ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມຊຸກຍູ້ການປະຕິບັດງານຂອງບໍລິສັດ ໄຟຟ້າຫົງສາ ຈຳກັດ

83

ຕອນບ່າຍຂອງວັນທີ 5 ມິຖຸນາ 2020 ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ , ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສ ປປ ລາວ ພ້ອມດ້ວຍຄະນະນຳ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫົງສາ ແຂວງໄຊຍະບູລີ, ເຊິ່ງໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ, ຄະນະນຳເມືອງຫົງສາ, ຄະນະນຳໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດນີ້, ທາງຄະນະກໍ່ໄດ້ເດີນທາງເຂົ້າໄປຢ້ຽມຢາມການປະຕິບັດງານຂອງໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ທີ່ພາກສະໜາມ (ບ່ອນປະຕິບັດວຽກງານຕົວຈິງ).

ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ວິຊາການໂຄງການດັ່ງກ່າວ ກໍ່ໄດ້ອະທິບາຍເຖິງການດໍາເນີນງານຂອງໂຄງການໄຟຟ້າຫົງສາໃນປັດຈຸບັນ ຕະຫຼອດເຖິງອຸປະສັກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນຊ່ວງຂອງສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ກໍານົດຂຶ້ນ ພື່ອໃຫ້ພະນັກງານພາຍໃນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາທຸກຄົນໄດ້ຍຶດຖື ແລະ ປະຕິບັດຕາມຢ່າງເຄັ່ງຄັດ.

ພາຍຫຼັງສຳເລັດການຢ້ຽມຢາມ ທາງຄະນະກໍໄດ້ເດີນທາງກັບສູ່ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດຕິພາບ.
ພາບ-ຂ່າວ: ກິດຕິສັກ ບົວໄລ (ນັກຂ່າວເມືອງຫົງສາ).