ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ບໍລິສັດຫົວເຫວີຍ ເພື່ອໃຫ້ການຊີ້ນໍາຕໍ່ການປະຕິບັດວຽກງານຂອງບໍລິສັດ ໄລຍະໂຄວິດ – 19

183

ໃນວັນທີ 23 ພຶດສະພາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ບໍລິສັດ ຫົວເຫວີຍລາວ ເພື່ອໃຫ້ການຊີ້ນຳຕໍ່ການປະຕິບັດວຽກງານຂອງບໍລິສັດ ແລະ ໃຫ້ກໍາລັງໃຈຕໍ່ກັບພະນັກງານໃນໄລຍະການລະບາດຂອງພະຍາດໂຄວິດ – 19.

ໃນໂອກາດດຽວກັນນີ້, ທ່ານ ຫູ ເຫວີຍຫົວ ອໍານວຍການ ບໍລິສັດ ຫົວເຫວີຍລາວ ໄດ້ກ່າວຕ້ອນຮັບ ແລະ ໄດ້ລາຍງານຜົນການດໍາເນີນທຸລະກິດຂອງ ບໍລິສັດ ຫົວເຫວີຍ ຢູ່ໃນທົ່ວໂລກ, ການດໍາເນີນທຸລະກິດຂອງ ບໍລິສັດ ຫົວເຫວີຍລາວ ແລະ ວິໄສທັດກ່ຽວກັບກາລະໂອກາດຂອງ ສປປ ລາວ ໃນການເປັນສູນກາງທາງດ້ານ ICT ຢູ່ໃນອະນຸພາກພື້ນ ພ້ອມທັງເຊີນຊົມຫ້ອງວາງສະແດງ Galileo Exhibition Hall on the Cloud ທີ່ຕັ້ງຢູ່ເມືອງເຊິນເຈິນ, ສປ ຈີນ ໂດຍຜ່ານລະບົບກອງປະຊຸມທາງໄກ.

ໂດຍຕາງໜ້າໃຫ້ ບໍລິສັດ ຫົວ ເຫວີຍລາວ, ທ່ານ ຫູ ເຫວີຍຫົວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໃຫ້ການສະໜັບສະໜູນທຸລະກິດຂອງ ຫົວເຫວີຍ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂອັນດີໃຫ້ ບໍລິສັດ ຫົວເຫວີຍ ໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ມີຮາກຖານທີ່ດີ ແລະ ໝັ້ນຄົງໃນພາກພື້ນ ແລະ ສປປ ລາວ.

ບໍລິສັດ ຫົວເຫວີຍ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ ມາເປັນເວລາ 20 ກວ່າປີ ແລະ ໃນອະນາຄົດກໍຍັງຈະສືບຕໍ່ເພີ່ມທະວີຄວາມຮ່ວມມືກັບຜູ້ປະກອບການໃນລາວ ເພື່ອປັບປຸງຄຸນນະພາບເຄືອຂ່າຍ ແລະ ໃຫ້ບໍລິການສື່ສານທີ່ດີຂຶ້ນສຳລັບປະຊາຊົນລາວ, ບໍລິສັດຫົວເຫວີຍ ຈະສະໜັບສະໜູນການປັບປຸງໂຄງສ້າງພື້ນຖານ ICT ແລະ ຍຸດທະສາດເສດຖະກິດດິຈິຕອລຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ລົງທຶນໃນການພັດທະນາຄວາມສາມາດດ້ານ ICT ໃຫ້ແກ່ ສປປ ລາວ.

ນອກຈາກນັ້ນ, ບໍລິສັດ ຫົວເຫວີຍ ປະເທດລາວ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັບກົມແຜນການ ແລະ ການຮ່ວມມື, ກະຊວງໄປສະນີໂທລະຄົມ ແລະ ການສື່ສານ ເພື່ອສະໜອງການຝຶກອົບຮົມໃຫ້ແກ່ບຸກຄະລາກອນທາງດ້ານ ICT ຂອງລາວ ຈໍານວນ 300 ຄົນ ໃນໄລຍະປີ 2020 – 2022 ພາຍໃຕ້ການເປັນສັກຂີພະຍານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.

ໃນໂອກາດທີ່ລົງມາເຄື່ອນໄຫວຢ້ຽມຢາມ ບໍລິສັດ ຫົວເຫວີຍລາວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຫົວ ເຫວີຍ ທີ່ໄດ້ປະກອບສ່ວນໃນການພັດທະນາອຸດສາຫະກຳໂທລະຄົມມະນາຄົມຂອງລາວ ແລະ ໄດ້ມີຄໍາເຫັນວ່າ: “ ເສດຖະກິດດິຈິຕອລຈະມີບົດບາດສຳຄັນຢ່າງຫຼວງຫຼາຍຕໍ່ການພັດທະນາທາງເສດຖະກິດ – ສັງຄົມໃນອະນາຄົດ, ອຸດສາຫະກຳໂທລະຄົມມະນາຄົມ ເປັນໜຶ່ງໃນຂະແໜງການບຸລິມະສິດໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ, ໃນຕໍ່ໜ້າຈະຕ້ອງສືບຕໍ່ພັດທະນາພື້ນຖານໂຄງລ່າງຂອງການຫັນເປັນດິຈິຕອລໃນລາວ ເປັນຕົ້ນລະບົບ e-government ແລະ smart city ແລະ ສະເໜີໃຫ້ ບໍລິສັດ ຫົວເຫວີຍ ໃຫ້ຄຳແນະນຳທາງດ້ານວິຊາການ ແລະ ສະໜັບສະໜູນການພັດທະນາ ICT ແລະ ເສດຖະກິດດິຈິຕອລຂອງລາວ ” ພ້ອມທັງສະແດງຄວາມຂອບໃຈຕໍ່ ບໍລິສັດ ຫົວເຫວີຍ ໃນການຝຶກອົບຮົມໃຫ້ແກ່ຜູ້ທີ່ມີພອນສະຫວັນດ້ານ ICT ແລະ ການຊ່ວຍກໍ່ສ້າງບຸກຄະລາກອນດ້ານໄອຊີທີໃນ ສປປ ລາວ ມາແຕ່ປີ 1998 ຫຼາຍກວ່າ 3.000 ຄົນ ລວມເຖິງການຊ່ວຍເຫຼືອຜູ້ປະສົບອຸທົກກະໄພນໍ້າຖ້ວມທີ່ແຂວງອັດຕະປື ໃນປີ 2018 ແລະ ປະກອບສ່ວນຊ່ວຍເຫຼືອໃນໄລຍະການລະບາດຂອງພະຍາດໂຄວິດ – 19 ແລະ ຫວັງວ່າ ບໍລິສັດ ຫົວເຫວີຍ ຈະສືບຕໍ່ລົງທຶນໃນລາວຕໍ່ໄປໃນອະນາຄົດ ເພື່ອຝຶກອົບຮົມບຸກຄະລາກອນດ້ານ ICT ໃນທ້ອງຖິ່ນເພື່ອສະໜັບສະໜູນການພັດທະນາເສດຖະກິດດິຈິຕອລລາວ.