ຫົວເຫວີຍ ເປີດໂຕຜະລິດຕະພັນ Smart Office ສໍາລັບການເຮັດວຽກຮ່ວມກັນໃນໄລຍະໄກແບບເຕັມຮູບແບບ

152

ຫົວເຫວີຍ ໄດ້ເປີດໂຕຜະລິດຕະພັນອຸປະກອນຈຸດປາຍທາງອັດສະລິຍະ “ IdeaHub series intelligent endpoint ” ລຸ້ນຕໍ່ໄປ, ສຳລັບລະບົບນິເວດ Smart Office ແບບເຕັມຮູບແບບໃນວັນສຸກ 29 ພຶດສະພາ 2020 ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບສໍາລັບອົງກອນຕ່າງໆ ໂດຍສະເພາະແມ່ນການເຮັດວຽກຮ່ວມກັນໃນໄລຍະໄກ.

ບ່ອນເຮັດວຽກ Huawei IdeaHub Series :

Huawei IdeaHub ເປັນເຄື່ອງມືທີ່ເພີ່ມປະສິດທິພາບການເຮັດວຽກ ໃໝ່ຫຼ້າສຸດທີ່ທາງ ຫົວເຫວີຍ ພັດທະນາຂຶ້ນເພື່ອສ້າງ Smart Office ແບບເຕັມຮູບແບບໃນຍຸກກ້ອນເມກ ຄລາວ “ Cloud ”, ຜະລິດຕະພັນອຸປະກອນຈຸດປາຍທາງອັດສະລິຍະນີ້ ລວມເອົາຮູບແບບການໃຊ້ງານຫຼາຍຢ່າງ ລວມເຖິງການເຮັດວຽກຮ່ວມກັນຫຼາຍໜ້າຈໍ ເຊັ່ນ: ລະຫວ່າງໂທລະສັບມືຖື ແລະ ຄອມພິວເຕີ, ກະດານຂາວແບບໂຕ້ຕອບ, ການຮ່ວມມືໄລຍະໄກ, ການປະຊຸມທາງວິດີໂອ FHD ແລະ HD AppGallery ໃນຕົວ.

ໃນນັ້ນ, ແມ່ນສາມາດຕິດຕັ້ງໄດ້ເທິງແຜ່ນວາງອຸປະກອນແບບພົກພາ ຫຼື ຝາຜະໜັງຕ່າງໆ ລວມເຖິງຫ້ອງປະຊຸມຂອງອົງກອນ, ສຳນັກງານກາງແຈ້ງ ແລະ ຫ້ອງເຮັດວຽກໃນເຮືອນ, ປະສິດທິພາບທີ່ດີເລີດ ແລະ ການປັບໃຊ້ທີ່ຢືດຢຸ່ນ ເຮັດໃຫ້ຫ້ອງການສຳນັກງານ ແລະ ທີມງານເຮັດວຽກຮ່ວມກັນໄດ້ຢ່າງສະດວກສະບາຍສຳລັບທຸກພື້ນທີ່ການເຮັດວຽກ.

ຜະລິດຕະພັນ ແລະ ໂຊລູຊັນທີ່ຄ້າຍຄືກັນ ໄດ້ຖືກນໍາໄປໃຊ້ໃນຮູບແບບການປະຊຸມ ແລະ ໃນທາງການແພດທາງໄກ ເພື່ອອຳນວຍຄວາມສະດວກໃນການສື່ສານ ແລະ ການເຮັດວຽກຮ່ວມກັນໃນໄລຍະການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ໂຄວິດ – 19 ເພື່ອປ້ອງກັນໃຫ້ພະນັກງານຫຼີກລຽງຈາກຄວາມສ່ຽງໃນການຕິດເຊື້ອ.

Huawei IdeaHub ໄດ້ເປີດຕົວເຕັກໂນໂລຊີລໍ້າສະໄໝຫຼາຍໆດ້ານຂອງແຕ່ລະອຸດສາຫະກຳ ເຊັ່ນ: ຈໍສະແດງຜົນອັດສະລິຍະ, ການຈື່ຈຳລາຍມື, ແຜ່ນກັ້ນສຽງ ແລະ ການຕິດຕາມຜູ້ເວົ້າ ແລະ ຍັງມີຄວາມສາມາດໃນການຮອງຮັບການປະຊຸມເທິງຄລາວ ແລະ ສະເພາະສະຖານທີ່. ໃນນີ້, ກໍຍັງມີ AppGallery ໃນຕົວອີກດ້ວຍ.

ຜະລິດຕະພັນໃໝ່ນີ້ແມ່ນໃຫ້ປະໂຫຍດທີ່ຫຼາກຫຼາຍປະການ; ປະການທີໜຶ່ງເຕັກໂນໂລຊີຈະເປີດໃຊ້ງານການສື່ສານ ແລະ ການເຮັດວຽກຮ່ວມກັນຕ່າງພາກພື້ນ ແລະ ອົງກອນ; ປະການທີສອງພວກເຂົາຮວບຮວມສຳນັກງານອົງກອນ ແລະ ການຜະລິດຈຳນວນຫຼາຍ; ປະການທີສາມ ພວກເຂົາໄດ້ສ້າງສຳນັກງານການຮ່ວມມື, R&D ແລະ ການຜະລິດ, ໃນທີ່ສຸດພວກເຂົາກໍໄດ້ສະໜັບສະໜູນການປັບໃຊ້ຕົ້ນທຶນຕໍ່າ ແລະ ບໍ່ມີຂີດຈຳກັດ.

ທ່ານ PAN Yong ຮອງປະທານຝ່າຍວິໄສທັດ ແລະ ຝ່າຍຂາຍດ້ານເຕັກນິກອັດສະລິ ຍະການເຮັດວຽກຮ່ວມກັນ, HUAWEI Cloud & AI BGໄດ້ຮ່ວມມືກັນເປີດໂຕຍຸດທະສາດ smart office ແບບເຕັມຮູບແບບຂອງ ບໍລິສັດ:

“ 1 + 3 + X ” ໄດ້ມອບເຄື່ອງມືເພື່ອເພີ່ມປະສິດທິພາບການເຮັດວຽກແບບໃໝ່ໃຫ້ແກ່ຜູ້ໃຊ້ລະດັບອົງກອນ ໃນຍຸກຄລາວ, ການເຮັດວຽກຮ່ວມກັນລະ ຫວ່າງອຸປະກອນຄລາວ ແລະ ເປີດໃຊ້ງານ smart office ແບບເຕັມຮູບແບບ.

“1” ໝາຍເຖິງສຳນັກງານດິຈິຕອລ ແລະ ການສ້າງອົງກອນໃໝ່ໂດຍໃຊ້ບໍລິການ Huawei Cloud Meeting ເຊິ່ງເປັນລະບົບການເຮັດວຽກອັດສະລິຍະທີ່ສະໜອງໂດຍ Huawei Cloud.
“3” ໝາຍເຖິງຈຸດສິ້ນສຸດການເຮັດວຽກຮ່ວມກັນທີ່ສະຫຼາດສາມປະເພດ, ປະເພດທີໜຶ່ງຄືຈຸດສິ້ນສຸດການປະຊຸມທາງວິດີໂອ ແລະ ຈັດຢູ່ໃນອັນດັບ 1 ໃນຕະຫຼາດຈີນມາເປັນເວລາຕິດຕໍ່ກັນເຈັດປີ ແລະ ຫົວເຫວີຍ ກໍຍັງເປັນຜູ້ຫຼິ້ນຫຼັກໃນອາຊີປາຊີຟິກ, ປະການທີສອງ, IdeaHub series ທີ່ເປີດຕົວໃໝ່ ເຊິ່ງອອກແບບມາສໍາລັບການເຮັດວຽກຮ່ວມກັນຂອງທີມ; ປະການທີສາມ ແມ່ນຊຸດ Intelligent Desktop series ເຊິ່ງຈະວາງຕະຫຼາດໃນອີກສອງສາມເດືອນຂ້າງໜ້າ.

“X” ສະແດງເຖິງການຮ່ວມມືແບບເປີດ ແລະ ການສ້າງລະບົບນິເວດສຳລັບຊ໊ອຟແວຣ໌ ແລະ ຮາດແວຣ໌. ຫົວເຫວີຍ ກຳລັງເຮັດວຽກຮ່ວມກັນກັບພັນທະມິດລະບົບນິເວດເພື່ອໃຫ້ບໍລິການດ້ານອຸດສາຫະກຳສຳລັບຜູ້ໃຊ້ລະດັບອົງກອນ.