ຂ່າວດີມື້ນີ້! 31 ພຶດສະພາ ບໍ່ພົບຜູ້ຕິດເຊືື້ອໂຄວິດ-19 ເພີ່ມ ສ່ວນຄົນເກົ່າຍັງປິ່ນປົວຢູ່ໂຮງໝໍພຽງ 3ຄົນ

124

ເປັນເວລາ 49 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ລວມ 19 ກໍລະນີ, ໃນນີ້ ປິ່ນປົວຫາຍດີ ແລະ ກັບບ້ານແລ້ວ 16 ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ 3 ກໍລະນີ. ຫຼ້າສຸດວັນທີ 30 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດ ແລະ ວິເຄາະ 496 ຕົວຢ່າງ ທັງໝົດ ແມ່ນບໍ່ມີຜູ້ຕິດເຊື້ອ.

ໃນວັນທີ 31 ພຶດສາພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ຮສ.ດຣພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໂດຍມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ ປອ ພູທອນ ເມືອງປາກ ກ່າວວ່າ: ຈາກການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 30 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 496 ຄົນ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 280 ຄົນ, ແຮງງານຈີນທີ່ເຂົ້າມາລາວ 168 ຄົນ, ກໍລະນີສົງໃສ 47 ຄົນ, ຄົນເຈັບຕິດເຊື້ອປີ່ນປົວຫາຍດີຈໍາກັດບໍລິເວນຢູ່ບ້ານຄົບ 14 ວັນແລ້ວມາກວດຄືນ 01 ຄົນ, ຜົນກວດ ແຮງງານລາວ, ແຮງງານຈີນ, ກໍລະນີສົງໃສທັງໝົດ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ.

ໝາຍຄວາມວ່າໃນວັນທີ 30 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 30 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 6.928 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (49 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່), ໃນນັ້ນ ປິ່ນປົວຫາຍດີ ແລະ ກັບແລ້ວ 19 ຄົນ ຍັງສືບຕໍ່ປິ່ນປົວຢູ່ 3 ຄົນ.