ໄຊຍະບູລີປະກາດການຈັດຕັ້ງຂັ້ນນໍາພາ – ຄຸ້ມຄອງຫຼາຍຕໍາແໜ່ງ

212

ການປະກາດການຈັດຕັ້ງໃໝ່ຍັງຄົງດຳເນີນຢ່າງຕໍ່ເນື່ອງໃນທຸກແຂວງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃນວັນທີ 8 ມິຖຸນາຜ່ານມາຢູ່ແຂວງໄຊຍະບູລີກໍ່ໄດ້ມີການປະກາດແຕ່ງຕັ້ງ ແລະໂຍກຍ້າຍພະນັກງາານຂັ້ນຄຸ້ມຄອງນຳພາເຖິງ 6 ຕຳແໜ່ງ.

ຮູບປະກອບຂ່າວຈາກໄຊຍະບູລີ

ພິທີປະກາດການຈັດຕັ້ງຊັບຊ້ອນໜ້າທີ່ໃໝ່ຈັດຂຶ້ນທີ່ຫ້ອງປະຊຸມພະແນກ ກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີຫົວໜ້າ,ຮອງຫົວໜ້າພະແນກການ, ກົມກອງ, ພະນັກງານຫຼັກແຫຼງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ຈັນເພັງ ແສນຄໍາ ຮອງຫົວນໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 246,240,248, 260, 247,249,241 ແລະ 245 /ຄພຂ.ຊຍ, ລົງວັນທີ 3 ເດືອນ 6 ປີ 2020ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ການບົ່ງຕົວແຕ່ງຕັ້ງ ເລຂາໜ່ວຍພັກ ພ້ອມຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໄຊຍະບູລີ ເລກທີ 563,574,578,579/ຈຂຊຍ, ລົງວັນທີ 5/6/2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າຮອງຫົວໜ້າພະແນກການ.

ເປັນພຽງຮູບປະກອບຂ່າວ

ໂດຍທ່ານເຈົ້າແຂວງໄຊຍະບູລີ ເຫັນດີຕົກລົງແຕ່ງຕັ້ງ ສະຫາຍ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນປະທານຄະນະກວດກາພັກແຂວງ ຫົວໜ້າພະແນກກວດກາລັດ ທັງເປັນເລຂາໜ່ວຍພັກ, ແຕ່ງຕັ້ງ ສະຫາຍ ອາເມ ຊົງເຢຼຍເລັງ ປະທານກວດກາພັກ ຫົວໜ້າພະແນກກວດກາລັດ ເປັນຫົວໜ້າຄະນະໂຄສະນາ ອົບຮົມແຂວງ ທັງເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມ, ແຕ່ງຕັ້ງ ສະຫາຍ ບຸນສີ ພົມສີ ຮອງປະທານກວດກາພັກແຂວງ ເປັນຮອງຄະນະຈັດຕັ້ງແຂວງ ທັງເປັນຮອງຄະນະໜ່ວຍພັກ ຄະນະຈັດຕັ້ງແຂວງ, ແຕ່ງຕັ້ງ ສະຫາຍ ເມກ ເກດຕາໄຊ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ເປັນ ຮອງຫົວໜ້າພະແນກການຕ່າງປະເທດ.

ແຕ່ງຕັ້ງ ສະຫາຍ ນາງ ນຸດ ຈິລາ ພົນຈະເລີນ ຫົວໜ້າຫ້ອງການ ບໍລິຫານ ພະແນກພາຍໃນແຂວງ ຂຶ້ນເປັນຮອງຫົວໜ້າພະແນກພາຍໃນແຂວງ ແລະ ແຕ່ງຕັ້ງ ສະຫາຍ ຈັນທະສອນ ທະນູສິນ ຫົວໜ້າຂະແໜງຄົ້ນຄວ້າສັງລວມວຽກລັດຂຶ້ນເປັນຮອງຫົວໜ້າຫ້ອງວ່າການປົກຄອງແຂວງໄຊຍະບູລີ.


ຈາກນັ້ນທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ ໄດ້ຮັບແຕ່ງຕັ້ງໃໝ່ ແລະ ຍົກຍ້າຍ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານທີ່ໄດ້ເອົາໃຈໃສ່ ປະຕິບັດໜ້າທີ ທີ່ການຈັດຕັ້ງມອບໝາຍໃຫ້ ໄດ້ຮັບຜົນສໍາເລັດຫຼາຍດ້ານ ໃນໄລຍະຜ່ານມາ ແລະ ການຍົກຍ້າຍແຕ່ງຕັ້ງໃນຄັ້ງນີ້ ກໍ່ເປັນເລື່ອງປົກກະຕິ ຕ້ອງໄດ້ມີການປັບປຸງ ຈັດຕັ້ງຜັນປ່ຽນໜ້າທີ່ປະຈໍາການທີ່ຖືກຕ້ອງຕາມກົດໝາຍອັນຕົ້ນຕໍກໍ່ຄືການກະກຽມໃຫ້ແກ່ກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ VII ຈະໄດ້ໄຂຂຶ້ນໃນຕໍ່ໜ້າ. ສະນັ້ນບັນດາ ສະຫາຍ ທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍບ່ອນປະຈໍາການຕ້ອງໄດ້ເຊີດຊູ້ຄວາມເປັນເຈົ້າການ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງ ຄຸນສົມບັດສິນທໍາປະຕິບັດ ແບບແຜນວິທີເຮັດວຽກ ຕ້ອງເປັນໜູ່ຄະນະບຸກຄົນຮັບຜິດຊອບ. ເພີ່ມທະວີຄວາມຮັບຜິດຊອບການເມືອງໃຫ້ສູງ ເປັນເຈົ້າຊີ້ນໍາ-ນໍາພາວຽກງານທີ່ພັກລັດມອບໝາຍໃຫ້ມີຜົນສໍາເລັດ ສິ່ງສໍາຄັນຜູ້ເກົ່າ ແລະ ຜູ້ມາຢູ່ໃໝ່ຊີ້ນໍາໆພາໃໝ່ຕ້ອງໄດ້ເພີ່ມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ.

ຂ່າວ: ບຸນທີ Media Laos