫຼາດໄດ້ສະບາຍ ແຖມແຊບ ແລະ ມີປະໂຫຍດຕໍ່ຮ່າງກາຍພ້ອມ.

ສ່ວນປະສົມ

ໝູສັບ 100 ກຣາມ

ເຕົາຫູ້ໄຂ່ຫັ່ນຕອນ 1 ອັນ

ຜັກຫວານເດັດໃບ 50 ກຣາມ

ຮາກຫອມປ້ອມທຸບຫຍາບ 2 ຮາກ

ກະທຽມທຸບຫຍາບ 5 ງີມ

ພິກໄທເມັດ ½ ບ່ວງຊາ

ນ້ຳປາ 1 ບ່ວງຊາ

ພິກໄທບົດ ½ ບ່ວງຊາ

ນ້ຳດື່ມສະອາດ ½ ຖ້ວຍ

ກະທຽມຈຽວສຳລັບໂຮຍ

ວິທີປຸງແຕ່ງ

1 ປະສົມໝູສັບ ນ້ຳປາ ພິກໄທບົດ ຄົນໃຫ້ເຂົ້າກັນ ມັກໄວ້ 10-20 ນາທີ.

2 ຕົ້ມນ້ຳດື່ມສະອາດ ໃສ່ຮາກຫອມປ້ອມ ກະທຽມ ພິກໄທ ນ້ຳຟົດ ປັ້ນໝູທີ່ໝັກໄວ້ໃສ່ລົງໝໍ້ ຕົ້ມຈົນສຸກ.

3 ປຸງລົດຊາດໂດຍ ໃສ່ນ້ຳປາ ໃສ່ເຕົາຫູ້ໄຂ່ ຜັກຫວານ ຄ່ອຍໆຄົນສ່ວນປະສົມໃຫ້ເຂົ້າກັນ ຫຼັງຈາກນັ້ນ ຕັກຕົ້ມຈືດໃສ່ຖ້ວຍ ໂຮຍກະທຽມຈຽວ ພ້ອມເສີບໄດ້ເລີຍ.

ເມນູນີ້ແຟນຂ່າວສາມາດນຳເອົາສູດໄປເຮັດໃຫ້ຄົນໃນຄອບຄົວຮັບປະທານໄດ້ເລີຍ ເພາະວິທີເຮັດກໍງ່າຍ ວັດຖຸດິບກໍຫາຊື້ໄດ້ງ່າຍ ແລະ ທີ່ສຳຄັນແຊບຖືກປາກທຸກຄົນແນ່ນອນ!