ອຸຕຸແຈ້ງ! ເລີ່ມມື້ນີ້ ຫາ 15 ມິຖຸນາ ຝົນມາທົ່ວທຸກພາກຂອງປະເທດແນ່ນອນ

171

ເປັນຂ່າວດີໃຫ້ແກ່ຊາວກະສິກອນຜູ້ຄອງຄອຍນໍ້າຝົນໃນການທໍາການຜະລິດ ໂດຍສະເພາະປັດຈຸບັນເລີ່ມກ້າວເຂົ້າສູ່ລະດູການຜະລິດເຂົ້ານາປີ, ເມື່ອກົມອຸຕຸແຈ້ງ ຕົ້ນອາທິດນີ້ ສະພາບອາກາດຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກພາກກາງ ແລະ ພາກໃຕ້. ທ້າຍອາທິດອາກາດຮ້ອນຫາຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ແລະ ປານກາງ ຫາ ໜັກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ສະບັບເລກທີ 0671/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 8 ມິຖຸນາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 9 ຫາ 15 ມິຖຸນາ 2020 ວ່າ: ໃນໄລຍະວັນທີ 9 ຫາ 11 ມິຖຸນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ກຳລັງປານກາງ ຫາ ແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 12 ຫາ 15 ມິຖຸນາ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຕື່ມອີກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ຫາ ພາກກາງ.