ອາທິດດຽວລາວມີຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມ 77 ກໍລະນີ, ທຸກຄົນຕ້ອງທຳລາຍແຫຼ່ງ ພ້ອມນອນໃນມຸ້ງ

217

ພະຍາດໄຂ້ຍຸງລາຍ ອາດຈະເປັນທີ່ເຄີຍຊິນຂອງທຸກຄົນແລ້ວ ແລະ ເຫຼີງຈົນລືມວ່າຄວາມອັນຕະລາຍຮ້າຍແຮງສ່ຳໃດ ແຕ່ຢ່າລືມວ່າພວກເຮົາໄດ້ສູນເສຍຫຼາຍຊີວິດແລ້ວຍ້ອນໄຂ້ເລືອດອອກ ສະນັ້ນຖ້າຫາກຍັງຖືເບົາທຸກຄົນແມ່ນມີຄວາມສ່ຽງທັ້ງນັ້ນ ຢູ່ລາວເຮົານັບຕັ້ງແຕ່ທ້າຍປີ 2019 ຈົນມາຮອດ ປັດຈຸບັນນີ້ ແມ່ນໄດ້ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກຫຼາຍກວ່າ 1000 ຄົນແລ້ວ, ຍິ່ງຈະເຂົ້າຊ່ວງຍາມຝົນ ກໍ່ຍິ່ງຈະເຮັດໃຫ້ຕົວເລກຂອງຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າປົກກະຕິ ສະນັ້ນ ທຸກຄົນຈົ່ງເປັນເຈົ້າການກຳຈັດແຫຼ່ງເພາະພັນຂອງໜອນນ້ຳ ທີ່ອາດຈະເປັນແຫຼ່ງເຊື້ອພະຍາດໄດ້.

ນັບແຕ່ວັນທີ 28 ທັນວາ 2019-7 ມິຖຸນາ 2020 ໄດ້ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 1.641 ກໍລະນີ, ເສຍຊີວິດ 4 ກໍລະນີ, ໂດຍຜູ້ຕິດເຊື້ອໃນທົ່ວປະເທດເພີ່ມຂຶ້ນ (ພາຍໃນ 1 ອາທິດ) ຈາກວັນທີ 2 ມິຖຸນາ 2020 ຫາ ວັນທີ 7 ມິຖຸນາ 2020, ຈຳນວນ 77 ກໍລະນີ ສະເພາະນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 381 ກໍລະນີ, ເສຍຊີວິດແລ້ວ 2 ຄົນ, ຮອງລົງມາແມ່ນແຂວງວຽງຈັນ 235 ກໍລະນີ, ແຂວງອັດຕະປື 213 ກໍລະນີ, ບໍລິຄຳໄຊ 170 ກໍລະນີ, ຄຳມ່ວນ 140 ກໍລະນີ, ສະຫວັນນະເຂດ 112 ກໍລະນີ, ສາລະວັນ 96 ກໍລະນີ, ໄຊຍະບູລີ 90 ກໍລະນີ ເສຍຊີວິດແລ້ວ 1 ຄົນ, ເຊກອງ 48 ກໍລະນີ, ຫຼວງນໍ້າທາ 37 ກໍລະນີ, ໄຊສົມບູນ 32 ກໍລະນີ, ອຸດົມໄຊ 32 ກໍລະນີ, ຫຼວງພະບາງ 28 ກໍລະນີ, ບໍ່ແກ້ວ11 ກໍລະນີ, ຈຳປາສັກ 10 ກໍລະນີ, ຜົ້ງສາລີ 5 ກໍລະນີ, ແຂວງຫົວພັນ 1 ກໍລະນີ ແລະ ແຂວງຊຽງຂວາງ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ ໂດຍອັດຕາຄວາມຮ້າຍແຮງຂອງພະຍາດໄຂ້ເລືອດອອກແມ່ນກວມເອົາ 0,24%.

ເພື່ອເປັນການປ້ອງກັນພະຍາດໄຂ້ເລືອດອອກ ບໍ່ໃຫ້ມີການແຜ່ລາມໄປເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ປະຊາຊົນທຸກຄົນ ຈົ່ງພ້ອມກັນສຸມໃສ່ເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໂດຍສະເພາະ ແມ່ນເປັນເຈົ້າການໃນປ້ອງກັນບໍ່ໃຫ້ຍຸງລາຍກັດ ພ້ອມຄຽງຄູ່ກັບການປະຕິບັດຫຼັກການ 5 ປ ເປັນປະຈຳ ທັງມີການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ “ບໍ່ມີໜອນນໍ້າ ກໍຈະບໍ່ມີຍຸງລາຍ”.