ອາກາດຮ້ອນໆ ຕ້ອງກະແລ້ມຈືນ

86

ອາກາດຮ້ອນໆແບບນີ້ ທຸກຄົນຕ້ອງຄິດຮອດ ອາຫານທີ່່ເຢັນໆ ແຊບໆ ແລະ ເຮັດໃຫ້ສົດຊື່ນ ເມນູທີ່ຈະມາແນະນຳນັ້ນກໍຄືກະແລ້ມຈືນ ເຊິ່ງເປັນເມນູທີ່ຖືກໃຈທັ້ງເດັກນ້ອຍ ແລະຜູ້ໃຫຍ່ກັນຢ່າງແນ່ນອນ ແຖມວິທີເຮັດກໍບໍ່ຍາກ ສາມາດເຮັດກິນຢູ່ບ້ານກໍໄດ້ ເຮົາມາເບິ່ງຂັ້ນຕອນການເຮັດກັນເລີຍ.

ວັດຖຸດິບກະແລ້ມຈືນ
ຂະໜົມປັງແຜ່ນ
ກະແລ້ມ (ລົດຊາດຕາມໃຈມັກ)
ກໍ້ແພັກອາຫານ
ນ້ຳມັນ

ວິທີເຮັດກະແລ້ມຈືນ
1 ເອົາໄມ້ກິ້ງແປ້ງ ຫຼື ຕຸກນ້ຳມາກິ້ງຂະໜົມປັງໃຫ້ຂະຫຍາຍອອກເປັນແຜ່ນບາງ
2 ຕັກກະແລ້ມ (ລົດຊາດຕາມໃຈມັກ) ມາໃສ່ພໍປະມານແລ້ວຫໍ່ດ້ວຍຂະໜົມປັງ (ກະແລ້ມ 1 ກ້ອນໃຊ້ຂະໜົມປັງ 2 ແຜ່ນ) ຫຼັງຈາກນັ້ນນຳເອົາຂະໜົມປັງອີກ 1 ແຜ່ນ ມາຫໍ່ ແລະ ເອົາກໍ້ແພັກຫໍ່ໃຫ້ເປັນຮູບກ້ອນມົນໆ.
3 ເອົາໄປແຊ່ໃນຊ່ອງແຂງ ປະມານ 7-8 ຊົ່ວໂມງ ຫຼື 1 ຄືນ.
4 ຕັ້ງໝໍ້ໃສ່ນ້ຳມັນໃຫ້ຮ້ອນ ແລະ ເອົາກະແລ້ມທີ່ແຊ່ໃນຊ່ອງແຂງນຳມາຈືນ ໂດຍທອດໃຫ້ຂະໜົມປັງປ່ຽນເປັນສີເຫຼືອງທອງກໍເປັນອັນໃຊ້ໄດ້ແລ້ວ.
5 ນຳມາຈັດແຕ່ງໃສ່ຈານໃຫ້ງາມ ພ້ອມເສີບ.