ລັດອະນຸຍາດ ໃຫ້ຫຼາຍທຸລະກິດກັບຄືນມາດຳເນີນທຸລະກິດໄດ້ເປັນປົກກະຕິ ຍົກເວັ້ນ ບາງທຸລະກິດຂ້າງລຸ່ມນີ້

175

ເພື່ອເປັນການຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ ສົມທົບກັບ ສະພາບການລະບາດຂອງການແຜ່ເຊື້ອໂຄວິດ-19 ໃນປະເທດລາວທີ່ສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ຜູ້ປ່ວຍຕິດເຊື້ອທີ່ນອນຮັບການປິ່ນປົວຢູ່ໂຮງໝໍກໍ່ມີທ່າອ່ຽງດີຂຶ້ນ ຍັງເຫຼືອພຽງ 3 ຄົນເທົ່ານັ້ນ. ດັ່ງນັ້ນ ຫ້ອງວ່າການສຳນັກງານນາຍົກ ຈຶ່ງໄດ້ອອກແຈ້ງການ ຜ່ອນຜັນບາງມາດຕະການຕ່າງໆ ແລະ ຍັງມີບາງມາດຕະການທີ່ທຸກຄົນຍັງຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດເພື່ອບໍ່ໃຫ້ການລະບາດຂອງເຊື້ອພະຍາດດັ່ງກ່າວກັບຄືນມາລະບາດອີກຄັ້ງ.

ໃນວັນທີ 29 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມໂຄວິດ ໄດ້ມີພິທີຖະແຫຼງຂ່າວຄວາມຄືບໜ້າ ການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຮອງຫົວໜ້າຄະນະສະເພາະກິດ; ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ທັງຫົວໜ້າກອງເລຂາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຊອງພະຍາດໂຄວິດ-19 ແຕ່ວັນທີ 2-ວັນທີ 30 ມິຖຸນາ 2020 ເຊິ່ງຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດ ຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນແລະ ສາມາດເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ ເທື່ອລະກ້າວ.

ສະນັ້ນ, ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຊຶ່ງລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້: ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດ ໂຄວິດ-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳ ຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ.

ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ; ໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ທີ່ໄດ້ກໍານົດໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020;

ໃຫ້ຜ່ອນຜັນການປະຕິບັດບາງມາດຕະການທີ່ກຳນົດໃນແຈ້ງການ 580/ຫສນຍ ແລ້ວ ແລະ ຜ່ອນຜັນເພີ່ມຕື່ມ ບາງມາດຕະການຈໍານວນໜຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ສັງຄົມ ໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃໝ່ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ.

ດັ່ງນັ້ນລັດຖະບານຈຶ່ງໄດ້ອອກແຈ້ງການ ບັນດາມາດຕະການທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້:

1 ໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆ ທີ່ມີໂຮງ ຮຽນ ຫຼື ສະຖາບັນການສຶກສາຂຶ້ນກັບ ເປີດໂຮງຮຽນຄືນ ໃນຊັ້ນ ໂຮງຮຽນລ້ຽງເດັກ ແລະ ອະນຸບານ; ຊັ້ນຮຽນ ປ1-ປ4, ມ1-ມ3, ມ5-ມ6; ປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາ ໄລ; ການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອ ໃຫ້ເປີດ ເລີ່ມແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ມອບໃຫ້ ກະຊວງສຶກສາທິການ ແລະ ກິລາ ອອກຄຳແນະນໍາລະອຽດ ໃນການຈັດຕັ້ງປະຕິບັດຕົວຈິງ;

2 ໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດ, ແຕ່ບໍ່ໃຫ້ມີຜູ້ເຂົ້າຊົມ; 3 ໃຫ້ເປີດຮ້ານຂາຍເຄື່ອງກາງຄືນ (ຕະຫຼາດກາງຄືນ), ຮ້ານກິນ-ດື່ມ (ບໍ່ແມ່ນຮ້ານເຫຼົ້າ, ເບຍ ແລະ ສິ່ງມຶນເມົາ ເພື່ອຊຸມແຊວ) ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ໂຮງສາຍຮູບເງົາ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ ແລະ 4 ບັນດາໂຄງການ, ກິດຈະການ ແລະ ໂຮງງານ ສາມາດເປີດ ດໍາເນີນກິດຈະການເປັນປົກກະຕິໄດ້ ໂດຍປະຕິບັດຕາມເງື່ອນ ໄຂ ແລະ ມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຂຶ້ນໄປ,ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ມອບໃຫ້ຂະ ແໜງການກ່ຽວຂ້ອງ ອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ.

ທ່ານເນັ້ນຕື່ມວ່າ: ສ່ວນໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້: 1) ສືບຕໍ່ປິດບັນດາກິດຈະການ ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເກມ ແລະ ກາຊິໂນ; 2) ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມ ທີ່ບໍ່ເປັນທາງການ, ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພນີ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ. ສໍາລັບການແຕ່ງດອງ ໃຫ້ຖືເອົາການຈົດທະບຽນການແຕ່ງດອງ ນໍາກັນແລ້ວ ກໍ່ແມ່ນມີຖານະເປັນຄູ່ຜົວ-ເມຍ ທີ່ຖືກຕ້ອງຕາມກົດໝາຍ, ສ່ວນການຈັດງານແຕ່ງດອງນັ້ນ ໃຫ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີ ອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະ ຍັດ ໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບ ປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ;

3 ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. 4 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສຳລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ. ສຳລັບຂັ້ນຕອນ ໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດ ຈະອອກຄໍາແນະນໍາຕ່າງຫາກ.

ທ່ານໃຫ້ຮູ້ຕື່ມວ່າ: ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນແຂວງໃດແຂວງໜຶ່ງ ຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະ ການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະ ເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ;ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ກວດກາຄືນບັນດານິຕິກຳ, ຄຳແນະນຳຕ່າງໆຂອງຕົນ ເພື່ອປັບປຸງໃຫ້ສອດຄ່ອງກັບ ມາດຕະການຜ່ອນຜັນຂ້າງເທິງ ແລະ ຜັນຂະຫຍາຍເປັນອັນລະອຽດ ເພື່ອມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດ; ສະເໜີກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ບັນດາກະຊວງ, ຂະແໜງການ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການ ທີ່ໄດ້ກຳນົດໃນແຈ້ງການສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ຢ່າງເຂັ້ມງວດ. ກໍລະນີມີການລະເມີດ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ; ມາດຕະການທີ່ກຳນົດໄວ້ຂ້າງເທິງນີ້ ມີຜົນສັກສິດ ນັບແຕ່ວັນທີ 02 ຫາ 30 ມິຖຸນາ 2020. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.