ຂ່າວດີ 46ມື້ລຽນຕິດ ບໍ່ມີຜູ້ຕິດເຊື້ອໃໝ່ ສ່ວນຄົນເກົ່າຍັງປິ່ນປົວຢູ່ໂຮງໝໍພຽງ 3ຄົນ

89

ເປັນເວລາ 46 ມື້ລຽນຕິດ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່, ສະເພາະວັນທີ 28 ພຶດສະພາ 2020 ຈາກການເກັບຕົວຢ່າງກວດຫາເຊື້ອ 128 ຄົນໃນວັນທີ 27 ພຶດສະພາ ຜົນກວດລ້ອວນເປັນລົບ, ດັ່ງນັ້ນ ຍອດຜູ້ຕິດເຊື້ອສະສົມຍັງຄົງທີ່ 19 ຄົນ, ໃນນັ້ນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 16 ຄົນ ແລະ ຍັງຕິດຕາມອາການຢູ່ໂຮງໝໍມິດຕະພາບ 3 ຄົນ.

ໃນວັນທີ 28 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ໃນວັນທີ 27 ພຶດສະພາ 2020 ທັງໝົດ 128 ຄົນ ຈາກການກວດວິເຄາະທັງ 128 ຄົນ ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 46 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ສະສົມລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 16 ຄົນ ແລະ ກຳລັງປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບຕໍ່ອີກ 3 ຄົນ ເຊິ່ງອາການຂອງຄົນເຈັບທັງໝົດ ມີສຸຂະພາບແຂງແຮງດີ.