ໝາກໄມ້ເຖິງແມ່ນຈະມີໃຍອາຫານຫຼາຍ ແຕ່ໝາກໄມ້ບາງຊະນິດກໍ່ມີນ້ຳຕານສູງ ຜູ້ປ່ວຍທີ່ເປັນໂລກເບົາຫວານ ຄວນເລືອກຮັບປະທານໝາກໄມ້ ຫຼື ກິນໃນປະລິມານທີ່ຈຳກັດກໍ່ຈະຊ່ວຍເຮັດໃຫ້ລະດັບນ້ຳຕານໃນເລືອດຫຼຸດຕ່ຳລົງ ສ່ວນຜູ້ໃດທີ່ກຳລັງຫຼຸດນ້ຳໜັກລອງຫັນມາຮັບປະທານໝາກໄມ້ນ້ຳຕານໜ້ອຍ ເຫຼົ່ານີ້ເປັນປະຈຳກໍຈະຊ່ວຍຫຼຸດນ້ຳໜັກໄດ້ແບບບໍ່ຕ້ອງອົດອາຫານອີກຕໍ່ໄປ.
1. ໝາກໂມ
ໝາກໂມມີແຄລໍຣີ່ຕ່ຳ ເພາະໃນໝາກໂມ 100 ກຣາມ ມີນ້ຳຕານພຽງແຕ່ 6 ກຣາມ ຈຶ່ງເປັນໝາກໄມ້ທີ່ເໝາະສຳລັບຄົນທີ່ຕ້ອງການຫຼຸດນ້ຳໜັກ ໃຜທີ່ມັກກິນຈຸກຈິກຕ້ອງຫັນມາກິນໝາກໂມກໍຈະຊ່ວຍໃຫ້ຮູ້ສຶກສົດຊື່ນ ແຖມບໍ່ຕຸ້ຍອີກດ້ວຍ.
- ສະຕໍເບີຣີ່
ໝາກໄມ້ທີ່ມີ່ສີແດງສົດ ລົດຊາດສົ້ມຫວານ ຈຶ່ງເຮັດໃຫ້ສະຕໍເບີຣີ່ 100 ກຣາມ ຈະມີນ້ຳຕານພຽງແຕ່ 4,9 ກຣາມ ມີສ່ວນຊ່ວຍບຳລຸງເຫງືອກ ແລະແຂ້ວໃຫ້ແຂງແຮງ ຊ່ວຍດັບກິ່ນປາກ ແລະ ຍັງເຮັດໃຫ້ແຂ້ວຂາວຂຶ້ນໄດ້ອີກດ້ວຍ.
- ໝາກມັງກອນ
ເປັນໝາກໄມ້ທີ່ມີກາກໃຍສູງ ແລະ ໃຫ້ພະລັງງານຕ່ຳ ໂດຍເນື້ອແກ້ວມັງກອນ 100 ກຣາມ ມີນ້ຳຕານ 8,6 ກຣາມ ຈຶ່ງຊ່ວຍໃນການຄວບຄຸມນ້ຳໜັກໄດ້ເປັນຢ່າງດີ ແລະຍັງຊ່ວຍໃຫ້ອີ່ມທ້ອງດົນ.
- ແອັບເປິ້ນ
ແອັບເປິ້ນຊ່ວຍຫຼຸດຄວາມຢາກອາຫານລົງໄດ້ ເພາະເປັນໝາກໄມ້ທີ່ມີກາກໃຍສູງ ແລະ ໃຫ້ພະລັງງານຕ່ຳ ປະລິມານແອັບເປິ້ນ 100 ກຣາມ ມີນ້ຳຕານ 10 ກຣາມ ຈຶ່ງຊ່ວຍໃນການຄວບຄຸມນ້ຳໜັກໄດ້ເປັນຢ່າງດີ ທັ້ງຍັງຊ່ວຍໃຫ້ອິ່ມທ້ອງດົນອີກດ້ວຍ.
- ແຄນຕາລູບ
ໃນແຄນຕາລູບ 100 ກຣາມ ຈະມີນ້ຳຕານພຽງ 7,9 ກຣາມ ເປັນໝາກໄມ້ທີ່ມີວິຕາມິນເອສູງຫຼາຍ ຈຶ່ງຊ່ວຍບຳລຸງສາຍຕາ ເພີ່ມຄວາມສາມາດໃນການເບິ່ງເຫັນໃນຕອນກາງຄືນ ຫຼື ໃນບ່ອນມືດ ຕາມົວ ຕາຟາງ.
- ໝາກສີດາ
ສີດາພຽງແຕ່ມື້ລະ 1 ໜ່ວຍ ກໍຊ່ວຍໃຫ້ຫ່າງໄກໂລກໄດ້ຫຼາກຫຼາຍ ເພາະໝາກສີດາ 100 ກຣາມນ້ຳຕານຈະຢູ່ທີ່ 7,2 ກຣາມ ທັ້ງຍັງຊ່ວຍເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍ ຊ່ວຍຫຼຸດໄຂມັນໃນເລືອດ ໝາກສີດາເປັນໝາກໄມ້ທີ່ເໝາະສຳລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ເພາະມີໃຍອາຫານສູງ ອິ່ມທ້ອງໄດ້ດົນ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນອີກດ້ວຍ.
- ໝາກຫຸ່ງ
ໝາກຫຸ່ງທີ່ຫຼາຍຄົນມັກກິນແມ່ນໃຫ້ນ້ຳຕານພຽງແຕ່ 8 ກຣາມ ໃນໝາກຫຸ່ງປະລິມານ 100 ກຣາມ ເປັນໝາກໄມ້ທີ່ມີລິດເປັນຢາລະບາຍອ່ອນໆ ຊ່ວຍແກ້ອາການທ້ອງຜູກ ເສີມສ້າງລະບົບພູມຄຸ້ມກັນໃຫ້ແຂງແຮງຫຼາຍຂຶ້ນ ໝາກຫຸ່ງຍັງມີສານຕໍ່ຕ້ານອະນຸມູນອິດສະຫຼະຢູ່ຫຼາຍຊະນິດອີກດ້ວຍ.