ສ່ອງບັນຍາກາດທີມແພດໝໍ ຫຼັງປິ່ນປົວຄົນເຈັບຜູ້ສຸດທ້າຍຫາຍດີ ພ້ອມສົ່ງກັບສູ່ຄອບຄົວ

100

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ມັນອັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ແລະ ມີຫຼາຍພາກສ່ວນທີ່ຕ້ອງເຮັດວຽກໜັກຂຶ້ນ ໂດຍສະເພາະແມ່ນບຸກຄະລາກອນທາງການແພດ ທີ່ຕ້ອງກຽມຄວາມພ້ອມປະຈັນບັນກັບເຊື້ອພະຍາດອັນຮ້າຍແຮງນີ້.

ແນວໃດກໍ່ຕາມ ນັບຕັ້ງແຕ່ພະຍາດໂຄວິດ-19 ໄດ້ແຜ່ລາມເຂົ້າມາລະບາດຢູ່ໃນ ສປປ ລາວ ກໍ່ຄືມີຜູ້ຕິດເຊື້ອພະຍາດດັ່ງກ່າວ ທີມແພດໝໍຄືຫົວໃຈຫຼັກໃນການຕໍ່ສູ້ກັບພະຍາດນີ້ ເຊິ່ງມາຮອດປັດຈຸບັນ ເປັນເວລາເກືອບ 3 ເດືອນ ທີ່ພວກເຂົາເຫຼົ່ານັ້ນ ຕ້ອງທຸ້ມເທທັງແຮງກາຍແຮງໃຈ ແລະ ມັນສະໝອງ ເພື່ອເອົາຊະນະມັນ.

ມາຮອດມື້ນີ້ 9 ມິຖຸນາ 2020 ນັບວ່າເປັນຂ່າວດີທີ່ສຸດ ທີມແພດໝໍ ສາມາດປິ່ນປົວຄົນເຈັບຜູ້ຕິດເຊື້ອໂຄວິດ-19 ຫາຍດີ ອອກໂຮງໝໍທຸກຄົນແລ້ວ ເຊິ່ງຜູ້ສຸດທ້າຍແມ່ນໄດ້ກັບບ້ານໃນມື້ນີ້. ແນວໃດກໍ່ດີ ສິ່ງດັ່ງກ່າວ ຖືເປັນຜົນສຳເລັດຂັ້ນພື້ນຖານການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນລາວ.

ດັ່ງນັ້ນ ແອັດມິນເອງຂໍຮ່ວມສະແດງຄວາມດີໃຈ ແລະ ຊົມເຊີຍຢ່າງສຸດຊື້ງ ຕໍ່ການປະຕິບັດພາລະກິດອັນມີກຽດສະຫງ່າຂອງທີມງານແພດນັກຮົບເສື້ອຂາວ ທີ່ສຳເລັດການປິ່ນປົວ ແລະ ສົ່ງຜູ້ປ່ວຍຕິດເຊື້ອ ໂຄວິດ-19 ຜູ້ສຸດທ້າຍ ກໍລະນີທີ 8 ກັບບ້ານໄດ້ ດ້ວຍການປະຈໍາການເຮັດວຽກໜັກທັງໝົດ 80 ວັນ.

ຂອບໃຈຮູບຈາກ: Phengphanh Bounphayong