1 ມິຖຸນາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ, ຫຼັງກວດຕົວຢ່າງ 252ຄົນ ໃນ 31 ພຶດສະພາ ຜົນລ້ວນເປັນລົບ

100

ເປັນເວລາ 50 ມື້ຕິດຕໍ່ກັນ ຫຼື ເກືອບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດ ຜ່ານການກວດຫາເຊື້ອ 252 ຄົນໃນວັນທີ 31 ພຶດສະພາ ຜ່ານມາ ຜົນກວດທຸກຄົນລ້ວນເປັນລົບ, ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດດັ່ງກ່າວໃນລາວຍັງຄົງທີ່ 19 ຄົນ, ໃນນັ້ນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 16 ຄົນ ແລະ ຍັງຕິດຕາມອາການຢູ່ໂຮງໝໍມິດຕະພາບ 3 ຄົນ.

ໃນວັນທີ 1 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 31 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 252 ຄົນ, ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 44 ຄົນ, ແຮງງານຈີນທີ່ເຂົ້າມາລາວ 45 ຄົນ, ແຮງງານໄທເຂົ້າມາລາວ 129 ຄົນ, ກໍລະນີສົງໃສ 34 ຄົນ. ເຊິ່ງຜົນກວດທັງໝົດບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 31 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 31 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.180 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (50 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ, ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ, ຍິງ 2 ຄົນ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກ່ວາບໍ່ພົບເຊື້ອຈີ່ງພິຈາລະນາໃຫ້ອອກໂຮງໝໍ.