ໃຜວ່າຮຸ່ນດີຕ້ອງອາໄສການອອກກຳລັງກາຍຢ່າງດຽວ ການນອນກໍ່ມີສ່ວນ

105

ການທີ່ມີຮູບຮ່າງງາມ ເປັນຄວາມໄຝ່ຝັນຂອງທຸກໆຄົນ ເມື່ອສວມໃສ່ເສື້ອຜ້າກໍ່ຮຸ້ສຶກມີຄວາມໝັ້ນໃຈ ແຕ່ຈະເຮັດແນວໃດຈິ່ງໄດ້ຮູບຮ່າງທີ່ງາມດັ່ງໃຈໄດ້ ນອກຈາກການອອກກຳລັງກາຍ ຫຼື ຄວບຄຸມອາຫານເປັນທາງອອກຫຼັກ ແລະ ການນອນຫຼັບກໍ່ສາມາດຊ່ວຍຫຼຸດນ້ຳໜັກໄດ້ເຊັ່ນກັນ ຈະນອນດ້ວຍວິທີໃດເຮົາມາຮູ້ນຳກັນ!

ການນອນຫຼັບຊ່ວຍໃຫ້ຫຼຸດນ້ຳໜັກໄດ້ແນວໃດ?
ການນອນຫຼັບບໍ່ພຽງພໍ ເປັນປັດໃຈຫຼັກທີ່ເຮັດໃຫ້ເປັນໂລກອ້ວນໄດ້ ໂດຍມີບົດວິໄຈພົບວ່າ ການນອນຫຼັບບໍ່ພຽງພໍອາດຈະສົ່ງຜົນໃຫ້ຄ່າດັດຊະນີມວນຮ່າງກາຍ ແລະ ນ້ຳໜັກໂຕສູງຫຼາຍກວ່າ ຖ້າທຽບໃສ່ຜູ້ທີ່ນອນຫຼັບພັກຜ່ອນຢ່າງພຽງພໍ ນອກຈາກນີ້ ບົດວິໄຈໄດ້ມີການເຮັດສຳຫຼວດເບິ່ງຄວາມປ່ຽນແປງຂອງນ້ຳໜັກໂຕ ໃນຜູ້ທີ່ນອນໜ້ອຍກວ່າ 7 ຊົ່ວໂມງຕໍ່ຄືນ ແລະ ພົບວ່າການນອນຫຼັບບໍ່ພຽງພໍນັ້ນ ອາດເພີ່ມໂອກາດໃນການເປັນໂລກອ້ວນໄດ້ຫຼາຍເຖິງ 89% ໃນເດັກນ້ອຍ ແລະ 55% ໃນຜູ້ໃຫຍ່.

ດັ່ງນັ້ນ ຈຶ່ງສາມາດສະຫຼຸບໄດ້ວ່າ ການນອນຫຼັບບໍ່ພຽງພໍເປັນໜຶ່ງໃນປັດໃຈທີ່ອາດຈະເຮັດໃຫ້ນ້ຳໜັກໂຕເພີ່ມຂຶ້ນ ແລະ ກາຍເປັນສັດຕູທີ່ສຳຄັນໃນຜູ້ທີ່ຕ້ອງການຫຼຸດນ້ຳໜັກ ຫຼັກການຄິດງ່າຍໆ ກໍ່ຄືເຮົາບໍ່ສາມາດກິນອາຫານໃນຂະນະທີ່ເຮົາຫຼັບໄດ້ ສະນັ້ນ ການທີ່ເຮົານອນຫຼາຍກໍຍິ່ງຫຼຸດໂອກາດໃນການກິນຫຼາຍເກີນຄວາມຈຳເປັນ ໂດຍສະເພາະອາຫານຄ່ຳທີ່ເປັນໂຕອັນຕະລາຍຕໍ່ນ້ຳໜັກຮ່າງກາຍເຮົາ.

ນອກຈາກນີ້ ການນອນຫຼັບບໍ່ພຽງພໍ ຍັງສົ່ງຜົນຕໍ່ການເຮັດວຽກຂອງສະໝອງ ເຮັດໃຫ້ເຮົາມີໂອກາດໃນການຕັດສິນໃຈເລືອກຫົນທາງທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ ການກິນອາຫານຄ່ຳ ຫຼື ເລືອກກິນອາຫານທີ່ບໍ່ດີຕໍ່ສຸຂະພາບ ບໍ່ວ່າຈະເປັນຂອງຫວານ ຊັອກໂກແລັດ ແລະ ອາຫານຕ່າງໆ ທີ່ມີນ້ຳຕານ ຫຼື ໄຂມັນຫຼາຍຂຶ້ນ ເພາະສະໝອງສ່ວນໜ້າທີ່ຄວບຄຸມການຕັດສິນໃຈນັ້ນເຮັດວຽກໄດ້ຊ້າລົງ ເນື່ອງຈາກການທີ່ເຮົານອນຫຼັບພັກຜ່ອນບໍ່ພຽງພໍ ສະໝອງຈຶ່ງພະຍາຍາມຫາໂຕກະຕຸ້ນສະໝອງ ເຊິ່ງກໍຄືນ້ຳຕານ.

ເພາະການນອນບໍ່ພຽງພໍຈະເຮັດໃຫ້ເຮົາຫິວຕະຫຼອດເວລາ ມັກຈະເຮັດໃຫ້ເຮົາຢາກອາຫານຫຼາຍຂຶ້ນ ເນື່ອງຈາກເຮົານອນຫຼັບບໍ່ພຽງພໍ ຮ່າງກາຍຂອງເຮົາກໍ່ຈະຜະລິດຮໍໂມນເກລລິນ (Ghrelin) ເຊິ່ງເປັນຮໍໂມນທີ່ສົ່ງສັນຍານຄວາມຫິວໄປຫາສະໝອງເພີ່ມຫຼາຍຂຶ້ນ ໃນຂະນະດຽວກັນ ຮໍໂມນເລບຕິນ (Leptin) ຮໍໂມນທີ່ຊ່ວຍບັງຄັບຄວາມຮູ້ສຶກຫິວ ແລະ ເຮັດໃຫ້ເຮົາຮູ້ສຶກອີ່ມຈະຜະລິດອອກມາໜ້ອຍລົງ ຈຶ່ງສົ່ງຜົນເຮັດໃຫ້ເຮົາຮູ້ສຶກຫິວຫຼາຍຂຶ້ນ ນອກຈາກນີ້ ຮ່າງກາຍຈະຜະລິດຮໍໂມນຄໍຕິຊອລ (Cortisol) ອອກມາຫຼາຍຂຶ້ນຖ້າເຮົານອນຫຼັບບໍ່ພຽງພໍຮໍໂມນຄວາມຄຽດໂຕນີ້ກໍ່ເປັນໂຕການທີ່ສຳຄັນທີ່ເຮັດໃຫ້ເຮົາຮູ້ສຶກຢາກອາຫານ ແລະ ພະຍາຍາມຫາແນວກິນຫຼາຍຂຶ້ນ ຖ້າທຽບກັບຜູ້ທີ່ໄດ້ນອນຫຼັບພຽງພໍ.

ດ້ວຍເຫດຜົນທີ່ເວົ້າມາເຫຼົ່ານີ້ ຈຶ່ງເຮັດໃຫ້ການນອນຫຼັບມີສ່ວນສຳຄັນສຳລັບການຫຼຸດນ້ຳໜັກໃຫ້ມີປະສິດທິພາບ ຜູ້ທີ່ຕ້ອງການຢາກຈະຫຼຸດນ້ຳໜັກໃຫ້ໄດ້ຜົນ ກໍຄວນນອນຫຼັບໃຫ້ພຽງພໍ ແຕ່ສຳລັບຄົນທີ່ມັກໃນການນອນ ແລະ ຢາກຫຼຸດນ້ຳໜັກ ກໍ່ຄວນຄວບຄຸມອາຫານ ແລະ ອອກກຳລັງກາຍຄວບຄູ່ກັນໄປ ເພື່ອໃຫ້ການຫຼຸດນ້ຳໜັກນັ້ນໄດ້ມີປະສິດທິພາບສູງສຸດ.