ນາຍົກ ຮ່ວມປູກຕົ້ນໄມ້ຢູ່ຫໍມູນເຊື້ອຊາວຫນຸ່ມ-ເຍົາວະຊົນ

163

ໃນເຊົ້າວັນທີ 1 ມິຖຸນາ 2020, ຢູ່ທີ່ຫໍມູນເຊື້ອຊາວຫນຸ່ມ-ເຍົາວະຊົນ ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ 1 ມິຖຸນາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ທູຕານຸທູດ, ບັນດາສະມາຊິກຊາວຫນຸ່ມ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ນາຍົກລັດຖະມົນຕີ ໄດ້ໂອ້ລົມຊີ້ນໍາໃຫ້ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ກໍຄືຊາວຫນຸ່ມລາວໃນທົ່ວປະເທດ ຈົ່ງສືບຕໍ່ເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອອັນດີຂອງຊາວຫນຸ່ມປະຕິວັດລາວ, ເອົາໃຈໃສ່ຕັ້ງຫນ້າຝຶກຝົນຮໍ່າຮຽນ ແລະ ຫລໍ່ຫລອມຕົນເອງໃຫ້ກາຍເປັນຄົນດີ, ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ກາຍເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນໃນອານາຄົດ.

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ມີຄໍາເຫັນວ່າ: ກິດຈະກໍາປູກຕົ້ນໄມ້ຄັ້ງນີ້ ແມ່ນການຜັນຂະຫຍາຍແນວທາງຂອງພັກ ແລະ ລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບເປົ້າຫມາຍສະຫະສະວັດ ທີ່ຍືນຍົງສີຂຽວ ກໍຄືແຜນງານຂອງຊາວຫນຸ່ມລາວໃນທົ່ວປະເທດກ່ຽວກັບຊາວຫນຸ່ມ-ເຍົາວະຊົນ, ອະນຸຊົນ, ເດັກນ້ອຍ ແລະ ການສ້າງສິ່ງແວດລ້ອມທີ່ດີ ເຂົ້າສູ່ກິດຈະກໍາຕົວຈິງ, ພ້ອມທັງເປັນການສ້າງໂອກາດໃຫ້ມີການພົບປະສົນທະນາແລກປ່ຽນບົດຮຽນ ໃນການດໍາລົງຊີວິດ ແລະ ສ້າງແນວຄິດທີ່ຖືກຕ້ອງໃຫ້ແກ່ເດັກນ້ອຍໃນວັນນີ້ ເພື່ອໃຫ້ເປັນພົນລະເມືອງດີທີ່ມີຄຸນນະພາບ ເພາະເດັກໃນວັນນີ້ ກໍຄືຜູ້ໃຫຍ່ໃນວັນຫນ້າ, ຊຶ່ງເນື້ອແທ້ກໍແມ່ນການລົງທຶນໃສ່ຊັບພະຍາກອນມະນຸດແຕ່ຫົວທີນັ້ນເອງ.