ທາງເລືອກໃໝ່ທີ່ທຸກຄົນຕ້ອງມີ ໂອນແບບວ່ອງໄວຕ້ອງ ຢູມັນນີ “ u – money ”

159

u – money ສາມາດສະໜອງບໍລິການໄດ້ຫຼາຍຢ່າງຄືກັບທະນາຄານ ເຊັ່ນ: ການໂອນເງິນ, ການຖອນເງິນ ຫຼື ການຊໍາລະຕ່າງໆ. ພິເສດສາມາດຊໍາລະຄ່າບໍລິການ ຂອງຢູນີເທວ ເຊັ່ນ: ຕື່ມມູນຄ່າໂທ, ຊໍາລະຄ່າບໍລິການເບີລາຍເດືອນ, ຊໍາລະຄ່າບໍລິການອິນເຕີເນັດ.

ໃນອະນາຄົດບໍລິການ u – money ຈະສາມາດໃຫ້ບໍລິການຊໍາລະແບບຫຼາກຫຼາຍ ເພື່ອນໍາໃຊ້ແທນເງິນສົດເຂົ້າໃນການຊໍາລະຕ່າງໆ ເພື່ອຄວາມສະດວກປະຢັດເວລາແກ່ທຸກຄົນໃນສັງຄົມ.

ໃນປັດຈຸບັນການຊື້ – ຂາຍຜ່ານຊ່ອງທາງອອນລາຍສາຖື ) ແມ່ນມີຫຼາຍທຸກຄົນສາມາດເບິ່ງຂໍ້ມູນການໂຄສະນາຕ່າງໆທາງມືຖື ແລະ ກໍສາມາດສັ່ງຊື້ອອນລາຍໄດ້ທັນທີ ແລະ u – money ກໍແມ່ນອີກໜຶ່ງທາງເລືອກທີ່ດີທີ່ສຸດໃນຍຸກດິຈິຕອລມີພຽງແຕ່ມືຖືກໍສາມາດຊໍາລະໄດ້. ນອກຈາກນີ້, ກໍຍັງສາມາດໂອນເງິນໃຫ້ກັບຄອບຄົວ, ໝູ່ເພື່ອນ, ລູກຫຼານໃນຂອບເຂດພາຍໃນປະເທດໄດ້ ໂດຍບໍ່ຕ້ອງລໍຖ້າ ຫຼື ເດີນທາງໄປໃຫ້ເສຍເວລາ ໂດຍຜ່ານບໍລິການກະເປົ໋າເງິນເອເລັກໂຕຣນິກ u – money ເຊິ່ງມີຄວາມສະດວກຫຼາຍແກ່ປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ເຂດທ້ອງຖິ່ນຕ່າງແຂວງທີ່ຫ່າງໄກຈາກຕົວເມືອງເສັ້ນທາງໄປ – ມາຫຍຸ້ງຍາກ ແລະ ບາງຄັ້ງອາດບໍ່ຮັບປະກັນຄວາມປອດໄພ.

ບໍລິການ u – money ສາມາດນຳໃຊ້ໄດ້ຢ່າງງ່າຍດາຍ ບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດກໍ່ສາມາດນໍາໃຊ້ໄດ້. ລູກຄ້າບໍ່ຕ້ອງກັງວົນໃຈ ເພາະສາມາດນຳໃຊ້ບົນພື້ນຖານ ເຄືອຂ່າຍຂອງ u – money ລູກຄ້າສາມາດເຮັດທຸລະກຳໄດ້ທີ່ປ່ອງບໍລິການຂອງຢູນີເທວ ຫຼື ຜ່ານຕົວແທນທີ່ມີສັນຍະລັກ ( u – money ) ເຊິ່ງຄ່າທຳນຽມການໂອນກໍປະຢັດກວ່າການໂອນໃນຮູບແບບທົ່ວໄປ.

ການໂອນເງິນຜ່ານກະເປົ໋າເງິນເອເລັກໂທຣນິກ ( u – money ) ສາມາດໂອນໄດ້ໃນຫຼາຍກໍລະນີດັ່ງນີ້:

  • ການໂອນເງິນຈາກເບີທີ່ລົງທະບຽນ ( u – money ) ຫາເບີທີ່ລົງທະບຽນ ( u – money ) ເຊິ່ງການໂອນເງິນນີ້ລູກຄ້າສາມາດເຮັດທຸລະກໍາໄດ້ດ້ວຍຕົວເອງຜ່ານມືຖື ສາມາດໂອນຂັ້ນຕໍ່າ 3.000 – 5.000.000 ກີບ/ຄັ້ງ ທ່ານຈະບໍ່ເສຍຄ່າທໍານຽມໃດໆ.

  • ການໂອນຈາກເບີທີ່ລົງທະບຽນ ( u – money ) ຫາເບີທີ່ບໍ່ລົງທະບຽນ ( u – money ) ແມ່ນລູກຄ້າສາມາດເຮັດທຸລະກໍາໄດ້ດ້ວຍຕົວເອງຜ່ານມືຖື ເຊິ່ງການໂອນເງິນໄປໃຫ້ຜູ້ຮັບເງິນຈະໄດ້ຮັບລະຫັດລັບ ແລະ ນໍາລະຫັດລັບນັ້ນໄປຖອນເງິນສົດໄດ້ທີ່ສູນ, ໜ່ວຍບໍລິການຢູນີເທວ ຫຼື ຮ້ານຄ້າ, ຈຸດຂາຍຕົວແທນທີ່ມີສັນຍະລັກ ( u – money ) ທົ່ວປະເທດ.

  • ການໂອນຈາກເບີທີ່ບໍ່ລົງທະບຽນ ( u – money ) ຫາເບີທີ່ບໍ່ລົງທະບຽນ ( u – money ) ຫຼື ທີ່ເອີ້ນວ່າ: ການໂອນລອຍ ເຊິ່ງລູກຄ້າສາມາດເຮັດທຸລະກໍານີ້ໄດ້ທີ່ສູນ, ໜ່ວຍບໍລິການຢູນີເທວ ຫຼື ຫ້າງຮ້ານຄ້າຈຸດຂາຍຕົວແທນທີ່ມີສັນຍະລັກ ( u – money ) ທົ່ວປະເທດ.

ດ້ວຍຄວາມສະດວກສະບາຍ, ຄວາມປອດໄພສູງຂອງບໍລິການໂອນເງິນຜ່ານກະເປົ໋າເງິນເອເລັກໂຕຣນິກ ( u – money ), ການນຳໃຊ້ ( u – money ) ເຂົ້າໃນການຊຳລະການຊື້ – ຂາຍກໍສະບາຍເພື່ອຈໍາກັດການນຳໃຊ້ເງິນ ບໍ່ວ່າທ່ານຈະຢູ່ໃສກໍສາມາດແລກປ່ຽນການຊື້ – ຂາຍໄດ້ ເຊິ່ງເປັນອີກໜຶ່ງພື້ນຖານຊ່ວຍໃຫ້ປະຊາຊົນທຸກຂົງເຂດເຂົ້າເຖິງການເງິນການທະນາຄານເອເລັກໂຕຣນິກທີ່ທັນສະໄໝໄດ້ຢ່າງວ່ອງໄວ ແລະ ທັນການ.