ເປີດໂຕລົດລຸ້ນໃຫມ່ລ່າສຸດ The new BMW X1 & The all new BMW X6

249

ໃຜທີ່ກຳລັງຢາກຊື້ຫາລົດໃໝ່ ໃນວັນທີ 6 ມິຖຸນາ 2020 ທາງ BMW Premium auto Laos ໄດ້ມີການເປີດໂຕລົດ BMW ລຸ້ນໃຫມ່ລ່າສຸດພ້ອມກັນເຖິງ 2 ລຸ້ນ!! ນັ້ນກໍຄື The new BMW X1 & The all new BMW X6. ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບ Live event ເຜີຍແຜ່ທາງ Facebook live ທີ່ page: BMW Laos, ເພື່ອໃຫ້ສອດຄ່ອງກັບມາດຕະການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດ ໂຄວິດ-19.

ສຳລັບລົດ BMW X1 ຖືເປັນລົດ Sport Activity Vehicle (SAV) ລຸ້ນນ້ອຍທີ່ສຸດໃນຕະກຸນ X Model, BMW Premium Auto Laos ໄດ້ສົ່ງ BMW X1 ລຸ້ນທຳອິດ ລະຫັດ E84 ເຂົ້າຂາຍໃນຕະຫຼາດ ສປປ ລາວ ຄັ້ງທຳໃນປີ 2014 ໃນລຸ້ນ sDrive20i, ແລະໄດ້ຮັບການຕອບຮັບເປັນຢ່າງດີຈາກລູກຄ້າໃນ ສປປ ລາວ ດ້ວຍຂະຫນາດຕົວລົດທີ່ເປັນລົດອະເນກປະສົງສຳລັບຄອບຄົວມີຂະໜາດກະທັດຮັດ ແລະ ມີຄວາມຄ່ອງຕົວສູງຈື່ງເຮັດໃຫ້ເປັນຕົວເລືອກທີ່ຕອບໂຈດລູກຄ້າຕໍ່ເນື່ອງມາຈົນເຖິງ BMW X1 2th Generation ລະຫັດ F48 ໃນປີ 2016 ເທົ້າປະຈູບັນນີ້.

ສ່ວນ THE NEW X1 ໄດ້ມີການປັບໂສມໃຫມ່ທັງພາຍນອກ ແລະ ພາຍໃນໃຫ້ມີຄວາມໂດດເດັ່ນຫຼາຍຂຶ້ນມາພ້ອມຊຸດ M Sport Package ອອກແບບດ້ານຫນ້າໃຫມ່ ໂດຍທີ່ຊ່ອງຮັບລົມທີ່ກັນຊົນຫນ້າມີຂະຫນາດໃຫຍ່ ຂຶ້່ນເພື່ອເພີ່ມຄວາມເປັນ Sport ແລະ ມາພ້ອມກັບໄຟຫນ້າແບບ Full LED ທີ່ອອກແບບໄດ້ຢ່າງປາດປ່ຽວຮັບກັບ BMW kidney grille ດ້ວຍດີຊາຍໃຫມ່ເຊື່ອມຕໍ່ກັນເປັນໜຶ່ງດຽວເຮັດໃຫ້ດ້ານໜ້າຂອງ THE NEW X1 ມີຄວາມດຸດັນຫຼາຍຂຶ້ນ.

• ດ້ານຫນ້າຂອງ THE NEW X1 ຍັງຄົງຄວາມເປັນ Sport Activity Vehicle ດ້ວຍເສັ້ນ shoulder Line ອັນເປັນເອກະລັກທີ່ມາພ້ອມລໍ້ M Double-Spoke ຂະໜາດ 19”.

• ດ້ານຫລັງຂອງ THE NEW X1 ໂດດເດັ່ນດ້ວຍໄຟທ້າຍ L-Shaped ອັນເປັນເອກະລັກຂອງ BMW ແລະເປັນແບບ Full LED ຮັບກັບກັນຊົນຫລັງທີ່ມີຂະຫນາດໃຫຍ່ຕັດດ້ວຍສີເທົາເພີ່ມຄວາມເປັນ M Sport ໄດ້ຢ່າງລົງຕົວ.

• ພາຍໃນ THE NEW X1 ມີການອອກແບບພື້ນທີ່ພາຍໃນໃຫ້ລົງຕົວຫລາຍຂຶ້ນດ້ວຍເບາະຫນັງ Dakota ແບບ Sport Seat ປັບດ້ວຍໄຟຟ້າ 8 ທິດທາງ ເສີມຄວາມເປັນ Sport ດ້ວຍພວງມະໄລແບບMulti-function M Sport Steering ຫນ້າປັດດີຊາຍແບບ Sport, Operating System ຂະຫນາດ 10.25 ນິ້ວ ລະບົບສຽງ Top Hifi ຂອງ HARMAN KARDON, ລະບົບປັບອາກາດແຍກອິດສະຫລະ 2 ໂຊນ.

• THE NEW X1 ທີ່ເລືອກເຂົ້າມາຂາຍໃນ ສປປ ລາວແມ່ນໃຊ້ເຄື່ອງຍົນແບບແອັດຊັງ 3 ສູບແຖວລຽງ ຂະຫນາດ 1.5ລິດ BMW TwinPower Turbo ໃຫ້ຄວາມແຮງ 140 HP ແຮງບິດສູງສຸດ 220 Nm. ອັດຕາເລັ່ງ 0-100 km/h ຢູ່ທີ່ 9,7 ວິນາທີ ຈັບຄູ່ກັບເກຍອັດຕະໂນມັດ 8 Speed ໂດຍມີອັດຕາການສິ້ນເປືອງນ້ຳມັນເຊື້ອໄຟຢູ່ທີ່ 6,5 – 7,3 L/100 km.

• THE NEW X1 ຖືເປັນລົດຄອບຄົວອະເນກປະສົງທີ່ຕອບສະໜອງທຸກການເດີນທາງໃນແບບ Sport Activity Vehicle ຢ່າງແທ້ຈິງ.

ສຳຫລັບລົດ BMW X6 ຖືເປັນການປະຕິວັດລົດ SUV ຄັ້ງສຳຄັນໂດຍ BMW ໄດ້ເປີດໂຕລົດ BMW X6 1th Generation ໃນປີ 2008 ແລະໄດ້ນິຍາມ Category ຂອງລົດໃຫມ່ເປັນ Sport Activity Coupe (SAC) ດ້ວຍໂຕຖັງທີ່ເປັນຊົງອຽງstyle Coupe ໂດດເດັ່ນເປັນເອກະລັກເຮັດໃຫ້ BMW X6 ປະສົບຜົນສຳເລັດດ້ານຍອດຂາຍ 400,000 ຄັນທົ່ວໂລກ.

ແລະເພື່ອຕອກຍ້ຳຄວາມເປັນຜູ້ນຳດ້ານລົດຍົນ Sport Activity Coupe, BMW X6 ໄດ້ເດີນທາງມາເຖິງ 3th Generation ໃນລະຫັດ G06 ທີ່ມີການພັດທະນາຕໍ່ຍອດ BMW X6 ໃນລະຫັດ F16 ເຊິ່ງເປັນ 2th Generation, ເຮັດໃຫ້ BMW X6 G06 ມີການອອກແບບໃຫມ່ທັງຫມົດໃຫ້ສົມກັບທີ່ເປັນ THE ALL NEW ແລະ BMW Premium Auto Laos ພູມໃຈນຳສະເຫນີ THE ALL NEW BMW X6 ທີ່ມາພ້ອມກັບ M Aerodynamic Packaged ທີ່ມີຄວາມໂດດເດັ່ນດ້ວຍຊຸດ M Sport ຮອບຄັນ.

THE ALL NEW X6 ອອກແບບດ້ານຫນ້າແບບ Shark nose ຄູ່ກັບກະຈັງຫນ້າແບບ illuminated BMW kidney grille ອັນໂດດເດັ່ນເຊື່ອມກັນເປັນອັນຫນຶ່ງອັນດຽວ ແລະຍັງມາພ້ອມກັບໄຟຫນ້າ BMW Adaptive LED Headlights ທີ່ສາມາດສ່ອງສະຫວ່າງໄດ້ເຖິງ 500 m. ແລະຍັງມີໄຟຕັດຫມອກ LED ເພີ່ມຄວາມດຸດັນຫລາຍຂຶ້ນ.

ດ້ານຂ້າງມີການອອກແບບ shoulder Line ໃຫ້ສູງຂຶ້ນ ແລະລາກຍາວຈາກດ້ານຫນ້າເຊື່ອມຕໍ່ໄປຈົນເຖິງດ້ານທ້າຍຂອງໂຕລົດ ເຮັດໃຫ້ລົດມີ Dynamic ຫລາຍຍິ່ງຂຶ້ນ, THE ALL NEW BMW X6 ມາພ້ອມກັບລໍ້ M Y-Spoke ຂະຫນາດ 21” ພ້ອມກັບລະບົບເບກແບບ M Sport Brake ເຮັດໃຫ້ THE ALL NEW BMW X6 ມີນີ້ມນວນໃນການຂັບຂີ່ສູງແບບ BMW ແທ້.

ດ້ານຫລັງ THE ALL NEW X6 ມາພ້ອມກັບກັນຊົນແບບ M Aerodynamic ອອກແບບໄດ້ລົງໂຕກັບໄຟທ້າຍແບບ L-Shaped ອັນເປັນເອກະລັກຂອງ BMW ແລະເສີມຄວາມດຸດັນດ້ວຍທໍ່ໄອເສຍຄູ່ຂະຫນາດໃຫຍ່ທີ່ເຮັດວຽກໄດ້ແທ້ທັງ 2 ດ້ານ.

ພາຍໃນ THE ALL NEW X6 ມີການອອກແບບພື້ນທີ່ພາຍໃນຫ້ອງໂດຍສານທີ່ກວ້າງຫລາຍຂຶ້ນດ້ວຍເບາະຫນັງ Nappa ແບບ Sport Seat ປັບດ້ວຍໄຟຟ້າ 18 ທິດທາງ ເສີມຄວາມເປັນ Sport ດ້ວຍພວງມາໄລແບບ Multi-function M Sport Steering, ຫນ້າປັດ BMW Live Cockpit Professional, Operating System ຂະຫນາດ12,3 ນິ້ວ ພ້ອມ Touchscreen, ລະບົບສຽງ Top Hifi Logic7 ຂອງ HARMAN KARDON ໃຫ້ລໍາໂພງມາເຖິງ 16 ຈຸດ, ລະບົບປັບອາກາດແຍກອິດສະຫລະ ໂຊນ4, ຫົວເກຍແບບ Crafted Clarity.

ສຳລັບ THE ALL NEW X6 ທີ່ເລືອກເຂົ້າມາຂາຍໃນ ສປປ ລາວ ແມ່ນໃຊ້ເຄື່ອງຍົນກາຊວນ 6 ສູບແຖວຮຽງ ຂະຫນາດ 3,0 ລິດ BMW TwinPower Turbo ໃຫ້ກຳລັງ 256 HP ແຮງບິດສູງສຸດ 620 Nm. ອັດຕາການເລັ່ງ 0-100 km/h ທີ່ 5,6 ວິນາທີ ຈັບຄູ່ກັບເກຍອັດຕະໂນມັດ 8 Speed ແລະລະບົບຂັບເຄື່ອນ 4 ລໍ້ ແບບ xDrive ຂອງ BMW, ອັດຕາການເຜົາຜານພະລັງງານ 7.5 – 8.4 L/100 km. ຫລື 12 – 14 Km/l.

THE ALL NEW X6 ຖືເປັນລົດທີ່ຕອບສະຫນອງທຸກການໃຊ້ງານ ບໍ່ວ່າຈະເປັນ On-Road ແລະ Off-Road ໃນແບບ Sport Activity Coupe ຢ່າງແທ້ຈິງ.

ສຳລັບທ່ານໃດທີ່ຕ້ອງການຢາກສຳຜັດປະສົບການການຂັບຂີ່ລົດ BMW ທັງ 2ລຸ້ນນີ້ກ່ອນໃຜສາມາດຕິດຕໍ່ລົງທະບຽນທົດລອງຂັບໄດ້ທີ່ Facebook page “BMW Laos” ຫລືທ່ານສາມາດເຂົ້າມາລົງທະບຽນທົດລອງຂັບກັນໄດ້ດ້ວຍໂຕເອງທີ່ Showroom BMW Premium Auto Laos ຕັ້ງຢູ່ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ສອບຖາມຂໍ້ມູນເຜີ່ມເຕີ່ມໄດ້ທີ່ 021 455031.