ໝາກຈອງ ສັບພະຄຸນຢືນໜຶ່ງ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ

1148

ໝາກຈອງ (ໝາກຈອງໃຕ້) ເປັນສະໝຸນໄພຊະນິດໜຶ່ງທີ່ຊ່ວຍໃນເລື່ອງຕ່າງໆ ທີ່ກ່ຽວກັບສຸຂະພາບຂອງເຮົາ ແລະທີ່ສຳຄັນສາວໆ ຫຼື ຜູ້ເຖົ້າຜູ້ແກ່ຈະມັກເອົາມາເຮັດອາຫານກິນ ເຊິ່ງໝາກຈອງສາມາດນຳເອົາມາເຮັດເປັນອາຫານຄາວ ອາຫານຫວານໄດ້ ໂດຍສະເພາະຜູ້ທີ່ຕ້ອງການຄວບຄຸມນ້ຳໜັກແມ່ນຊ່ວຍໄດ້ດີ ນອກຈາກນີ້ຜູ້ທີ່ເປັນເບົາຫວານກໍກິນດີເພາະໝາກຈອງຈະຊ່ວຍໃຫ້ລະດັບນ້ຳຕານໃນເລືອດຄົງທີ່.

ລັກສະນະຂອງຕົ້ນໝາກຈອງແມ່ນເປັນຕົ້ນໄມ້ຢືນຕົ້ນທີ່ໃຫຍ່ ແລະຈະເລີນເຕີບໃຫຍ່ໄດ້ດີໃນພື້ນທີ່ຊຸ່ມຊື່ນ ເຊິ່ງປີໜຶ່ງແມ່ນເກັບໄດ້ຄັ້ງໜຶ່ງ ໝາກຈອງແມ່ນຈະອອກດອກໃນຊ່ວງເດືອນທັນວາຫາມັງກອນ ແລະຊ່ວງເດືອນມີນາຫາເມສາແມ່ນຈະສາມາດເກັບໝາກຈອງໄດ້ ລັກສະນະໝາກຈອງຈະເປັນສີນ້ຳຕານ ຜິວບໍ່ລຽບ ວິທີເອົາໄປປຸງແຕ່ງກິນແມ່ນຕ້ອງເອົາໄປແຊ່ນ້ຳກ່ອນ ຫຼັງຈາກນັ້ນມັນກໍຈະຍື່ງຂຶ້ນ ແລະສາມາດນຳເອົາໄປແຕ່ງກິນໄດ້.

ຄຸນຄ່າທາງອາຫານຂອງໝາກຈອງ ໝາກຈອງປະລິມານ 100 ກຣາມ ຈະໃຫ້ພະລັງງານ 394 ກິໂລແຄລໍຣີ່, ນ້ຳ 12 ກຣາມ, ໂປຣຕີນ 5,4 ກຣາມ, ໄຂມັນ 2,4 ກຣາມ, ຄາໂບໄຮເດຣດ 75,3 ກຣາມ, ໄຍອາຫານ 67,1 ກຣາມ, ແຄວຊ້ຽມ 237 ກຣາມ ແລະອື່ນໆ ເປັນຕົ້ນ.

ສັບພະຄຸນທາງຢາຂອງໝາກຈອງ
ແກ້ອາການເຈັບຄໍ ແກ້ອາການເປັນໄຂ້ ໂດຍນຳເອົາໝາກຈອງປະມານ 10-20 ໜ່ວຍ ຕົ້ມກັບໄມ້ອົບຈີນຈົນໄດ້ນ້ຳຢາທີ່ເຂັ້ມຂົ້ນ ແລ້ວນຳເອົາມາຈິບເປັນປະຈຳຈະຊ່ວຍແກ້ໄຂ້ ແກ້ເຈັບຄໍໄດ້.

ແກ້ໄອ ລະລາຍຂີ້ເທີ ໂດຍໃຊ້ໝາກຈອງພຽງແຕ່ 3-5 ໜ່ວຍ ແຊ່ໃນນ້ຳ 1 ຈອກ ໃຫ້ວຸ້ນໝາກຈອງອອກມາ ຈາກນັ້ນຕື່ມນ້ຳຕານກົດໃສ່ເພື່ອປຸງແຕ່ງລົດຊາດໃຫ້ຫວານ ຄວນກິນນ້ຳວຸ້ນໝາກຈອງເທື່ອລະ 1 ຈອກ ມື້ລະ 3 ເວລາກ່ອນອາຫານ ຖ້າຫາກໃນກໍລະນີເປັນໄຂ້ຫວັດ ມີຂີ້ເທີ ໃຫ້ດື່ມນ້ຳໝາກຈອງອຸ່ນໆ ເພື່ອຊ່ວຍໃນການແກ້ໄຂ້ ລະລາຍຂີ້ເທີ ແລະແກ້ເຈັບຄໍ.

ແກ້ຮ້ອນໃນ ກະຫາຍນ້ຳ ເພາະນ້ຳໝາກຈອງມີສ່ວນຊ່ວຍ ເຮັດໃຫ້ຊຸ່ມຄໍ ດື່ມແລ້ວສົດຊື່ນ ອາກາດຮ້ອນ ນ້ຳໝາກຈອງເປັນເມນູໜຶ່ງທີ່ຊ່ວຍຜ່ອນຄາຍຄວາມຮ້ອນໄດ້.
ຊ່ວຍລະບາຍ ແກ້ທ້ອງອືດ ເນື້ອວຸ້ນຂອງໝາກຈອງເມື່ອຖືກນ້ຳແລ້ວຈະກາຍເປັນວຸ້ນໆ ແລະໃຍອາຫານຈາກໝາກຈອງຍັງເປັນໃຍອາຫານຊະນິດທີ່ລະລາຍນ້ຳໄດ້ ຈຶ່ງຊ່ວຍໃນການຂັບຖ່າຍໄດ້ງ່າຍ.

ໝາກຈອງຊ່ວຍໃນເລື່ອງຂອງການຫຼຸດນ້ຳໜັກ ດ້ວຍສັບພະຄຸນຂອງໝາກຈອງທີ່ຂະຫຍາຍໂຕເປັນວຸ້ນ ຈະຊ່ວຍໃຫ້ອິ່ມໄວ ອີກທັງຍັງມີສັບພະຄຸນຊ່ວຍໃນການລະບາຍ ດັ່ງນັ້ນ ໝາກຈອງຈຶ່ງຈັດເປັນສະໝຸນໄພຫຼຸດນ້ຳໜັກຊະນິດໜຶ່ງ ທີ່ຫາກໃຜຕ້ອງການຫຼຸດນ້ຳໜັກກໍ່ສາມາດດື່ມນ້ຳໝາກຈອງໄດ້ເປັນປະຈຳ.

ທີ່ສຳຄັນເສັ້ນໃຍໃນໝາກຈອງເປັນເສັ້ນໃຍຊະນິດທີ່ລະລາຍນ້ຳໄດ້ ຈຶ່ງມີຜົນຊ່ວຍຫຼຸດການດູດຊຶມໄຂມັນໃນອາຫານ ມີສັບພະຄຸນຊ່ວຍຫຼຸດລະດັບໄຂມັນໃນເລືອດໄດ້ອີກດ້ວຍ.

ຫຼຸດຄວາມສ່ຽງຂອງໂລກເບົາຫວານ ສັບພະຄຸນຂອງເສັ້ນໃຍຊະນິດນີ້ບໍ່ລະລາຍນ້ຳ ມີສ່ວນຊ່ວຍໃຫ້ຮ່າງກາຍຄວບຄຸມລະດັບນ້ຳຕານໃຫ້ຄົງທີ່ໄດ້ ເນື່ອງຈາກວຸ້ນໃນໝາກຈອງຈະຊ່ວຍໃຫ້ອາຫານເຄື່ອນໂຕໃນລຳໄສ້ໄດ້ຊ້າ ຈຶ່ງເຮັດໃຫ້ຮູ້ສຶກອິ່ມໄດ້ດົນ ແລະສົ່ງຜົນໃຫ້ນ້ຳຕານໃນເລືອດຄົງທີ່ ຈຶ່ງຊ່ວຍໃຫ້ຊະລໍການເກີດໂລກເບົາຫວານໄດ້.

ຫຼຸດຄວາມສ່ຽງພາວະໄຂມັນໃນເລືອດສູງ ດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳທີ່ມີຢູ່ໃນໝາກຈອງ ກໍເປັນສ່ວນສຳຄັນທີ່ຊ່ວຍດູດຊັບໄຂມັນໃນອາຫານ ມີຄຸນສົມບັດຫຼຸດລະດັບນ້ຳຕານໃນເລືອດ ດັ່ງນັ້ນການກິນໝາກຈອງ ຈຶ່ງຊ່ວຍຫຼຸດຄວາມສ່ຽງພາວະໄຂມັນໃນເລືອດສູງໄດ້ບໍ່ຫຼາຍກໍໜ້ອຍ.

ຂໍ້ຄວນລະວັງໃນການກິນໝາກຈອງ ແມ່ນບໍ່ຄວນກິນວຸ້ນາກຈອງຕິດຕໍ່ກັນເປັນເວລາດົນ ເພາະອາດຈະເຮັດໃຫ້ຮ່າງກາຍຂາດສານອາຫານທີ່ຈຳເປັນຂອງຮ່າງກາຍ ເປັນເຫດໃຫ້ເຈັບປ່ວຍດ້ວຍໂລກອື່ນໆ.

ເມນູນ້ຳໝາກຈອງ
ສ່ວນປະສົມຂອງນ້ຳໝາກຈອງ
ໝາກຈອງ(ຕັດຫົວທ້າຍອອກ) 10 ໜ່ວຍ
ນ້ຳ 1 ລິດ
ນ້ຳຕານຊາຍແດງ 3 ບ່ວງແກງ

ວິທີເຮັດ
1. ແຊ່ໝາກຈອງໃນນ້ຳສະອາດຈົນຍື່ງໂຕອອກເປັນວຸ້ນ ເລືອກເອົາສ່ວນທີ່ເປັນວຸ້ນ ສະເດັດນ້ຳ ກຽມໄວ້.
2. ໃສ່ເນື້ອໝາກຈອງໃນໝໍ້ຕົ້ມກັບນ້ຳຈົນຟົດ ໃສ່ນ້ຳຕານຊາຍແດງ ຄົນປະສົມຈົນນ້ຳຕານຊາຍລະລາຍຍົກອອກຈາກເຕົາ.
3. ຕັກໃສ່ຈອກ ພ້ອມດື່ມໃນຂະນະທີ່ຮ້ອນໆ ຫຼື ປະໄວ້ໃຫ້ເຢັນ ເທໃສ່ຕຸກເກັບໄວ້ດື່ມແບບເຢັນ.