ນາຍົກຮຽກຮ້ອງ ທຸກພາກສ່ວນຂອງສັງຄົມ ຈົ່ງສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ

271

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ ໄດ້ຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ໃນທົ່ວປະເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ.

ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍຄືເດັກນ້ອຍລາວ ແຕ່ການສະເຫຼີມສະຫຼອງປີນີ້ ແມ່ນມີຄວາມແຕກຕ່າງຈາກທຸກໆປີຜ່ານມາ ຈະບໍ່ໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ເຕົ້າໂຮມເດັກ ເປັນຈຳນວນຫຼາຍ ເພື່ອດຳເນີນກິດຈະກຳຕ່າງໆ ທີ່ຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ເນື່ອງຈາກພວກເຮົາທັງຫຼາຍ ຍັງຢູ່ໃນໄລຍະແຫ່ງການປ້ອງກັນ, ຄວບຄຸມ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ທີ່ກຳລັງເປັນໄພຄຸກຄາມ ຕໍ່ຊີວິດ ກໍຄືຕໍ່ສຸຂະພາບຂອງຊາວໂລກ ຢ່າງກວ້າງຂວາງ, ລວມທັງ ຕໍ່ລາວເຮົາອີກດ້ວຍ.


ນັບແຕ່ຕົ້ນປີ 2020 ມານີ້ ປະເທດເຮົາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ລວມທັງ ຕໍ່ສຸຂະພາບ ແລະ ການຮຽນ ຂອງນັກຮຽນລາວເຮົາ ໃນລະບົບຂອງການຮຽນ-ການສອນ ໃນທົ່ວປະເທດ. ຕໍ່ສະພາບການດັ່ງກ່າວ, ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ, ທີ່ແນໃສ່ປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ເວົ້າລວມ, ໂດຍສະເພາະ ປົກປ້ອງເດັກນ້ອຍລາວບັນດາເຜົ່າ ທີ່ເປັນອະນາຄົດຂອງປະເທດຊາດ. ມາຮອດມື້ນີ້ ລັດຖະບານເຫັນວ່າ ການຄວບຄຸມພະຍາດລະບາດໂຄວິດ-19 ນັ້ນ ກໍຄ່ອຍໆຜ່ອນຄາຍລົງແດ່ແລ້ວ, ດັ່ງນັ້ນ ຈຶ່ງມີຄຳແນະນຳຜ່ອນຜັນອອກມາຕື່ມ ຊຶ່ງນັບແຕ່ວັນທີ 2 ມີຖຸນາ ນີ້ ເປັນຕົ້ນໄປ ພວກລູກຫຼານຈຳນວນຫຼາຍ ຈະໄປເຂົ້າໂຮງຮຽນແລ້ວ.


ອີກດ້ານໜຶ່ງ, ການສະເຫຼີມສະຫຼອງວັນເດັກສາກົນ ວັນທີ 01 ມິຖຸນາ ໃນປີນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ຈັດຕັ້ງປະຕິບັດໄລຍະທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ. ເມື່ອເວົ້າເຖິງວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໃນຊຸມປີຜ່ານມານັ້ນ ໄດ້ມີຜົນ ສຳເລັດຫຼາຍດ້ານ ອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມຂອງ ສປປ ລາວ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ (20 ພະຈິກ 1989-20 ພະຈິກ 2019) ແລະ ໃນເວທີສໍາຄັນຕ່າງໆ ເປັນຕົ້ນ ການນໍາພາຕົວແທນເດັກລາວ ເຂົ້າຮ່ວມເວທີສະພາສິດທິມະນຸດ ຂອງອົງການອົງການສະຫະປະຊາຊາດ, ທີ່ເມືອງ ເຈນນິວາ, ປະເທດສະວິດເຊີແລນ; ເວທີຄະນະກຳມະການສິດທິເດັກ ທີ່ນິວຢອກ, ປະເທດສະຫະລັດອາເມລິກາ; ເວທີພາກພື້ນອາຊີ-ປາຊີຟິກ ແລະ ເວທີພາກພື້ນອາຊຽນ ເປັນຕົ້ນ. ສໍາລັບຢູ່ ສປປ ລາວ ພວກເຮົາ ແມ່ນໄດ້ຈັດກອງປະຊຸມລະດັບສູງ ໃນໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການ ວ່າດ້ວຍສິດທິເດັກ ຄົບຮອບ 60 ປີ ເພື່ອສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດ ໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງການພັດທະນາເດັກນ້ອຍລາວ ບັນດາເຜົ່າ ລຸ້ນປີ 2030, ພ້ອມດຽວກັນນັ້ນ, ຫຼາຍພາກສ່ວນກໍ່ໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ.


ຕໍ່ຜົນສຳເລັດຂ້າງເທິງນັ້ນ, ໃນນາມຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກທຸກຂັ້ນ, ອົງການຈັດຕັັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫຼອດຮອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ວຽກແມ່ ແລະ ເດັກ ທີ່ໄດ້ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.


ເຖິງແມ່ນວ່າວຽກສິດທິເດັກ, ປົກປ້ອງເດັກ ແລະ ການພັດທະນາເດັກ ຈະມີຜົນສໍາເລັດຫຼາຍດ້ານກໍຕາມ ແຕ່ພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ບັນຫາຄວາມທຸກຍາກຂາດເຂີນຂອງເດັກນ້ອຍບັນດາເຜົ່າໃນຫຼາຍດ້ານ, ບັນຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ, ບັນຫາການຄ້າມະນຸດ ແລະ ບັນຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກຂອງພວກເຮົາ. ນອກຈາກນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ໃນບາງຊົນເຜົ່າ ໂດຍສະເພາະໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄປທາງກ້າວໜ້າຊ້າ, ບັນຫາເຫຼົ່ານີ້ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ.

ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາອົງການການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດ ທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.


ພ້ອມກັນນີ້, ໃນໄລຍະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເຂົ້າຮຽນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາ ຍັງກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖານບັນການສຶກສາຕ່າງໆ ໃຫ້ເອົາໃຈໃສ່ຮັບປະກັນຄຸນນະພາບຂອງການສຶກສາ ໃນທຸກຊັ້ນຮຽນ ເພື່ອທົດແທນໄລຍະປິດການຮຽນ-ການສອນ ໃນໄລຍະທີ່ມີການລະບາດຂອງພະຍາດ ແລະ ຈັດການສອບເສັງ ໃຫ້ທັນຕາມກຳນົດເວລາເປີດສົກຮຽນໃໝ່, ເຂັ້ມງວດປະຕິບັດມາດຕະການສຸຂາອະນາໄມ, ຮັບປະກັນຄວາມປອດໄພຮອບດ້ານ ໃຫ້ລູກຫຼານຂອງພວກເຮົາ.


ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ອາຈານ, ນັກຮຽນ, ນັກ ສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຖືເອົາໂອກາດ ແລະ ເຫດການເກີດຂຶ້ນ ຂອງການແຜ່ລະບາດ ຂອງໂຄວິດ-19 ນີ້ ສ້າງໃຫ້ມີຄວາມຊິນເຄີຍ ຂອງການດຳລົງຊີວິດ ຫຼື ສ້າງວິຖີຊີວິດປົກກະຕິ ແບບໃໝ່ ໃຫ້ກາຍເປັນຊີວິດປະຈຳວັນຕໍ່ໆໄປ. ເພື່ອເປັນການປ້ອງກັນຕົວເອງໃຫ້ດີ, ບໍ່ໃຫ້ປະໝາດ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ ຕໍ່ໄປ ເພື່ອບໍ່ໃຫ້ພະຍາດນີ້ ມາຄຸກຄາມຊີວິດ ຂອງປະຊາຊົນເຮົາ ແລະ ເດັກນ້ອຍ ທີ່ເຮົາຮັກ ແລະ ຫ່ວງໄຍ. ໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍໃຫ້ເດັກລາວທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້ ຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງຂອງຄູ, ອາຈານ ແລະ ເປັນລູກຫຼານທີ່ດີຂອງຊາດ.