ຮອງ ລມຕ ກະຊວງສາທາ ເປັນຫ່ວງວອນທຸກຄົນຢ່າປະໝາດໃນການໃຊ້ຊີວິດ ເຖິງວ່າຈະມີການຜ່ອນຜັນມາດຕະການ ແລະ ເປັນມື້ທີ 48 ທີ່ລາວບໍ່ມີຜູ້ຕິດເຊື້ອເພີ່ມ.

153

ຍ້ອນການເອົາໃຈໃສ່ໃນການສະກັດກັ້ນແຕ່ຫົວທີ ແລະ ຍ້ອນການຮ່ວມແຮງຮ່ວມໃຈຂອງພໍ່ແມ່ປະຊາຊົນໃນການປະຕິບັດ ບັນດາມາດຕະການຢ່າງເຄັ່ງຄັດ ຈຶ່ງເຮັດໃຫ້ມີຂ່າວດີຢ່າງຕິດຕໍ່ກັນເປັນເວວາ 48 ມື້ຕິດຕໍ່ກັນທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ລວມເຖິງວ່າຈະບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ລັດຖະບານໄດ້ມີການຜ່ອນຜັນບາງມາດຕະການຕ່າງໆ ແຕ່ກໍ່ໍວອນໃຫ້ພໍ່ແມ່ປະຊາຊົນຈົ່ງໃຊ້ຊີິວິດຢ່າງລະມັດລະວັງ ຢ່າປະໝາດ ໃຫ້ໃຊ້ຊີິວິດປົກກະຕິແບບໃໝ່ ຮູ້ຈັກປ້ອງກັນຕົນເອງທຸກດ້ານ ເພື່ອຄວາມປອດໄພຂອງທ່ານ ແລະ ຄົນໃນຄອບຄົວ.

ໃນວັນທີ 30 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຈາກການເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 291 ຄົນ ໃນວັນທີ 29 ພຶດສະພາ 2020 ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 48 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 29 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 4.204 ຄົນ ແລະ ກວດພົບຜູ້ຕິດເຊື້ອສະສົມ 19 ຄົນ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 29 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 6,432 ຄົນ ແລະ ກວດພົບຜູ້ຕິດເຊື້ອສະສົມ 19 ຄົນ.
ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ປິ່ນປົວຫາຍດີອອກໂຮງໝໍແລ້ວ 16 ຄົນ ແລະ ກຳລັງປິ່ນປົວ 3 ຄົນ.

ທ່ານກ່າວຕື່ມວ່າ: ຫຼ້າສຸດກໍ່ໄດ້ມີແຈ້ງການ ສະບັບໃໝ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ຊຶ່ງແມ່ນການຜ່ອນຜັນໄລຍະທີ່ III ເລີ່ມແຕ່ວັນທີ 02 ເຖີງ ວັນທີ່30 ມິຖຸນາ 2020. ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດຖະບານ ທີ່ເປັນຮ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ຊຶ່ງເປັນໂອກາດໃຫ້ພາກທຸລະກິດ ກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າໄດ້ກັບຄືນມາດຳເນີນຊີວິດແບບປົກກະຕິ ກໍ່ຄືດຳເນີນກິດຈະການໃຫ້ກັບຄືນມາສູ່ສະພາບເດີມເທື່ອລະກ້າວ ຂໍໃຫ້ບັນດາທ່ານສ້າງຄວາມເຂົ້າໃຈຕໍ່ແຈ້ງການສະບັບໃໝ່ນີ້ໃຫ້ມີຄວາມເປັນເອກະພາບ ແລະ ຮ່ວມແຮງຮ່ວມໃຈກັນປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ; ບົດຮຽນໃນໄລຍະຜ່ານມາ ກໍ່ຍ້ອນວ່າມີການຮ່ວມມືເປັນຢ່າງດີຈາກພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ, ຈຶງເຮັດໃຫ້ພວກເຮົາສາມາດຄວບຄຸມສະພາບການລະບາດຂອງພະຍາດ ໂຄວິດ-19 ໄວ້ໃນລະດັບຕໍ່າກວ່າໝູ່ໃນປະເທດອາຊຽນ.


ທ່ານຢໍ້າຕື່ມວ່າ: ຂໍຮຽກຮ້ອງໃຫ້ບັນດາທ່ານຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດແຈ້ງການສະບັບໃໝ່ນີ້ ແລະ ຄຳແນະນຳຕ່າງໆຂອງຂະແໜງການກ່ຽວຂ້ອງ ດ້ວຍຄວາມຮັບຜິດຊອບສູງ ຈົນກວ່າ ຈະມີການປະເມີນຄືນ ແລະ ພິຈາລະນາຜ່ອນຜັນຂັ້ນຕໍ່ໄປ. ສໍາລັບລາຍລະອຽດຂໍ້ມູນທີ່ເປັນທາງການ ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟັດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ເຖິງແມ່ນວ່າໃນ ສປປ ລາວ ຈະບໍ່ມີຜູ້ຕິດເຊື້ອເພີ່ມ ກໍ່ຂໍໃຫ້ບັນດາພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດຕາມແຈ້ງການ ແລະ ຄຳແນະນຳຕ່າງໆຂອງຂະແໜງການກ່ຽວຂ້ອງ ດ້ວຍຄວາມຮັບຜິດຊອບສູງ ຈົນກວ່າ ຈະມີການປະເມີນຄືນ ແລະ ພິຈາລະນາຜ່ອນຜັນຂັ້ນຕໍ່ໄປ.