ຈະນຳໃຊ້ 7 ຕື້ກວ່າກີບສ້າງອະນຸສາວະລີ ນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວ

205

ດ້ວຍສາຍພົວພັນການຮ່ວມມື ຂອງ ສປປ ລາວ ແລະ ອະດີດສະຫະພາບໂຊວຽດ (ຣັດເຊຍໃນປະຈຸບັນ) ໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດ ພິທີເຊັນສັນຍາໂຄງການກໍ່ສ້າງ ອານຸສາວະລີນັກບິນທະຫານ ຂອງອະດີດສະຫະພາບໂຊວຽດທີ່ໄດ້ເສຍຊີວິດໃນການປະຕິບັດ ພັນທະສາກົນຢູ່ ສປປ ລາວ ລະ ຫວ່າງກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໃນນາມເຈົ້າ ຂອງໂຄງການ ແລະ ບໍລິສັດ ສຸພັດ ທອນ ທີ່ປຶກສາ ແລະ ບໍລິການຄົບ ວົງຈອນ SCS ໃນນາມຜູ້ຮັບ ເໝົາກໍ່ສ້າງ.

ເປັນພຽງຮູບປະກອບຂ່າວເທົ່ານັ້ນ, ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມ ລາວົງ ກໍາມະການ ຄະນະພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ແມ່ນ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດສຸພັດທອນ ທີ່ປຶກ ສາ ແລະ ບໍລິການຄົບວົງຈອນ SCS, ໂດຍຊ້ອງໜ້າທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະ ການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ເປັນພຽງຮູບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບເນື້ອໃນ

ທ່ານ ພັນໂທ ກາວິນ ຈັນທະ ມາດ ຫົວໜ້າຫ້ອງການກົມວິທະ ຍາສາດ-ປະຫວັດສາດການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກຂອງລັດ ຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໂຄງການ ກໍ່ສ້າງອານຸສາວະລີນັກບິນທະ ຫານຂອງອະດີດສະຫະພາບໂຊ ວຽດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໃຫ້ບໍລິສັດສຸ ພັດທອນທີ່ປຶກສາ ແລະ ບໍລິການ ຄົບວົງຈອນ SCS ເປັນຜູ້ຮັບ ເໝົາກໍ່ສ້າງໃຫ້ສຳເລັດຕາມແຜນ ການ, ເຊິ່ງກຳນົດເວລາການກໍ່ ສ້າງ 5 ເດືອນ ນັບແຕ່ວັນເຊັນ ສັນຍາເປັນຕົ້ນໄປ, ລວມມູນຄ່າ ໃນການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ເຊິ່ງເປັນງົບປະມານຂອງກະ ຊວງປ້ອງກັນປະເທດ.

ພິທີເຊັນສັນຍາການກໍ່ສ້າງອະນຸສາວະລີ

ໃນພິທີທ່ານ ພົນຕີ ແອສະ ໄໝ ເລືອງວັນໄຊ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ເອົາໃຈໃສ່ຕິດຕາມກວດກາການ ປະຕິບັດບັນດາໜ້າວຽກຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ດຳເນີນໄປທັນກັບເວລາ ແລະ ຮັບ ປະກັນໃຫ້ມີຄຸນນະພາບ ເພື່ອ ເປັນຂອງຂັວນໃນມື້ສະເຫຼີມສະ ຫຼອງສາຍພົວພັນການທູດ ລາວ- ຣັດເຊຍ ຄົບຮອບ 70 ປີ ຢ່າງໜ້າ ສັນລະເສີນອີກດ້ວຍ.

ໂດຍ: ຄຳປ໋ອກ Cr: LaoArmyNews