ໂສມສະໝຸນໄພຊັ້ນເລີດຊ່ວຍໃນເລື່ອງຜິວພັນ, ສະໝອງ ແລະສະມັດຕະພາບຂອງຜູ້ຊາຍ

193

ຂຶ້ນຊື່ວ່າ ໂສມ ທຸກຄົນກໍຕ້ອງສົນໃຈ ເພາະເປັນສະໝຸນໄພທີ່ບຳລຸງຮ່າງກາຍຊັ້ນດີ ທີ່ໄດ້ຂະໜານນາມວ່າ ເປັນຣາຊາແຫ່ງສະໝຸນໄພ ເພາະພຽງປາຍຮາກນ້ອຍໆ ແຕ່ມີຄຸນປະໂຫຍດຕໍ່ຮ່າງກາຍ ບໍ່ວ່າຈະເປັນການບຳລຸງສະໝອງ ບຳລຸງເລືອດ ເພີ່ມພະລັງ ແລະຍັງມີອີກຫຼາກຫຼາຍທີ່ຂຶ້ນຊື່ໃນເລື່ອງຂອງການບຳລຸງ ແຕ່ດ້ວຍຄ່ານິຍົມທີ່ຜິດໆ ທີ່ຄິດວ່າໂສມແມ່ນເອົາໄວ້ບຳລຸງຜູ້ເຖົ້າ ຜູ້ແກ່ ເທົ່ານັ້ນ ແອັດມິນກໍເລີຍຈະມາໄລ່ລຽງໃຫ້ແຟນຂ່າວໄດ້ຮູ້ວ່າ ໂສມມີດີຫຍັງແນ່ ນອກຈາກຈະບຳລຸງຈາກພາຍໃນແລ້ວ ຍັງເໝາະກັບທຸກເພດທຸກໄວອີກດ້ວຍ.
ໂສມຈະຊ່ວຍຫຼຸດການປວດປະຈຳເດືອນຂອງແມ່ຍິງ ໂດຍມີຜົນວິໄຈ ແລະຢືນຢັນມາແລ້ວວ່າ ໂສມມີສັບພະຄຸນຊ່ວຍປັບຮໍໂມນຂອງແມ່ຍິງ ແລະຍັງຊ່ວຍປັບຮໍໂມນສຳລັບແມ່ຍິງທີ່ກຳລັງເຂົ້າຊ່ວງໄວທອງອີກດ້ວຍ.

ໂສມມີສ່ວນຊ່ວຍບຳລຸງເລືອດ ເຮັດໃຫ້ຮ່າງກາຍສ້າງເຊວ PAPILLA ຫຼາຍຂຶ້ນ ຊຶ່ງເຊວ PAPILLA ເປັນເຊວທີ່ຊ່ວຍໃຫ້ອາຍຸຂອງເສັ້ນຜົມຢູ່ໄດ້ດົນຂຶ້ນ ບໍ່ຫຼົ່ນງ່າຍ ແລະຍັງຊ່ວຍໃຫ້ຜົມທີ່ຂຶ້ນໃໝ່ແຂງແຮງ ປ້ອງກັນການເກີດພາວະຜົມບາງ ຫົວລ້ານ ເສຍບຸກຄະລິກກະພາບ.

ຊ່ວຍບຳລຸງຜິວ ຫຼຸດການເກີດຮອຍກ່ອນໄວ ເນື່ອງຈາກໂສມມີສານ Phytonutrients ແລະ ສານ Anti-Oxidants ຈຶ່ງຊ່ວຍຕໍ່ຕ້ານສານອະນຸມູນອິດສະຫຼະຕ່າງໆ ທີ່ຈະມາທຳຮ້າຍຜິວໜັງ ອີກທັ້ງຍັງຊ່ວຍເບິ່ງແຍງຄໍລາເຈນໃນຜິວໃຫ້ເຕັ່ງຕຶງ ນອກຈາກນີ້ຍັງຊ່ວຍກຳຈັດເຊວຜິວເກົ່າທີ່ເສື່ອມສະພາບແລ້ວໃຫ້ຫຼຸດອອກໄປ.

ຊ່ວຍຫຼຸດບັນຫາຮອບດວງຕາ ແຟນຂ່າວຜູ້ໃດທີ່ກຳລັງພົບກັບບັນຫາຂອບຕາດຳ ຕ້ອງລອງໂສມໃຊ້ໂສມກັນລອງເບິ່ງ ເພາະໃນໂສມມີສານ Saponin ທີ່ຊ່ວຍກະຕຸ້ນເຊວໃຕ້ຜິວໜັງຮອບດວງຕາໃຫ້ແຂງແຮງຂຶ້ນ ຈຶ່ງສາມາດຊ່ວຍແກ້ໄຂບັນຫາຮອຍດຳກ້ອງດວງຕາ ຫຼຸດອາການບວມຂອງຖົງກ້ອງດວງຕາ ຊ່ວຍຟື້ນຟູບຳລຸງຜິວຮອບດວງຕາໃຫ້ອ່ອນເຍົາຂຶ້ນກວ່າເກົ່າ ຢັບຢັ້ງເຊວມະເລັງຮັງໄຂ່, ມະເລັງຕ່ອມລູກໝາກ ແລະມະເລັງປອດ.

ຊ່ວຍຮັກສາ ແລະ ປ້ອງກັນໂລກເບົາຫວານ ໂສມມີສ່ວນຊ່ວຍໃຫ້ຮ່າງກາຍສາມາດດູດຊຶມຄາໂບໄຮເດຣດໄດ້ຊ້າລົງ ເພີ່ມປະສິດທິພາບໃນການເຮັດວຽກຂອງເຊວທີ່ເຮັດໜ້າທີ່ທີ່ນຳເອົານ້ຳຕານກລູໂຄສໃນຮ່າງກາຍໄປໃຊ້ງານໄດ້ຫຼາຍຂຶ້ນ ພ້ອມທັງໄປກະຕຸ້ນໃຫ້ຕັບອ່ອນສາມາດເພີ່ມການຫຼັ່ງຂອງອິນຊູລິນໄດ້ຢ່າງມີປະສິດທິພາບ ຈຶ່ງເຮັດໃຫ້ລະດັບນ້ຳຕານໃນເລືອດຫຼຸດລົງ ຊ່ວຍຮັກສາໂລກ ແລະປ້ອງກັນການເກີດໂລກເບົາຫວານໄດ້ເປັນຢ່າງດີ.

ຊ່ວຍໃນການຫຼຸດນ້ຳໜັກ ໂສມເປັນໂຕຊ່ວຍໃນການຫຼຸດນ້ຳໜັກ ແລະໄຂມັນໄດ້ ໂດຍໂສມຈະຊ່ວຍປັບສະພາບໃຫ້ຮ່າງກາຍດູດຊຶມຄາໂບໄຮເດຣດໄດ້ຊ້າລົງ ແລະກະຕຸ້ນໃຫ້ຮ່າງກາຍນຳເອົານ້ຳຕານໄປໃຊ້ງານໄດ້ຫຼາຍຂຶ້ນ ທັ້ງຍັງຊ່ວຍຫຼຸດການສະສົມໄຂມັນໄດ້ເປັນຢ່າງດີ ອີກທັງຍັງເລັ່ງຂະບວນການເຜົາຜານໃນຮ່າງກາຍໃຫ້ເຮັດວຽກໄດ້ຢ່າງເຕັມປະສິດທິພາບອີກດ້ວຍ.

ຊ່ວຍເພີ່ມສະມັດຖະພາບທາງເພດໃນຜູ້ຊາຍ ຢ່າງທີ່ຫຼາຍຄົນຮູ້ວ່າໂສມເປັນຢາຊັ້ນດີຂອງເຫຼົ່າສຸພາບບຸລຸດ ເພາະໂສມສາມາດໄປເພີ່ມປະລິມານ Nitric oxide ໃນຮ່າງກາຍ ເຮັດໃຫ້ສາມາດຮັກສາອາການສະມັດຖະພາບທາງເພດຂອງສຸພາບບຸລຸດໄດ້ເປັນຢ່າງດີ.

ຫຼຸດອາການຄວາມດັນເລືອດສູງແລະຕ່ຳ ໂສມມີສ່ວນຊ່ວຍບຳລຸງເລືອດ ແລະ ປັບສົມດຸນຕ່າງໆ ໃນຮ່າງກາຍລວມໄປເຖິງການໝຸນວຽນຂອງເລືອດໃນຮ່າງກາຍອີກດ້ວຍ ພຽງແຕ່ທ່ານຄວນລະວັງໃນການໃຊ້ໂສມຂອງຜູ້ປ່ວຍທີ່ມີຄວາມດັນເລືອດສູງ ແມ່ນຄວນເລືອກກິນໂສມຂາວ ແລະຜູ້ປ່ວຍທີ່ມີຄວາມດັນເລືອດຕ່ຳແມ່ນກິນໂສມແດງ ເພາະໂສມທັ້ງ 2 ແບບນີ້ແມ່ນມີສັບພະຄຸນແຕກຕ່າງກັນ.

ຫຼຸດຄວາມຄຽດ ແກ້ບັນຫາອາການນອນບໍ່ຫຼັບ Ginsenosides ໃນໂສມຈະຊ່ວຍເຮັດໃຫ້ລະບົບປະສາດສ່ວນກາງຕື່ນໂຕເຮັດວຽກໄດ້ດີຂຶ້ນ ອີກທັງຍັງຊ່ວຍໃນການຄາຍຄວາມປວດເມື່ອຍ ເຊິ່ງຈະຊ່ວຍໃຫ້ຫຼັບດີ ແລະ ຕື່ນມາບໍ່ເຫງົານອນ ມີແຮງ ນອກຈາກນີ້ ໂສມຍັງຊ່ວຍໃນເລື່ອງຂອງການຕ້ານຄວາມຄຽດ ເພາະມີສານ Adaptogens ຈະຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ປັບສະພາວະຈິດໃຈໃຫ້ຄົງທີ່ ຫຼຸດພາວະໂລກຊຶມເສົ້າໄດ້ອີກດ້ວຍ.

ຊ່ວຍບຳລຸງສະໝອງ ແລະລະບົບຄວາມຈື່ຈຳ ແມ່ນເໝາະສຳລັບຄົນເຮັດວຽກທີ່ຕ້ອງໃຊ້ຄວາມຄິດຢູ່ຕະຫຼອດເວລາ ຫຼື ນ້ອງນັກຮຽນທີ່ກຳລັງກຽມສອບເສັງ ເພາະໃນໂສມຈະມີສ່ວນປະກອບຂອງສານທີ່ມີຊື່ວ່າ Ginsenosides ທີ່ຈະຊ່ວຍເສີມການເຮັດວຽກຂອງສານສື່ປະສາດ ໃຫ້ເຊື່ອມໂຍງຂໍ້ມູນລະຫວ່າງເຊວປະສາດຂອງລະບົບປະສາດໃຫ້ເຮັດວຽກໄດ້ຢ່າງເຕັມທີ່ ແລະມີປະສິດທິພາບ ປັບຂະບວນການຄິດ ແລະ ວິເຄາະຂໍ້ມູນໃຫ້ມີຄວາມວ່ອງໄວຫຼາຍຂຶ້ນ.

ສັບພະຄຸນຂອງໂສມຂາວ ແມ່ນມີລິດເຢັນ ຈະຊ່ວຍປັບສົມດຸນຂອງຮ່າງກາຍ ຊ່ວຍບຳລຸງການເຮັດວຽກຂອງຮ່າງກາຍ ລະບົບປະສາດ ລະບົບເລືອດ ແລະຜູ້ທີ່ມີຄວາມດັນເລືອດສູງ ຈຶ່ງເຮັດໃຫ້ເໝາະກັບທຸກເພດທຸກໄວ ໂດຍສະເພາະບ້ານເຮົາເປັນປະເທດທີ່ມີອາກາດຮ້ອນອາດຈະເໝາະແກ່ການກິນໂສມຂາວຫຼາຍກວ່າໂສມແດງ.

ສ່ວນໂສມແດງນັ້ນ ແມ່ນໄດ້ມາຈາກໂສມຂາວ ແຕ່ຜ່ານຂະບວນການຖະນອມອາຫານ ເພື່ອໄວ້ເກັບຮັບປະທານໃນໄລຍະດົນ ນອກຈາກນີ້ຍັງມີຜະລິດຕະພັນສຸຂະພາບທີ່ມີສ່ວນປະສົມຂອງໂສມອີກຫຼາກຫຼາຍ ແຕ່ສ່ວນໃຫຍ່ເພິ່ນຈະມັກເຮັດໂສມແຫ້ງເພື່ອນຳມາປຸງແຕ່ງອາຫານປະເພດຕົ້ມ ຕຸ໋ນ ເຊັ່ນ ໄກ່ຕຸ໋ນໂສມ ແຕ່ຖ້າໃຜຢາກກິນແບບສົດ ກໍສາມາດຫາຊື້ໄດ້ໃນປະເທດລາວ ແລະບໍ່ຈຳເປັນຕ້ອງໄປໄກເຖິງແຫຼ່ງຕົ້ນຕຳລັບກໍໄດ້ ເພາະໃນບ້ານເຮົາກໍມີແຫຼ່ງປູກ ແລະຈຳໜ່າຍໂສມເຊັ່ນດຽວກັນ.

ຂໍ້ຄວນລະວັງໃນການກິນໂສມເຖິງແມ່ນວ່າໂສມຈະດີຕໍ່ຮ່າງກາຍ ແຕ່ຖ້າຫາກກິນໂສມແລ້ວເກີດມີອາການຜິດປົກກະຕິ ບໍ່ວ່າຈະເປັນອາການປວດຮາກ ວິນຫົວ ມີຜື່ນແດງ ຫຼື ອາການອື່ນໆ ຄວນໄປປຶກສາໝໍທັນທີ ນອກຈາກນີ້ການເລືອກຊະນິດຂອງໂສມກໍມີຄວາມຈຳເປັນ ເພາະຜູ້ປ່ວຍທີ່ມີຄວາມດັນເລືອດສູງບໍ່ຄວນກິນໂສມແດງ ເພາະມັນຍິ່ງຈະໄປເພີ່ມຄວາມຮ້ອນ ແລະຄວາມດັນເລືອດໃຫ້ກັບຮ່າງກາຍ ສະນັ້ນ ກໍຄວນເລືອກກິນເປັນໂສມຂາວຈະດີກວ່າເພາະມັນເປັນທາດເຢັນ ແລະແມ່ຍິງທີ່ຖືພາຄວນປຶກສາແພດກ່ອນທຸກຄັ້ງທີ່ຮັບປະທານໂສມ ບໍ່ວ່າຈະເປັນໂສມຊະນິດໃດກໍ່ຕາມ.