ລອງເມນູນີ້ໃຫ້ລູກໄປໂຮງຮຽນ ຮັບຮອງອີ່ມແຊບຈະເລີນອາຫານ

85

ຊ່ວງນີ້ນ້ອງໆນັກຮຽນກໍໄດ້ເລີ່ມພາກັນເຂົ້າຮຽນເປັນປົກກະຕິກັນແລ້ວ ແຕ່ກໍຕ້ອງໄດ້ປະຕິບັດຕາມມາດຕະການຕ່າງໆທີ່ໂຮງຮຽນໄດ້ວາງອອກ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ 19 ໂດຍການແທກອຸນຫະພູມກ່ອນເຂົ້າຫ້ອງຮຽນ ລ້າງມືດ້ວຍເຈລແອວກໍຮໍ ຫຼື ສະບູ ໃສ່ຜ້າອັດປາກ ດັງ ເພື່ອປ້ອງກັນພະຍາດ ແລະ ບາງໂຮງຮຽນກໍໄດ້ມີການໃຫ້ນ້ອງນັກຮຽນຖືເຂົ້າໄປກິນເພື່ອຫຼີກລ້ຽງການໄປແອອັດກັນຢູ່ທີ່ໂຮງອາຫານ.

ສະນັ້ນ ມື້ນີ້ແອັດມິນກໍມີເມນູທີ່ນ້ອງໆນັກຮຽນຕ້ອງມັກ ແລະ ຖືກໃຈກັນແນ່ນອນ ແຖມວິທີເຮັດກໍງ່າຍ ພໍ່ແມ່ນ້ອງໆນັກຮຽນສາມາດເຮັດເມນູນີ້ໃຫ້ລູກໄປກິນຢູ່ໂຮງຮຽນກໍໄດ້ ເຮົາມາເບິ່ງສ່ວນປະສົມວ່າມີຫຍັງແນ່.

ສ່ວນປະສົມໝູ (ປຸງລົດຊາດຕາມໃຈມັກ)
ໝູບົດ ຫຼື ໝູສັບ 100 ກຣາມ
ຜັກກະລ່ຳສັບ 20 ກຣາມ
ສະອິວຖົ່ວເຫຼືອງ ½ ບ່ວງແກງ
ພິກໄທເລັກນ້ອຍ

ສ່ວນປະສົມແຜ່ນກ້ຽວໄຂ່
ໄຂ່ໄກ່ 2 ໜ່ວຍ
ແປ້ງສາລີ ຫຼື ແປ້ງອະເນກປະສົງ ½ ບ່ວງຊາ
ນ້ຳ 1 ບ່ວງແກງ
ເກືອເລັກນ້ອຍ

ສ່ວນປະສົມຂອງນ້ຳຊຸບ
ຜົງປຸງລົດໝູ 1 ບ່ວງຊາ
ຜັກກະລ່ຳ (ຜັກຕາມໃຈມັກ)
ຫອມບົວຊອຍ ໂຮຍໜ້າ

ວິທີປຸງແຕ່ງ
1 ນຳເອົາໝູບົດ ຫຼື ສັບ ຜັກກະລ່ຳສັບ ສະອິວຖົ່ວເຫຼືອງ ແລະ ພິກໄທ ມາປະສົມໃຫ້ເຂົ້າກັນແລ້ວພັກໄວ້.
2 ປະສົມແຜ່ນກ້ຽວໄຂ່ ໂດຍນຳເອົາໄຂ່ ແປ້ງສາລີ ຫຼື ແປ້ງອະເນກປະສົງ ນ້ຳ ແລະ ເກືອເລັກນ້ອຍ.
3 ຕັ້ງໝໍ້ໃສ່ໄຟກາງ ເພື່ອກຽມເຮັດກ້ຽວໄຂ່ໄສ້ໝູ.
4 ສ່ວນຂອງນ້ຳຊຸບ ຕັ້ງໝໍ້ຄ້າງນ້ຳໃຫ້ຟົດ ປຸງແຕ່ງລົດຊາດດ້ວຍຜົງປຸງລົດໝູ ຫຼັງຈາກນັ້ນກໍໃສ່ຜັກ.
5 ນຳເອົາກ້ຽວທີ່ເຮັດໄວ້ແລ້ວມາຈັດໃສ່ໝໍ້ ແລ້ວປິດຝາໄວ້ປະມານ 5 ນາທີ ຫຼັງຈາກນັ້ນໂຮຍຫອມບົວແຕ່ງໝ້າກໍ່ເປັນອັນຮຽບຮ້ອຍ.